ປາກກາສາຍລັບລາຄາ $60 ພ່ວງຄວາມສາມາດທີ່ຮູ້ແລ້ວບໍ່ຈັກຊິແກວ່ງຫົວ ຫລືຕອດຫົວດີ ປາກກາທີ່ວ່ານີ້ ມີຫນ່ວຍຄວາມຈຳພຽງ 2MB ພຽງພໍທີ່ຈະຖ່າຍພາບຂະຫນາດ 160×120 ໄດ້ 36 ພາບ ຫນ້າຈະເຫມາະສຳຫລັບ ນຳໄປໃຊ້ໃນງານທີ່ບໍ່ອະນຸຍາດໃຫ້ຖ່າຍພາບໄດ້ (ນັ່ນ!! ມີແນະນຳອີກ)
ຕົວປາກກາ ຈະມີຟັງຊັນບອກຈຳນວນພາບຖ່າຍເປັນສຽງພ້ອມ ແລະເມື່ອຊື້ ກໍ່ຈະມີສາຍ serial cable (RS-232) ແຖມມາພ້ອມ ເພື່ອໃຊ້ໃນການດາວໂຫລດຮູບພາບ ເກັບລົງໃນເຄື່ອງ ຖ້າໃຜສົນໃຈ ກໍ່ຕິດຕາມລິງຄ໌ໄດ້ເລີຍ 😎
ທີ່ມາ – GadgetUniverse [via Crave]