Samsung L77 ກ້ອງດິຈິຕອລລຸ້ນໃຫມ່ຈາກທາງ Samsung ທີ່ມີຈຸດເດັ່ນຫລັກຄື ຕົວກ້ອງ ທີ່ມີຂະຫນາດນ້ອຍ ແຕ່ເຕັມໄປດ້ວຍຄວາມສາມາດ ລະບົບຊູມແບບອອບຕິຄອລ ສູງເຖິງ 7 ເທົ່າ ແລະມາພ້ອມຄວາມລະອຽດພາບຖ່າຍສູງສຸດທີ່ 7 ລ້ານພິກເຊລ
ນອກຈາກລະບົບຊູມ ແລະຄວາມລະອຽດພາບແລ້ວ ທາງຊັມຊຸງ ກໍ່ຍັງໄດ້ໃສ່ Advanced Shake Reduction Technology ເພື່ອໃຫ້ພາບມີຄວາມສັ່ນໄຫວນ້ອຍທີ່ສຸດ ລວມໄປເຖິງ Sensor ຂອງກ້ອງທີ່ອອກແບບມາ ເພື່ອໃຫ້ຮັບຮອງກັບ ການຖ່າຍພາບໃນທີ່ມືດ ແລະພາບທີ່ມີຄວາມໄວສູງ L77 ຍັງສາມາດຖ່າຍພາບເຄື່ອນໄຫວ ທີ່ມີຄວາມລະອຽດລະດັບ VGA ເຟຣມເຣທສູງເຖິງ 30fps ບັນທຶກລົງໃນຟໍແມັທ MPEG-4
ທາງຊັມຊຸງ ຈະມີແຜນການວາງຕະຫລາດກ້ອງລຸ້ນໃຫມ່ນີ້ ໃນຊ່ວງເດືອນເມສາປີນີ້ ໂດຍມີລາຄາປະມານ $400
ທີ່ມາ – Crave