bbPress ເປັນ Forum ທີ່ຂຽນໂດຍພາສາ PHP ມີລູກຫລິ້ນບໍ່ຄ່ອຍຫລາຍ ເນັ້ນໄປແນວໆ ຫລາຍກວ່າ (au8ust.org ກໍ່ໃຊ້) ມື້ນີ້ເພິ່ນອອກເວີ່ຊັ່ນໃຫມ່ ເປັນ v0.8 ພ້ອມຊື່ເວີ່ຊັ່ນວ່າ “Desmond” (ໃສ່ໄປຕາມສະໄຫມນິຍົມ) ຈຸດເດັ່ນໃນເວີໃຫມ່ນີ້ກໍ່ເຫັນຈະເປັນ Multiple theme support ທີ່ຫນ້າຈະມີມາແຕ່ດົນແລ້ວ
ນອກນັ້ນກໍ່ເພີ່ມຄວາມສາມາດໃນການ ລົບ Forum(s) ທີ່ບໍ່ຕ້ອງການອອກ ລວມເຖິງການໃຊ້ງານ Multibyte tag ແລະ Custom locations ຂອງ themes, plugins + config.php
ສາມາດອ່ານໄດ້ເພີ່ມເຕີມຈາກລິ້ງຄ໌
Source - bbPress Blog
au8ust.org
bbPress
ສອງມື້ກ່ອນມີຄົນຈາກ Laotel ເອົາໂຄສະນາ Internet Service ຈາກບໍລິສັດລາວໂທລະຄົມມາໃຫ້ຢູ່ຮ້ານ ເປັນ 1 ຍິງ ກັບ 1 ຊາຍ ມາຮອດບໍ່ເວົ້າບໍ່ວ່າຫຍັງ ຂຶ້ນຕົ້ນມາກໍ່ “ສະບາຍດີອ້າຍ” ແລ້ວກໍ່ຍື່ນແຜ່ນພັບໂຄສະນາໃຫ້ ແລ້ວກໍ່ປິ່ນຫລັງຫນີ
ເອົາມາອ່ານເບິ່ງ ປະກົດວ່າເປັນໂຄສະນາເກົ່າ ອອກແບບໃຫມ່ (ແບບດຽວກັບໃນເວັບລາວໂທລະຄົມ ແຕ່ອອກແບບໃຫມ່ ແລະມີຫລາຍອັນ) ອ່ານໄປອ່ານມາ ຄິດອອກວ່າ ມື້ນີ້ເງິນເດືອນອອກ ເລີຍວ່າຊິຕິດຕັ້ງ ADSL 256K ໄວ້ໃຊ້ ສ່ວນ 56K (ທີ່ຈ່າຍລ່ວງຫນ້າ 1 ປີ ໄປແລ້ວ) ກໍ່ຍົກໃຫ້ນ້າຊາຍຢູ່ວັງວຽງໃຊ້ແທນ. ປົງຕົກແລ້ວກໍ່ກິ໊ງໆ ໄປຫາ 101 Laotelecom Call Center ສະບາຍດີ… ສອບຖາມໄປ ເຂົາບອກໃຫ້ໂທໄປຖາມເບີ ADSL ໂດຍກົງ ວ່າແລ້ວກໍ່ໂທໄປ ໂທໄປຮອດ ບອກກັບມາວ່າ ຕ້ອງໂທໄປຖາມອີກເບີ ເພາະບໍ່ຮູ້ວ່າເຕັມຫລືຍັງ (ອ່າວ… ມີເຕັມອີກ) ເລີຍໂທໄປອີກເບີ (#3) ໂທໄປຮອດ ຖາມໆ ເບິ່ງ ເຂົາຕອບວ່າ ມັນເຕັມແລ້ວ :shock:
ຕ້ອງຖ້າຕົ້ນເດືອນຫນ້າ ບາງທີຈະມີເຂົ້າມາໃຫມ່… ໃຫ້ໄປຍື່ນແບບຟອມປະໄວ້ ຖ້າມາຕອນໃດ ກໍ່ຊິໄປຕິດຕັ້ງໃຫ້…
ສະຫລຸບແລ້ວ ເຖິງມີເງິນກໍ່ຢ່າຫວັງວ່າຊິໄດ້ໃຊ້ ADSL ໃນຫລວງພະບາງ :razz:
au8ust.org
Internet, Laos, Talks
ທາງ Mozilla ເອົາ Gran Paradiso Alpha 2 ໄປໄວ້ໃນ FTP ແບບງຽງຊຽບ ຖ້າສົນໃຈຢາກດາວໂຫລດ ກໍ່ຄລິກເລີຍ
Gran Paradiso Alpha 2 ຈະອັພເດທ Gecko ໄປໃຊ້ v1.9 Alpha 2 ເຊິ່ງຈະສົ່ງຜົນໃຫ້ໃນ 3a2 ຈະບໍ່ສາມາດໃຊ້ງານຮ່ວມກັບ win9x ໄດ້ອີກ ລວມເຖິງ mac os x 10.2. ຖ້າໃຜຢາກທົດສອບ Gecko Engine ກໍ່ໂຫລດໄດ້ ແຕ່ຖ້າໃຜສົນໃຈ Stability ກໍ່ຖ້າຕໍ່ໄປ
Release notes
Source - Neowin
au8ust.org
Beta, Firefox, OpenSource, Software, Web Browser
ເຜີແປ໊ບດຽວ… ອີຕາຈອນປ່ອຍ LaoScript ເວີ່ຊັ່ນ 7 ຕົວທົດສອບອອກມາແລ້ວ ໃນເວັບເພິ່ນບອກວ່າ ປັບປຸງໃຫ້ສາມາດໃຊ້ງານໄດ້ດີກັບ Windows Vista ເພາະວ່າ ຕົວເກົ່າ 6.04 ມັນມີປັນຫາເລື່ອງ Keyboard mapping ທີ່ໄປຊົນກັບລະບົບຮັກສາຄວາມປອດໄພໃນ Vista ນອກຈາກນັ້ນກໍ່ມີພວກ minor conflicts ໃນ Vista
LaoScript for Windows v7.0 ຕົວໃຫມ່ນີ້ ສາມາດໃຊ້ງານໄດ້ກັບ Windows 2000, 2003, XP, Vista ເທົ່ານັ້ນ ພວກ 9x ອົດ ແລ້ວກໍ່ຕ້ອງໃຊ້ Microsoft Office 2002, XP, 2003 ແລະ 2007 ເທົ່ານັ້ນ ເກົ່າກວ່ານີ້ ເປັນອັນໃຊ້ບໍ່ໄດ້ ແລະມີອີກຢ່າງຫນຶ່ງຄື ຈະຕ້ອງມີ License key ໃຫມ່ ຈະໃຊ້ພວກເກົ່າບໍ່ໄດ້ອີກ
ສຳຫລັບໃຜທີ່ໃຊ້ Windows Vista ແລະຕ້ອງການຈະໃຊ້ features ຂອງ LaoScript ເຊັ່ນ Lao menu Add-Ins, Lao spell-checking, Lao find/replace, Sorting ແລະ Romanization ກໍ່ແນະນຳໃຫ້ໃຊ້ LaoScript 7.0 ແຕ່ຖ້າຊິເອົາແບບພາສາລາວພໍໃຫ້ໃຊ້ໄດ້ ຮັບສົ່ງເມລໄດ້ ອ່ານເວັບພາສາລາວໄດ້ ພິມລາວໄດ້ ແບບນີ້ກໍ່ໃຊ້ພາສາລາວ ທີ່ມາກັບ Windows Vista ກໍ່ເຫລືອຢູ່ເຫລືອກິນແລ້ວ
ສາມາດດາວໂຫລດ LaoScript for Windows 7.0b ໄດ້ຈາກ ຫນ້ານີ້
Source - LaoScript.net
au8ust.org
Beta, Laos, Software
ເຫັນໃນ Reddit ເລີຍເອົາມາແປແປະໄວ້ ເຜື່ອວັນຫນ້າອາດໄດ້ໃຊ້ ເປັນວິທີໃຊ້ Windows ໃນ Ubuntu ຜ່ານໂປຣແກຣມ Vmware Player
ຂັ້ນທຳອິດ ໃຫ້ຕິດຕັ້ງ Vmware Player ກ່ອນ ທາງບົດຄວາມຕົ້ນສະບັບເພິ່ນແນະນຳໃຫ້ຕິດຕັ້ງຜ່ານໂປຣແກຣມ Automatix ເຊິ່ງຈະເພີ່ມຄວາມສະດວກສະບາຍໃຫ້ກັບຜູ້ໃຊ້ທົ່ວໄປໄດ້ດີ
ຖັດຈາກນັ້ນ ກໍ່ມາເບິ່ງວ່າ ຊິ mount windows installation ມາໃຊ້ແນວໃດ… ມີສອງວິທີ:
- Vmware Conventer - ວິທີນີ້ ມັນຈະ convert physical partition ທີ່ເຮົາລງ Windows ໄວ້ ໄປເປັນ partition image ເພື່ອໃຊ້ໃນ Vmware Player ເຊິ່ງຕ້ອງເສັຍເນື້ອທີ່ໃນ HDD ເທົ່າກັນກັບ partition ທີ່ລົງ Windows ໄວ້
- ໃຫ້ Vmware Player ດຶງຂໍ້ມູນຈາກ partition ທີ່ລົງ Windows ມາໃຊ້ໂດຍກົງເລີຍ
ອ່ານລາຍລະອຽດວິທີເຮັດໄດ້ຈາກ AdviceSource.org
au8ust.org
Ubuntu

ຊ່ວງຫລັງໆນີ້ ASUS ເຂົ້າມາບຸກຕະຫລາດມືຖືຫລາຍຂຶ້ນເລື້ອຍໆ (ແຕ່ປານນັ້ນບ້ານເຮົາຍັງຄົງນິຍົມ i-mobile ຕໍ່ໄປ~) ແລະຫລ້າສຸດ ASUS ບໍລິສັດ IT ຍັກໃຫຍ່ຈາກໄຕ້ຫວັນກໍ່ໄດ້ເປີດຕົວໂທລະສັບມືຖືລຸ້ນໃຫມ່ Asus J501 ອອກມາ
ASUS J501 ມີຫນ້າຈໍຂະຫນາດ 2.2″ QVGA ພ້ອມສີ 260,000 ສີ ຫນ້າຈໍເປັນແບບ TFT-LCD ສາມາດຮອງຮັບຄວາມລະອຽດເຖິງ 240×320, ຕິດກ້ອງຂະຫນາດສອງລ້ານພິເຊລ ມີ auto-focus, ມີ FM, ມີ built-in mem 5MB ສາມາດໃສ່ MicroSD card ເພີ່ມເຕີມໄດ້, ບັນທຶກສຽງສົນທະນາໄດ້, ເວລາສະແຕນບາຍສູງສຸດກວ່າ 200 ຊົ່ວໂມງ, ສົນທະນາຕໍ່ເນື່ອງ 2.2 ເຖິງ 5 ຊົ່ວໂມງ ແລະໃນສ່ວນຂອງ Software ນັ້ນ J501 ກໍ່ຮອງຮັບ Skype ຜ່ານ Bluetooth (ຫນ້າຈະເປັນວ່າ ໃຫ້ PC ເຊື່ອມຕໍ່ Skype ແລ້ວ Brigde ຫາ J501 ?) ພ້ອມທັງການສະລັບການ ໃຊ້ງານລະຫວ່າງ GSM ກັບ Skype
Source - UnWierd View
ເບິ່ງ features ໂດຍລວມແລ້ວ ກໍ່ຍັງບໍ່ມີຫຍັງຫນ້າປະທັບໃຈ ຍົກເວັ້ນຫາກວ່າລາຄາຖືກ :wink:
au8ust.org
ASUS, Cellphone

Keyboard ພະລັງງານແສງອາທິດຈາກ Genius ທີ່ເບິ່ງແລ້ວບໍ່ຮູ້ວ່າ ມັນຊິຊ່ວຍປະຫຍັດໄດ້ຊ່ຳໃດ -_-”
ຊື່ເຕັມໆຂອງມັນຄື Genius SlimStar 820 ຜະລິດໂດຍບໍລິສັດ Genius ທີ່ຫລາຍໆ ຄົນຄຸ້ນຫູກັນດີ ຕົວຄີບອຣ໌ດ ຈະສາມາດໃຊ້ໄດ້ທັງພະລັງງານຈາກແສງອາທິດ ແລະຈາກ USB interface ທົ່ວໆໄປ …ເຂົ້າໃຈວ່າ ຫາກມີການໃຊ້ຄີບອຣ໌ດແບບນີ້ຈັກປະມານ ເຄິ່ງໂລກ ກໍ່ອາດຈະຊ່ວຍປະຫຍັດຄ່າໄຟໄປໄດ້ຫລາຍເຕີບ
Source - UberGizmo [via Shiny Shiny]
au8ust.org
Hardware, SolarPowered

ເກມນີ້ບ້ານເຮົາບໍ່ຄ່ອຍມີໃຜຮູ້ຈັກປານໃດ ເພາະໃນຈຳພວກເກມວາງແຜນແລ້ວ ມີແຕ່ຄົນຫລິ້ນ C&C Series ກັບ WarCraft III ເປັນສ່ວນຫລາຍ ພວກເກມອື່ນ ໃນປະເພດດຽວກັນບໍ່ຄ່ອຍມີໃຜຫລິ້ນ ອາດຈະເປັນເພາະຮູບແບບການຫລິ້ນ ຫລືເພາະ Spec ເຄື່ອງກໍ່ໄດ້ ແຕ່ວ່າ ສຳຫລັບ Supreme Commander ນີ້ ຢາກໃຫ້ຂາເກມຄອມທັງຫລາຍ ທົດລອງດາວໂຫລດເດໂມຂະຫນາດ 1GB ໄປລອງຫລິ້ນເບິ່ງ ຮັບຮອງວ່າບໍ່ຜິດຫວັງ (ຖ້າ spec ຫລິ້ນໄດ້
)
Supreme Commander ເປັນເກມແນວວາງແຜນແບບ real-time ທີ່ພັດທະນາໂດຍ Gas Powered Games ແລະມີກຳຫນົດການວາງຈຳຫນ່າຍໃນທ້າຍເດືອນນີ້ ໂດຍໃນເດໂມຈະມີໂຫມດ Single player ແລະ Skirmish ໃຫ້ຫລິ້ນ ສາມາດດາວໂຫລດໄດ້ຈາກລິ້ງຄ໌ນີ້
Source - Shakenews
au8ust.org
Gaming
Winamp ອອກ Beta version ໃຫມ່ອອກມາເປັນ v5.33 build 1079 ໂດຍໄດ້ມີການປັບປຸງແລະແກ້ໄຂ ຄວາມຜິດພາດຕ່າງໆ ໃນເວີຊັ່ນກ່ອນຫນ້ານີ້ພໍສົມຄວນ ທ່ານໃດສົນໃຈໃຊ້ beta stuff ກໍ່ສາມາດໂຫລດມາໃຊ້ໄດ້ທັນທີ ຫລືອາດຈະຖ້າ Final ອອກມາກໍ່ໄດ້ ເພາະບໍ່ມີ security fix ແຕ່ຢ່າງໃດ
ດາວໂຫລດ (ແນະນຳໃຫ້ໂຫລດ Pro. ver.):
Source - Neowin
au8ust.org
Beta, Software
ຄວາມຄິດເຫັນຫຼ້າສຸດ