LG ບໍລິສັດອຸປະກອນໄຟຟ້າລາຍໃຫຍ່ຂອງຢີ່ປຸ່ນ ໄດ້ຕົກລົງກັບ Google ທີ່ຈະນຳເອົາບໍລິການຕ່າງ ໆ ຂອງ Google ມາໃສ່ໄວ້ໃນມືຖືຂອງຕົນ ບໍ່ວ່າຈະເປັນບໍລິການຄົ້ນ, ບໍລິການແຜນທີ່, ບລັອກ, ອີເມລ ເປັນຕົ້ນ ໂດຍຈະເປັນການ pre-install ລົງໃນໂທລະສັບມືຖືບາງຮຸ່ນ ເຊິ່ງຈະມີອອກມາວາງຈຳໜ່າຍໃນຊ່ວງປີນີ້
ແລະກ່ອນໜ້ານີ້ທາງ Samsung ກໍ່ໄດ້ມີການຕົກລົງເຊັນສັນຍາກັບທາງ Google ເພື່ອນຳເອົາບໍລິການຕ່າງ ໆ ຂອງ Google ມາໃສ່ໃນມືຖືແລ້ວເຊັ່ນກັນ
ທີ່ມາ - Textually.org
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
Microsoft ໄດ້ທຳການເປີດຕົວເຄື່ອງເກມ Xbox 360 ຮຸ່ນໃຫມ່ອອກມາຢ່າງເປັນທາງການແລ້ວ ເຊິ່ງໃນຮຸ່ນໃຫມ່ນີ້ຈະເປັນການເພີ່ມຄວາມສາມາດໃຫ້ກັບຕົວເຄື່ອງ ເຊັ່ນຮອງຮັບ HDMI ແລະເພີ່ມຂະໜາດ Harddisk ເປັນ 120GB ລວມເຖິງປ່ຽນສີຂອງຕົວເຄື່ອງເປັນສີດຳ ໂດຍຈະມີລາຄາວາງຈຳໜ່າຍຢູ່ທີ່ $479
ທີ່ມາ - Crave
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
ລັດຖະບານແລະອົງການພັດທະນາຕ່າງ ໆ ໃນ Africa ໄດ້ກະກຽມທີ່ຈະໃຊ້ພະລັງງານຈາກແສງອາທິດເພື່ອໃຊ້ໃນເຂດທຸລະກັນດານ ເຊິ່ງໂຄງການ e-school ໃນ Africa ນັ້ນໄດ້ເຮີ່ມໃຊ້ພະລັງງານແສງອາທິດໄປກ່ອນຫນ້ານີ້ແລ້ວ ໂດຍ Paul Zambezi ເລຂານຸການລັດຖະມົນຕີກະຊວງວິທະຍາສາດແລະເທັກໂນໂລຢີຂອງ Africa ກ່າວວ່າການໃຊ້ພະລັງງານຈາກແສງອາທິດນີ້ ຈະຊ່ວຍໃຫ້ປະຊາຊົນໃນຖິ່ນກັນດານທີ່ໄຟຟ້າເຂົາບໍ່ເຖິງນັ້ນ ສາມາດໃຊ້ງານຄອມພິວເຕີ ລວມເຖິງອິນເຕີເນັດໄດ້
ທີ່ມາ - InfoWorld [via]
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
ບໍລິສັດ Yahoo Inc. ກຽມຂະຫຍາຍພື້ນທີ່ການໃຊ້ງານອີເມລຂອງຕົນໃຫ້ເປັນແບບບໍ່ຈຳກັດ ໂດຍໄດ້ມີປະກາດແຈ້ງການອອກມາວ່າ ຈະເຮີ່ມຂະຫຍາຍເນື້ອທີ່ຂອງເມລ ພາຍໃນເດືອນພຶດສະພານີ້
ປະຈຸບັນນີ້ ບໍລິການຟຣີອີເມລຂອງ Yahoo ແມ່ນໃຫ້ເນື້ອທີ່ການໃຊ້ງານພຽງ 1GB, ສ່ວນ Gmail ບໍລິການຟຣີອີເມລຈາກ Google ແມ່ນ 2.8GB ໃນຂະນະທີ່ Microsoft ໃຫ້ເນື້ອທີ່ໃຊ້ງານ 2GB
ທີ່ມາ - Yahoo News [via]
ອືມ… ກໍ່ຫວັງວ່າ Gmail ຊິເຮັດແບບດຽວກັນ 
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
ໜັງສືພິມ El Diario ມີລາຍງານວ່າ ທາງການຂອງ Mexico ສັ່ງຫ້າມຮ້ານຄ້າທຸກແຫ່ງໃນລັດຂອງຕົນ ບໍ່ໃຫ້ຈັດຈຳໜ່າຍເກມ Tom Clancy’s Ghost Recon Advanced Warfighter 2 ຫລື GRAW2 ພາຍໃນລັດຢ່າງເດັດຂາດ
ເກມ GRAW2 ນັ້ນ ມີເນື້ອເລື່ອງສົມມຸດເກີດຂຶ້ນໃນປີ 2014 ໂດຍທີມ Ghost ຕ້ອງໄປປາບປາມຈາລະຈົນຊາວເມັກຊິກັນ ເຊິ່ງຈຸດນີ້ເອງທີ່ເຮັດໃຫ້ Reyes Baeza Terrazas ນາຍົກເທດສະມົນຕີຂອງເມືອງ Juárez ບໍ່ພໍໃຈເປັນຢ່າງຍິ່ງ ໂດຍເຫັນວ່າ ເກມນີ້ບໍ່ພຽງແຕ່ກ່າວຫາພົນລະເມືອງຂອງ Juárez ແຕ່ກ່າວຫາພົນລະເມືອງເມັກຊິກັນທັງປະເທດ
ທີ່ມາ - GameDrift [via]
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
ມີຂ່າວລືອອກມາວ່າ Leopard ອາດຈະຖືກເລື່ອນວັນວາງຈຳໜາຍໄປຊ່ວງເດືອນຕຸລາຄົມປີນີ້ ເຊິ່ງເປັນລາຍງານຈາກ DigiTimes
ໂດຍໄດ້ມີລາຍລະອຽດໃນຂ່າວລືວ່າ ທາງ Apple ກຳລັງປັບປຸງໃຫ້ Boot Camp ໃນ Leopard ນັ້ນ ສາມາດຮອງຮັບ Windows Vista ຢ່າງເຕັມປະສິດທິພາບ ກ່ອນການອອກວາງຈຳໜ່າຍ
ທີ່ມາ - TUAW
ບ້ານເຮົາໜ້ອຍທີ່ສຸດທີ່ຈະມີຄົນໃຊ້ Mac ກໍ່ເລີຍວ່າ ຂ່າວນີ້ບາງຄົນອ່ານແລ້ວອາດຈະບໍ່ຮູ້ເລື່ອງ 
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
HTW Electronics ບໍລິສັດຈາກຈີນໄດ້ກຽມເປີດຕົວ ຜະລິດຕະພັນໃຫມ່ຂອງບໍລິສັດ ເຊິ່ງທາງບໍລິສັດລະບຸວ່າ ເປັນໂທລະສັບມືຖືທີ່ສາມາດເຕີມພະລັງງານໄດ້ໂດຍໃຊ້ແສງອາທິດ! ໂດຍໄດ້ລະບຸວ່າ ຈະໃຊ້ເວລາປະມານ 25-40 ນາທີໃນການເກັບພະລັງງານໃຫ້ເຕັມ ແລະບໍ່ພຽງເທົ່ານັ້ນ ສຳຫຼັບໃນເວລາກາງຄືນທີ່ບໍ່ມີແສງຕາເວັ້ນ ກໍ່ຍັງສາມາດໃຊ້ທຽນປະມານ 5 ເຫຼັ້ມເພື່ອເປັນແຫລ່ງໃຫ້ພະລັງງານໄດ້ອີກ!
ເຖິງຢ່າງໃດກໍ່ຕາມ ຜູ້ໃຊ້ຕ້ອງໝັ່ນເອົາໂທລະສັບອອກມາຮັບແສງແດດຢູ່ສະເໝີ ໆ ຄົງຈະບໍ່ເໝາະສຳຫລັບຄົນທີ່ເກັບມືຖືໄວ້ໃນຖົງເສື້ອຖົງສົ້ງຕະຫລອດເວລາຢ່າງແນ່ນອນ ແລະສຳຫລັບລາຍລະອຽດຂອງລາຄາ ແມ່ນຍັງບໍ່ມີແຈ້ງອອກມາຢ່າງເປັນທາງການ ແຕ່ແຫລ່ງຂ່າວອ້າງວ່າ ຈະມີການເປີດຕົວໃນຊ່ວງເດືອນໜ້ານີ້
ທີ່ມາ - Crave
ອືມ… ຊົງຄືຊິແພງພິລຶກ - -”
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
Fujitsu ບໍລິສັດຜະລິດອຸປະກອນ IT ລາຍໃຫຍ່ຂອງຢິ່ປຸ່ນ ໄດ້ອອກຄອມພິວເຕີໂນ້ດບຸກຮຸ່ນໃຫມ່ ທີ່ໃຊ້ການເກັບຂໍ້ມູນໃນ Flash solid-state drive (SSD) ແທນ Harddisk drive ແບບເກົ່າ ເຊິ່ງໂນ້ດບຸກດັ່ງກາວນັ້ນຈະເປັນ Tablet PC ສອງຮຸ່ນ ຄື LifeBook P1610 ແລະ LifeBook B6210.
ໂດຍໃນໂມເດລ P1610 ຈະເປັນໂນ້ດບຸກທີ່ມີໜ້າຈໍສຳຜັດຂະໜາດ 8.9″, ໃຊ້ CPU ຂອງ Intel Core Solo 1.2GHz, ແຣມ 1GB ແລະມີລະບົບໄຣ້ສາຍ WiFi 802.11a/b/g, ໃຊ້ລະບົບປະຕິບັດການ Windows XP ຫຼື Windows Vista (ເລືອກໄດ້ຢ່າງດຽວ). ນອກຈາກນັ້ນທາງ Fujitsu ຍັງລະບຸວ່າ ລູກຄ້າສາມາດຈະສັ່ງໄດ້ວ່າ ຈະໃຊ້ harddisk drive ແບບເກົ່າ ຫຼືຈະໃຊ້ Flash solid-state drive ໃນການເກັບຂໍ້ມູນ ໂດຍມີຂະໜາດໃຫ້ເລືອກໃຊ້ສອງຂະໜາດຄື 16GB ແລະ 32GB ແລະຈະຕ້ອງເພີ່ມເງິນ $700 ແລະ $1200 ຫາກຕ້ອງການເລືອກໃຊ້ Flash solid-state drive ດັ່ງກ່າວ.
ສ່ວນໂມເດລ B6210 ຈະມີໜ້າຈໍໃຫຍ່ເຖິງ 12.1″ ສ່ວນລາຍລະອຽດອື່ນ ໆ ກໍ່ຄ້າຍກັບ P1610
ທີ່ມາ - The Tech Report
Flash solid-state drive (SSD) ເປັນການໃຊ້ໜ່ວຍຄວາມຈຳແບບ Flash ໃນການເກັບຂໍ້ມູນ ເຊິ່ງໜ່ວຍຄວາມຈຳປະເພດນີ້ມີຂໍ້ດີທີ່ວ່າ ມີຂະໜາດເບົາ, ມີຄວາມໄວໃນການເຂົ້າເຖິງສູງ, ທົນຕໍ່ແຮງກະແທກ, ແລະເກັບຮັກສາຂໍ້ມູນໄດ້ດີກວ່າ ແຕ່ເຖິງຢ່າງໃດກໍ່ຕາມ SDD ກໍ່ຍັງມີລາຄາທີ່ສູງຢູ່ຫລາຍເມື່ອທຽບກັບ Harddisk drive ແບບເກົ່າ ເຊິ່ງໝາຍຄວາມວ່າ ໃນບ້ານເຮົາຄົງຈະຍັງບໍ່ເປັນທີ່ແຜ່ຫລາຍໃນມໍ່ ໆ ນີ້ແນ່ນອນ
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »