ເຫັນໃນ Reddit ເລີຍເອົາມາແປແປະໄວ້ ເຜື່ອວັນຫນ້າອາດໄດ້ໃຊ້ ເປັນວິທີໃຊ້ Windows ໃນ Ubuntu ຜ່ານໂປຣແກຣມ Vmware Player
ຂັ້ນທຳອິດ ໃຫ້ຕິດຕັ້ງ Vmware Player ກ່ອນ ທາງບົດຄວາມຕົ້ນສະບັບເພິ່ນແນະນຳໃຫ້ຕິດຕັ້ງຜ່ານໂປຣແກຣມ Automatix ເຊິ່ງຈະເພີ່ມຄວາມສະດວກສະບາຍໃຫ້ກັບຜູ້ໃຊ້ທົ່ວໄປໄດ້ດີ
ຖັດຈາກນັ້ນ ກໍ່ມາເບິ່ງວ່າ ຊິ mount windows installation ມາໃຊ້ແນວໃດ… ມີສອງວິທີ:
- Vmware Conventer – ວິທີນີ້ ມັນຈະ convert physical partition ທີ່ເຮົາລງ Windows ໄວ້ ໄປເປັນ partition image ເພື່ອໃຊ້ໃນ Vmware Player ເຊິ່ງຕ້ອງເສັຍເນື້ອທີ່ໃນ HDD ເທົ່າກັນກັບ partition ທີ່ລົງ Windows ໄວ້
- ໃຫ້ Vmware Player ດຶງຂໍ້ມູນຈາກ partition ທີ່ລົງ Windows ມາໃຊ້ໂດຍກົງເລີຍ
ອ່ານລາຍລະອຽດວິທີເຮັດໄດ້ຈາກ AdviceSource.org