Messenger Plus! Live ສຳຫລັບ Vista ທ້າຍເດືອນນີ້

ໂປຣແກຣມສຳຫລັບເພີ່ມລູກຫລິ້ນຕ່າງໆ ໃຫ້ກັບ Windows Live Messenger (ຊື່ເກົ່າແມ່ນ MSN Messenger) ຕຽມອອກເວີຊັ່ນສຳຫລັບ Windows Vista ໃນທ້າຍເດືອນກຸມພານີ້ ໂດຍໃນເວັບໄຊທ໌ຂອງ ຜູ້ພັດທະນາໄດ້ໃຫ້ລາຍລະອຽດວ່າ ຫາກບໍ່ມີຫຍັງຜິດພາດ ກໍ່ຈະປ່ອຍ Messenger Plus! Live v4.20 ອອກມາ ໃນຊ່ວງທ້າຍເດືອນ ແລະກ່ອນຫນ້ານັ້ນ ກໍ່ຈະເປີດ Beta ໃຫ້ໄດ້ທົດສອບກັນກ່ອນ. ສຳຫລັບໃນເວີຊັນໃຫມ່ກໍ່ຈະມີ Scripts ທີ່ຊະນະການແຂ່ງຂັນໃນທ້າຍປີກາຍລວມຢູ່ນຳ ແລະມີການປັບປຸງສ່ວນຕ່າງໆ ເພື່ອໃຫ້ແນ່ໃຈໄດ້ວ່າ ຈະບໍ່ມີບັນຫາກັບ Windows Vista
Source – Messenger Plus! Live [via Neowin]




SmileSquare
12 Feb, 2007
ยังเล่น xp อยู่เลย คงต้องรออีกสักพัก ถึงค่อยเล่น vista … หรือไม่ก็รอ ฮาร์ดิสก์ตัวใหม่ จะได้ลง vista กับ Linux…