Estari DC15 ໂນ້ດບຸກເຄື່ອງທຳອິດຂອງໂລກ ທີ່ໃຊ້ທັງຫນ້າຈໍຄູ່ ແລະຫນ້າຈໍສຳຜັດ ຂັບເຄື່ອນດ້ວຍ Intel Dual Core Processor 1.83GHz ພ້ອມແຣມ 2 GB ແລະ HDD ຂະຫນາດ 60, 100 GB ຫນ້າຈໍ 15” widescreen ຮອງຮັບ WiFi ໃນໂຕ
ຫນ້າຈໍຂອງ Estari DC15 ສາມາດເລືອກໃຊ້ງານໄດ້ທັງໃນແນວຕັ້ງ ແລະແນວນອນ ສາມາດໃຊ້ virtual keyboard ຜ່ານຫນ້າຈໍສຳຜັດໄດ້ ຫລືອາດຈະເຊື່ອມຕໍ່ຄີບອຣ໌ດພາຍນອກຜ່ານ USB ແລະ wireless ຫາກຕ້ອງການ
ຂໍ້ດ້ອຍຫລັກ ໆ ຂອງ DC15 ຄື ມັນມີນ້ຳຫນັກຫລາຍເຖິງ 5.9 ກິໂລ, ສາມາດໃຊ້ງານຕໍ່ເນື່ອງໄດ້ພຽງ 2.5 ຊົ່ວໂມງ ແລະມີລາຄາວາງຈຳຫນ່າຍທີ່ສູງພໍ ໆ ກັບນ້ຳຫນັກຄື $4350!!
ທີ່ມາ – NewLuanches [via TechEBlog]
ອ່າ… ລາຄາປານນີ້ຊິມີໃຜສູ້ໄຫວບໍ່ລ່ະ? ແລ້ວ ເອົາມາໃຊ້ງານປະເພດໃດລ່ະນໍ້… 😮