Feb
22nd

Intel ແລະ Nokia ລົ້ມເລີກແຜນການ 3G Module ສຳຫລັບ Notebook

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 416 ຄັ້ງ

ແຜນການທີ່ທາງ Intel ແລະ Nokia ເຄີຍປະກາດໃນຊ່ວງປີ 2549 ວ່າ ຈະຮ່ວມມືກັນອອກແບບ ແລະພັດທະນາ HSDPA (High-Speed Downlink Packet Access) module ສຳຫລັບຄອມພິວເຕີໂນ໊ດບຸກນັ້ນ ຫລ້າສຸດທັງສອງຝ່າຍ ໄດ້ອອກມາປະກາດອີກຄັ້ງຫນຶ່ງວ່າ ແຜນການຄວາມຮ່ວມມືດັ່ງກ່າວ ຖືກຍົກເລີກໄປແລ້ວ ແຕ່ເຖິງຢ່າງໃດກໍ່ຕາມ ທາງ Nokia ກໍ່ໄດ້ອອກມາຖະແຫລງການວ່າ HSDPA module ນັ້ນ ຍັງຄົງມີການພັດທະນາຢູ່ຕໍ່ໄປ ເຖິງແມ່ນວ່າຈະຍັງບໍ່ມີການຕັດສິນໃຈ ທີ່ຈະນຳອອກມາຜະລິດ ເຜື່ອຈັດຈຳຫນ່າຍໃນເຊີງການຄ້າກໍ່ຕາມ

ໂດຍເຫດຜົນຫລັກຂອງການຍົກເລີກຄັ້ງນີ້ ທັງສອງບໍລິສັດໄດ້ອອກມາໃຫ້ຂໍ້ມູນພຽງວ່າ ຜະລິດຕະພັນດັ່ງກ່າວນັ້ນ ບໍ່ສາມາດໃຫ້ຜົນກຳໄລທາງການຄ້າພຽງພໍ –ບໍ່ຄຸ້ມຄ່າໃນການລົງທຶນ

HSDPA module ສຳຫລັບຄອມພິວເຕີໂນ໊ດບຸກທີ່ທັງສອງບໍລິສັດ ເຄີຍປະກາດຈະຮ່ວມກັນພັດທະນານັ້ນ ຈະເຮັດໃຫ້ຜູ້ໃຊ້ງານສາມາດ ໃຊ້ອິນເຕີເນັດຄວາມໄວສູງໄດ້ຜ່ານລະບົບເຄືອຂ່າຍ 2.5G (EDGE) ແລະ 3G (CDMA-2000/WCDMA) ໂດຍບໍ່ຕ້ອງຕິດຕັ້ງຮາດແວຣ໌ເພີ່ມເຕີມແຕ່ຢ່າງໃດ

ທີ່ມາ - X-bit labs [via Neowin.net]

Feb
22nd

JLC’s Internet TV 1.0 Beta 5

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 405 ຄັ້ງ

ໂປຣແກຣມຟຣີທີວີ ສາມາດຮັບຊົມໂທລະທັດຈາກທົ່ວໂລກຟຣີ ບໍ່ມີຄ່າໃຊ້ຈ່າຍ ຕົວໂປຣແກຣມສາມາດຄົ້ນຫາ ຊ່ອງຕ່າງໆ ໄດ້ກວ່າພັນຊ່ອງ ແລະມີລະບົບອັບເດທຊ່ອງຕ່າງໆ ແບບອອນໄລນ໌ໃນໂປຣແກຣມເອງ ມີທັງຊ່ອງທີ່ໃຊ້ Windows Media Player ແລະ Real Player ອີກທັງໂປຣແກຣມສາມາດໃຊ້ງານໄດ້ທັນທີ ໂດຍບໍ່ຕ້ອງຕິດຕັ້ງ

ທີ່ມາ​ - Neowin.net

Feb
18th

Microsoft’s Digital Ice House

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 797 ຄັ້ງ


Video: Microsoft Canada’s Digital Ice House

Feb
18th

Gmail Theater: Why Use Gmail?

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 383 ຄັ້ງ

Technorati Tags: Gmail, Google, Email, Why use Gmail, YouTube, Video, ຈີເມລ, au8ust.org

Feb
18th

ທີ່ສຸດແຫ່ງ Interface ໃນອະນາຄົດ!

ໃນໝວດ au8ust.org | 2 ຄວາມຄິດເຫັນ | ຄົນອ່ານ 1,011 ຄັ້ງ

ໃນໂລກນີ້ ນອກຈາກຈະມີ UI ແປກໆ ພິດສະດານ  ແບບຂອງ Jeff Han ແລ້ວ ກໍ່ຍັງມີອີກຫລາຍໆ ອັນທີ່ຖືກຄິດຄົ້ນຂຶ້ນມາ ບໍ່ວ່າຈະເປັນພຽງ Concept ຫລືຖືກພັດທະນາໄປແດ່ແລ້ວກໍ່ຕາມ ມື້ນີ້ມີອີກ 4 ແບບມາໃຫ້ເບິ່ງ

ຂໍແປະໆ ໄວ້ໃຫ້ກົດເບິ່ງກັນເອງລະກັນ :P

(more…)

Feb
17th

Silent Hill… Arcades!

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 306 ຄັ້ງ

Silent Hillພາກໃຫມ່ຂອງເກມສະຫຍອງຂວັນ ທີ່ອາດຈະບໍ່ສະຫຍອງຂວັນອີກຕໍ່ໄປ ເມື່ອ Konami ຈະສ້າງ Silent Hill ລົງເຄື່ອງເກມ Arcade ຫລືທີ່ບ້ານເຮົາເອີ້ນກັນວ່າ “ເກມຕູ້” ໂດຍຈາກພາບ ຈະເຫັນວ່າ ຕົວເກມຈະປ່ຽນຮູບແບບຈາກແນວ Adventure ມາເປັນ Shooting ເຂົ້າໃຈວ່າ ອາດຈະຄ້າຍໆກັບ Gun Survival ຫລື the House of the Dead ປະມານນັ້ນ

ສຳຫລັບລາຍລະອຽດຂອງພາກໃຫມ່ ຍັງບໍ່ທັນຖືກເປີດເຜີຍແຕ່ຢ່າງໃດ ຄິດວ່າ ອີກຈັກຫນ່ອຍ ຄົງຈະມີຂໍ້ມູນທະຍອຍອອກມາ

Silent Hill ເປັນເກມແນວ Adventure ທີ່ມີຈຸດເດັ່ນ ທີ່ເນື້ອຫາຂ້ອນຂ້າງຊັບຊ້ອນ (ແລະຊັບສົນ) ຂອງຕົວເກມ ໂດຍເກມນີ້ມີອອກມາ ຄັ້ງທຳອິດສຳຫລັບ Sony’s PlayStation ແລະ ພາກສອງ ພາກສາມ ພາກສີ່ ສຳຫລັບ PlayStation 2 ກັບ ພາກ Original ລົງໃຫ້ເຄື່ອງ PSP ແລະນອກຈາກນັ້ນ ຍັງເຄີຍຖືກສ້າງເປັນຫນັງອີກ

ທີ່ມາ - 1Up

Feb
17th

NVIDIA’s GoForce 5500 for mobile platform!

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 534 ຄັ້ງ

GoForce 5500 ຫນຶ່ງໃນຜະລິດຕະພັນທີ່ຖືກນຳໄປວາງສະແດງໃນງານ 3GSM World Congress 2007 ທີ່ຜ່ານມາ ຖ້າມັນຖືກໃຊ້ໃນ Desktop PC ກໍ່ຄົງຈະເປັນເລື່ອງທຳມະດາໆ ແຕ່ມັນຈະສ້າງຄວາມໂດດເດັ່ນເປັນພິເສດເມື່ອມັນມາຢູ່ໃນ​ “ມືຖື” ເຄື່ອງນ້ອຍໆ ໃນມືທ່ານ ເພາະ GoForce 5500 ຈະເປັນຂຸມພະລັງອັນຫາທີ່ປຽບບໍ່ໄດ້ (ໃນຕອນນີ້ :P ) ຕິດຕາມຕໍ່ຈາກວິດີໂອ…

ທີ່ມາ - Engadget Mobile

Feb
17th

ນ້ຳຫນັກເກີນ? Wii ຊ່ວຍໄດ້!

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 286 ຄັ້ງ

Nintendo Wiiຜົນການວິໄຈຫລ້າສຸດຈາກມະຫາວິທະຍາໄລລິເວີພູລ ເຜີຍວ່າ ການຫລິ້ນເກມຈາກເຄື່ອງເກມ Nintendo Wii ໂດຍໃຊ້ Wii Moteເຊິ່ງເປັນເກມຄອນໂທຣເລີ ສຳຫລັບຄວບຄຸມເກມແບບໃຫມ່ໂດຍໃຊ້ລະບົບ Motion Sensor ນັ້ນ ຈະສາມາດຊ່ວຍໃຫ້ຜູ້ຫລິ້ນ ເຜົາຜານແຄລລໍຣີ່ໃນຮ່າງກາຍໄດ້ເຖິງ 156% ໃນຂະນະທີ່ເກມຄອນໂທຣເລີແບບເກົ່ານັ້ນ ເຮັດໄດ້ພຽງ 60%

ຫາກໃນຫນຶ່ງສັບດາ ເຮົາໃຊ້ເວລາຫລິ້ນເກມປະມານ 12 ຊົ່ວໂມງ ກໍ່ຈະສາມາດຫລຸດນ້ຳຫນັກໄດ້ 1 ກິໂລຕໍ່ເດືອນ ຫລື 12 ກິໂລຕໍ່ປີ!!

Wii ເປັນເຄື່ອງເກມຈາກ Nintendo ທີ່ເນັ້ນຫນັກໄປທາງ Activity ໃນການຫລິ້ນເກມ ຜູ້ຫລິ້ນຈະຕ້ອງເຄື່ອນໄຫວຮ່າງກາຍ ເພື່ອຄວບຄຸມຕົວລະຄອນໃນເກມນັ້ນໆ ຢ່າງເຊັ່ນວ່າ ເກມເທັນນິສ ຜູ້ຫລິ້ນກໍ່ຕ້ອງທຳທ່າຕີໄມ້ເທັນນິສ ເພື່ອໃຫ້ຕົວລະຄອນໃນເກມເຄື່ອນໄຫວນຳ ໂດຍເຄື່ອງເກມ Wii ນີ້ມີລາຄາຢູ່ທີ່ປະມານ $250

ທີ່ມາ - The Sun [via MaxConsole]