Feb
22nd

ຂໍ້ຢຸດຕິລະຫວ່າງ Apple ແລະ Cisco ມາເຖິງແລ້ວ

ໃນໝວດ au8ust.org | ໑ ຄວາມຄິດເຫັນ | ຄົນອ່ານ 452 ຄັ້ງ

ຫລັງຈາກເປັນປະເດັນໃຫ້ຖົກຖຽງກັນຢູ່ຫວ່າງຫນຶ່ງ ເລື່ອງຊື່ຂອງ iPhone ໃນທີ່ສຸດ ຂໍ້ຢຸດຕິລະຫວ່າງຄວາມຂັດແຍ້ງຂອງສອງບໍລິສັດ ກໍ່ຖືກແກ້ໄຂ ໂດຍທັງສອງຝ່າຍ ຄືທາງ Apple Inc. ແລະ Cisco Inc. ໄດ້ຕົກລົງກັນທີ່ຈະໃຊ້ຊື່ iPhone ຮ່ວມກັນໄດ້ ໂດຍບໍ່ມີການຟ້ອງຮ້ອງກັນທາງກົດຫມາຍ

ນອກຈາກນັ້ນ ກໍ່ຍັງຈະມີການຮ່ວມງານກັນໃນສ່ວນຂອງ ລະບົບຄວາມປອດໄພ ແລະຜູ້ໃຊ້ບໍລິການນຳ

ຊື່ iPhone ນັ້ນ ໃນສະໄຫມທຳອິດ ເປັນຂອງບໍລິສັດ Infogear ເຊິ່ງມີສິດໃນຊື່ນີ້ມາຫລາຍປີ ແຕ່ຕໍ່ມາ Cisco ໄດ້ຊື້ບໍລິສັດດັ່ງກ່າວ ແລະໄດ້ຊື່ນີ້ມາຄອບຄອງ ແລະອອກສິນຄ້າກ່ຽວກັບ VOIP ໃນຊື່ iPhone ໃນເວລາຕໍ່ມາ ຈົນມາເຖິງງານ CES 2007 ທາງ Apple ໄດ້ເປີດຕົວ iPhone –ມືຖື Multimedia ຈາກ Apple ອອກມາ ແລະກໍ່ມາຊົນກັບຊື່ iPhone ຈາກ Cisco ຈົນເປັນຂ່າວກັນຂຶ້ນມາ

ທີ່ມາ - Yahoo! News [via Neowin.net]

Feb
22nd

GSpot v2.70

ໃນໝວດ au8ust.org | ໑ ຄວາມຄິດເຫັນ | ຄົນອ່ານ 321 ຄັ້ງ

ອ່າ… ໂປຣແກຣມປະເພດ Utilities ອີກຕົວທີ່ຫນ້າສົນໃຈ ໃຊ້ໄວ້ສຳຫລັບກວດສອບວ່າໄຟລ໌ຫນັງປະເພດ AVI ໃດຫນຶ່ງນັ້ນ ເຂົ້າລະຫັດດ້ວຍຫຍັງ ປະມານວ່າ ເປັນ CODEC Identification ກໍ່ວ່າໄດ້ ໂດຍຄວາມສາມາດຫລັກໆ ກໍ່ມີ ການກວດສອບໄຟລ໌ AVI ແລະບອກ CODEC ທີ່ຕ້ອງໃຊ້ໃນການເປີດ, ກວດສອບວ່າມີ CODEC ທີ່ຕ້ອງໃຊ້ຕິດຕັ້ງໃນເຄື່ອງເຮົາແລ້ວບໍ່ ເປັນຕົ້ນ

ໃນເວີຊັນໃຫມ່ນີ້ ສາມາດໃຊ້ງານໄດ້ກັບ Windows Vista (32-bit), ຮອງຮັບໄຟລ໌ MOV ແລະ WMV (not fully complete), ຮອງຮັບ Extended MP4 ແລະແກ້ໄຂບັ໊ກຕ່າງໆໃນເວີຊັນກ່ອນ

ທີ່ມາ - Neowin.net

Feb
22nd

ຄິວບາ ຫັນໄປໃຊ້ຊອຟແວຣ໌ລະບົບເປີດ

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 269 ຄັ້ງ

ບັນດາກະຊວງຕ່າງໆ ຂອງລັດຖະບານຄິວບາ ເລີ່ມທີ່ຈະຍ້າຍລະບົບຊອຟແວຣ໌ຂອງຕົນ ໄປໃຊ້ລະບົບ Opensource Software ຫລື ຊອຟແວຣ໌ລະບົບເປີດຫລາຍຂຶ້ນ ຈາກທີ່ກ່ອນຫນ້ານີ້ ແມ່ນໃຊ້ຊອຟແວຣ໌ຈາກ Microsoft ເປັນສ່ວນໃຫຍ່ ໂດຍໃນຂະນະນີ້ ລະບົບພາສີຂອງຄິວບາ ໄດ້ປ່ຽນໄປໃຊ້ Linux ເປັນທີ່ຮຽບຮ້ອຍແລ້ວ ແລະ ກະຊວງວັດທະນາທຳ, ກະຊວງການສື່ສານ, ກະຊວງການສຶກສາຂັ້ນສູງ (higher education ແປວ່າຫຍັງເກາະ? ລືມໆ) ກໍ່ຈະດຳເນີນການຕາມໃນໄວໆ ນີ້

ທີ່ມາ - News.com [via Neowin.net]

ຖ້າລັດຖະບານລາວເຮົາກໍ່ຈະເລີ່ມມາສົນໃຈກັບ Opensource ກັນຈິງຈັງແດ່ກໍ່ຫນ້າຈະດີເນາະ :)

Feb
22nd

FFDShow MPEG-4 Video Decoder 20070221 rev952

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 305 ຄັ້ງ

ເວີຊັນໃຫມ່ຂອງໂປຣແກຣມຖອດລະຫັດໄຟລ໌ສຽງ ໄຟລ໌ພາບ ສະຫນັບສະຫນຸນຫລາກຫລາຍຟໍແມັທ ໃຊ້ງານງ່າຍ ຕົວເລືອກກໍ່ຫລາຍ ແຕ່ຄົນຮູ້ຈັກ (ແລະບໍ່ຮູ້ຈັກ)ສ່ວນຫລາຍເຂົາບອກເຂົາໃຊ້ K-Lite ຫລາຍກວ່າ ແຕ່ຢ່າເຂົາ ເຮົານິຍົມ FFDShow ;)

ສາມາດດາວໂຫລດໄດ້ຈາກ ທີ່ນີ້

Feb
22nd

ປາກກາສາຍລັບ!

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 375 ຄັ້ງ

spypen.jpgປາກກາສາຍລັບລາຄາ $60 ພ່ວງຄວາມສາມາດທີ່ຮູ້ແລ້ວບໍ່ຈັກຊິແກວ່ງຫົວ ຫລືຕອດຫົວດີ ປາກກາທີ່ວ່ານີ້ ມີຫນ່ວຍຄວາມຈຳພຽງ 2MB ພຽງພໍທີ່ຈະຖ່າຍພາບຂະຫນາດ 160×120 ໄດ້ 36 ພາບ ຫນ້າຈະເຫມາະສຳຫລັບ ນຳໄປໃຊ້ໃນງານທີ່ບໍ່ອະນຸຍາດໃຫ້ຖ່າຍພາບໄດ້ (ນັ່ນ!! ມີແນະນຳອີກ)

ຕົວປາກກາ ຈະມີຟັງຊັນບອກຈຳນວນພາບຖ່າຍເປັນສຽງພ້ອມ ແລະເມື່ອຊື້ ກໍ່ຈະມີສາຍ serial cable (RS-232) ແຖມມາພ້ອມ ເພື່ອໃຊ້ໃນການດາວໂຫລດຮູບພາບ ເກັບລົງໃນເຄື່ອງ ຖ້າໃຜສົນໃຈ ກໍ່ຕິດຕາມລິງຄ໌ໄດ້ເລີຍ :cool:

ທີ່ມາ - GadgetUniverse [via Crave]

Feb
22nd

Mimoco Artist Series 2007 USB keys

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 308 ຄັ້ງ

usb.jpgUSB Flash Drive ຈາກ Mimoco ທີ່ເນັ້ນໄປທາງຮູບລັກຂອງຕົວຜະລິດຕະພັນ ໂດຍທາງ Mimoco ໄດ້ອອກສາມແບບໃຫມ່ອອກມາ ແລະເປັນ Limited Edition –ມີພຽງ 2000 ອັນໃນໂລກ ໂດຍມີຂະຫນາດ ຄວາມຈຸຕັ້ງແຕ່ 512MB, 1GB, 2GB ແລະ 4GB

ທີ່ມາ - JoshSpear [via Shiny Shiny]

ເສັຍດາຍບໍ່ມີ Credit card ບໍ່ຊັ້ນອາດຈະສັ່ງຊື້ອັນຂວາສຸດ  :razz:

Feb
22nd

L77 ກ້ອງຊູມ 7 ເທົ່າຈາກ Samsung

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 218 ຄັ້ງ

Samsung L77 ກ້ອງດິຈິຕອລລຸ້ນໃຫມ່ຈາກທາງ Samsung ທີ່ມີຈຸດເດັ່ນຫລັກຄື ຕົວກ້ອງ ທີ່ມີຂະຫນາດນ້ອຍ ແຕ່ເຕັມໄປດ້ວຍຄວາມສາມາດ ລະບົບຊູມແບບອອບຕິຄອລ ສູງເຖິງ 7 ເທົ່າ ແລະມາພ້ອມຄວາມລະອຽດພາບຖ່າຍສູງສຸດທີ່ 7 ລ້ານພິກເຊລ

ນອກຈາກລະບົບຊູມ ແລະຄວາມລະອຽດພາບແລ້ວ ທາງຊັມຊຸງ ກໍ່ຍັງໄດ້ໃສ່ Advanced Shake Reduction Technology ເພື່ອໃຫ້ພາບມີຄວາມສັ່ນໄຫວນ້ອຍທີ່ສຸດ ລວມໄປເຖິງ Sensor ຂອງກ້ອງທີ່ອອກແບບມາ ເພື່ອໃຫ້ຮັບຮອງກັບ ການຖ່າຍພາບໃນທີ່ມືດ ແລະພາບທີ່ມີຄວາມໄວສູງ L77 ຍັງສາມາດຖ່າຍພາບເຄື່ອນໄຫວ ທີ່ມີຄວາມລະອຽດລະດັບ VGA ເຟຣມເຣທສູງເຖິງ 30fps ບັນທຶກລົງໃນຟໍແມັທ MPEG-4

ທາງຊັມຊຸງ ຈະມີແຜນການວາງຕະຫລາດກ້ອງລຸ້ນໃຫມ່ນີ້ ໃນຊ່ວງເດືອນເມສາປີນີ້ ໂດຍມີລາຄາປະມານ​ $400

ທີ່ມາ - Crave

Feb
22nd

ເສດຖີຈາກ Yahoo! ບໍລິຈາກ $75 ລ້ານໃຫ້ກັບມະຫາວິທະຍາໄລສແຕນດ໌ຟອຣ໌ດ

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 300 ຄັ້ງ

ເຈີຣີ່ ຢາງ ໃນຖານະຜູ້ຮ່ວມກໍ່ຕັ້ງເວັບ Yahoo.com ຕັດສິນໃຈຈະບໍລິຈາກເງິນກ້ອນໃຫຍ່ ເປັນຈຳນວນເຖິງ $75 ລ້ານ ໃຫ້ກັບມະຫາວິທະຍາໄລສະແຕນດ໌ຟອຣ໌ດ –ມະຫາວິທະຍາໄລທີ່ລາວຈົບການສຶກສາມາ ໂດຍທາງມະຫາວິທະຍາໄລດັ່ງກ່າວ ຈະໄດ້ນຳເງິນມາແບ່ງເປັນສາມສ່ວນ ຄື

  1. $50 ລ້ານທຳອິດ ຈະນຳມາສ້າງສູນວິໄຈກ່ຽວກັບສະພາບແວດລ້ອມ ເຊິ່ງຄາດວ່າຈະແລ້ວເສັດພາຍໃນທ້າຍປີນີ
  2. $5 ລ້ານຕໍ່ມາ ຈະໃຊ້ສ້າງສູນເຝິກອົບຮົມນັກສຶກສາແພດ ມີພື້ນທີ່ການກໍ່ສ້າງເຖິງ 120,000 ຕາລາງຟຸດ
  3. ແລະສຳຫລັບ $20 ລ້ານທີ່ເຫລືອນັ້ນ ຍັງບໍ່ເປັນທີ່ແນ່ຊັດ ວ່າຈະເອົາໄປໃຊ້ໃນສ່ວນໃດ

ເຈີຣີ່ ຢາງ ເປັນຫນຸ່ມໄຕ້ຫວັນ-ອາເມລິກາ ເກີດໃນປີ 1968 ເປັນຫນຶ່ງໃນຜູ້ຮ່ວມກໍ່ຕັ້ງ Yahoo! Inc. ເວັບຄົ້ນຫາອັນດັບຕົ້ນໆ ຂອງໂລກ ມີສັບສິນໃນຄອບຄອງເຖິງ $2.4 ພັນລ້ານໃນປີ 2006 ແລະເປັນບຸກຄົນທີ່ລວຍເປັນອັນດັບທີ່ 317 ຂອງໂລກ

ທີ່ມາ - MSNBC [via Neowin.net]

ຖ້າລວຍໆ ແບບນັ້ນ ກໍ່ຊິບໍລິຈາກຄືກັນ :razz: