໑. GameRunner
ຫລິ້ນໄປພ້ອມ ອອກກຳລັງກາຍໄປພ້ອມ 😛
໒. SIXAXIS Model Plane Controller
[youtube gIlhhBVr8Fk]
ເປັນເກມຄອນໂທລເລີຮູບຮ່າງເປັນເຄື່ອງບິນຂະຫນາດນ້ອຍ ມີລະບົບ motion-controlled ໃນຕົວ ເຂົ້າໃຈວ່າ ເອົາມາຈັບບິນໄປບິນມາແບບເດັກນ້ອຍຫລິ້ນເຄື່ອງຫລິ້ນ o_O!
໓. World’s Largest NES Controller
[youtube ReIQ-AoWT-w]
ໂອ… Classic never dies ແທ້ໆ ເປັນມືເກມແຟມິຄອມທີ່ໃຫຍ່ທີ່ສຸດໃນໂລກ ໃຊ້ທຶນສ້າງກວ່າ $400 ແຕ່ມັນຈະໃຊ້ແນວໃດ ຕ້ອງກົດເບິ່ງເອົາໃນວີດິໂອ
໔. Pachi-Slot Controller
ອັນນີ້ບໍ່ບອກກໍ່ບໍ່ຮູ້ວ່າເປັນເກມຄອນໂທລເລີ (ນຶກວ່າເຄື່ອງປິ້ງເຂົ້າຫນົມປັງ XD) ອອກແບບມາເພື່ອໃຊ້ກັບ PS2 ມີໃຫ້ຫລິ້ນສະເພາະໃນຢິ່ປຸ່ນເທົ່ານັ້ນ
໕. Fusion Controllers
ຢ່າຟ້າວຄິດໄປວ່າ ນີ້ຄືອຸປະກອນທາງວິທະຍາສາດ ເພາະມັນຄືຫນຶ່ງໃນເກມຄອນໂທລເລີປະຫລາດໂລກ ລາຄາພຽງ $65 ແລະຈະມີວາງຈຳຫນ່າຍໃນຊ່ວງປາຍປີນີ້ ຖ້າສັງເກດໃຫ້ດີ ຈະເຫັນວ່າ ມັນຈະມີຮູບຮ່າງເປັນໄມ້ກອລ໌ຟ ດາບເລເຊີ etc…
໖. Gamecube Chainsaw Controller
ອ່າ… ບໍ່ບອກກໍ່ຮູ້ວ່າຕ້ອງເອົາມາເລື່ອຍຜີຊອມບີ້ໃນ Biohazard 4 ແນ່ນອນ 😆
໗. World’s Smallest NES Contoller
[youtube aUrpZl9ag_U]
ມີຂະຫນາດເທົ່າກັບຫລຽນເທົ່ານັ້ນ! ແລະສາມາດໃຊ້ການໄດ້!! (ສຳຫລັບເດັກອາຍຸບໍ່ເກີນ 7 ປີ??!)
ທີ່ມາ – TechEBlog