ຜົນການວິໄຈຫລ້າສຸດຈາກມະຫາວິທະຍາໄລລິເວີພູລ ເຜີຍວ່າ ການຫລິ້ນເກມຈາກເຄື່ອງເກມ Nintendo Wii ໂດຍໃຊ້ Wii Moteເຊິ່ງເປັນເກມຄອນໂທຣເລີ ສຳຫລັບຄວບຄຸມເກມແບບໃຫມ່ໂດຍໃຊ້ລະບົບ Motion Sensor ນັ້ນ ຈະສາມາດຊ່ວຍໃຫ້ຜູ້ຫລິ້ນ ເຜົາຜານແຄລລໍຣີ່ໃນຮ່າງກາຍໄດ້ເຖິງ 156% ໃນຂະນະທີ່ເກມຄອນໂທຣເລີແບບເກົ່ານັ້ນ ເຮັດໄດ້ພຽງ 60%
ຫາກໃນຫນຶ່ງສັບດາ ເຮົາໃຊ້ເວລາຫລິ້ນເກມປະມານ 12 ຊົ່ວໂມງ ກໍ່ຈະສາມາດຫລຸດນ້ຳຫນັກໄດ້ 1 ກິໂລຕໍ່ເດືອນ ຫລື 12 ກິໂລຕໍ່ປີ!!
Wii ເປັນເຄື່ອງເກມຈາກ Nintendo ທີ່ເນັ້ນຫນັກໄປທາງ Activity ໃນການຫລິ້ນເກມ ຜູ້ຫລິ້ນຈະຕ້ອງເຄື່ອນໄຫວຮ່າງກາຍ ເພື່ອຄວບຄຸມຕົວລະຄອນໃນເກມນັ້ນໆ ຢ່າງເຊັ່ນວ່າ ເກມເທັນນິສ ຜູ້ຫລິ້ນກໍ່ຕ້ອງທຳທ່າຕີໄມ້ເທັນນິສ ເພື່ອໃຫ້ຕົວລະຄອນໃນເກມເຄື່ອນໄຫວນຳ ໂດຍເຄື່ອງເກມ Wii ນີ້ມີລາຄາຢູ່ທີ່ປະມານ $250
ທີ່ມາ – The Sun [via MaxConsole]