ສອງມື້ກ່ອນມີຄົນຈາກ Laotel ເອົາໂຄສະນາ Internet Service ຈາກບໍລິສັດລາວໂທລະຄົມມາໃຫ້ຢູ່ຮ້ານ ເປັນ 1 ຍິງ ກັບ 1 ຊາຍ ມາຮອດບໍ່ເວົ້າບໍ່ວ່າຫຍັງ ຂຶ້ນຕົ້ນມາກໍ່ “ສະບາຍດີອ້າຍ” ແລ້ວກໍ່ຍື່ນແຜ່ນພັບໂຄສະນາໃຫ້ ແລ້ວກໍ່ປິ່ນຫລັງຫນີ 😮
ເອົາມາອ່ານເບິ່ງ ປະກົດວ່າເປັນໂຄສະນາເກົ່າ ອອກແບບໃຫມ່ (ແບບດຽວກັບໃນເວັບລາວໂທລະຄົມ ແຕ່ອອກແບບໃຫມ່ ແລະມີຫລາຍອັນ) ອ່ານໄປອ່ານມາ ຄິດອອກວ່າ ມື້ນີ້ເງິນເດືອນອອກ ເລີຍວ່າຊິຕິດຕັ້ງ ADSL 256K ໄວ້ໃຊ້ ສ່ວນ 56K (ທີ່ຈ່າຍລ່ວງຫນ້າ 1 ປີ ໄປແລ້ວ) ກໍ່ຍົກໃຫ້ນ້າຊາຍຢູ່ວັງວຽງໃຊ້ແທນ. ປົງຕົກແລ້ວກໍ່ກິ໊ງໆ ໄປຫາ 101 Laotelecom Call Center ສະບາຍດີ… ສອບຖາມໄປ ເຂົາບອກໃຫ້ໂທໄປຖາມເບີ ADSL ໂດຍກົງ ວ່າແລ້ວກໍ່ໂທໄປ ໂທໄປຮອດ ບອກກັບມາວ່າ ຕ້ອງໂທໄປຖາມອີກເບີ ເພາະບໍ່ຮູ້ວ່າເຕັມຫລືຍັງ (ອ່າວ… ມີເຕັມອີກ) ເລີຍໂທໄປອີກເບີ (#3) ໂທໄປຮອດ ຖາມໆ ເບິ່ງ ເຂົາຕອບວ່າ ມັນເຕັມແລ້ວ 😯
ຕ້ອງຖ້າຕົ້ນເດືອນຫນ້າ ບາງທີຈະມີເຂົ້າມາໃຫມ່… ໃຫ້ໄປຍື່ນແບບຟອມປະໄວ້ ຖ້າມາຕອນໃດ ກໍ່ຊິໄປຕິດຕັ້ງໃຫ້…
ສະຫລຸບແລ້ວ ເຖິງມີເງິນກໍ່ຢ່າຫວັງວ່າຊິໄດ້ໃຊ້ ADSL ໃນຫລວງພະບາງ 😛
ໂອຍ ສຸວ່າຊັ້ນວ່າຊີ້ ຂ້ອຍຢູ່ນະຄອນຫລວງຍັງໃຊ້ 56kbps ຢູ່
ລໍຖ້າລາຄາມັນລົງກ່ອນ (ເປັນຄົນຂີ້ຖີ່) ຄ່ອຍສິລອງໃຊ້ເພາະປົກກະຕິບໍ່ໄດ້ໃຊ້ເນັດຢູ່ບ້ານ ໄປໃຊ້ເນັດ wireless 108Mbps ທີ່ໂຮງຮຽນພຸ້ນ 555