au8ust’s tech channel: ບລັອກທີ່ເວົ້າແຕ່ເລື່ອງ tech ລ້ວນໆ

ບົດສຳພາດ Hamad Darwish –ເບື້ອງຫລັງ Wallpapers ໃນ Vista

Hamad Darwishຜ່ານໄປເຫັນໃນ Digg ມາ ເປັນບົດສຳພາດ Hamad Darwish ຫນຸ່ມໄວ 24 ປີ ຜູ້ຢູ່ເບື້ອງຫລັງພາບ Wallpapers ໃນ Windows Vista

ໃນຕອນຕົ້ນ Darwish ກໍ່ເປັນປະເພດພວກ ຖ່າຍຮູບຫລິ້ນໆ ແລ້ວເອົາໄປແປະໄວ້ໃນ Flickr ຕໍ່ມາທາງ Flickr ກໍ່ຕິດຕໍ່ມາວ່າຢາກຂາຍຜົນງານບາງສ່ວນຂອງຕົວເອງບໍ່, Darwish ຕອບຕົກລົງໄປ ຈາກນັ້ນ Microsoft’s MSX Design Group ກໍ່ຕິດຕໍ່ກັບມາ ແລ້ວເພິ່ນກໍ່ໄດ້ວຽກເຮັດ LOL

Darwish ໃຊ້ເວລາ ປະມານ 10 ເຖິງ 12 ມື້ ຖ່າຍໄປກວ່າ 6000 ພາບ ແລ້ວກໍ່ຄັດອອກຈົນເຫລືອ 15 ພາບ ຈາກນັ້ນສົ່ງໄປໃຫ້ Microsoft, ທາງ M’ ເພິ່ນກໍ່ເລືອກໆ ແລ້ວຄັດເອົາໄປໃຊ້ໃນ Windows Vista ທັງຫມົດ 5 ພາບ ອ່ານສຳພາດໄດ້ຈາກ istartedsomething.com

ນັບເປັນອີກຫນຶ່ງໃນຫລາຍໆ ຄົນທີ່ມີວຽກເຮັດງານທຳຈາກການ ສະແດງຜົນງານຜ່ານ ຊຸມຊົນໃນອິນເຕີເນັດ. ເທື່ອກ່ອນເຫັນມີຄົນແຕ້ມ Simpsons ເປັນແບບ Anime style ໃນ devianART ແລ້ວກໍ່ມີຄົນເອົາໄປແປະໃນ Digg, del.icio.us ໆລໆ ສຸດທ້າຍ ຄົນແຕ້ມກໍ່ຖືກຈ້າງໄປເຮັດວຽກໃນ Bongo Comics :) ຖືເປັນແບບຢ່າງທີ່ດີ ຄວນເອົາຢ່າງ –ອິນເຕີເນັດ ຄືເວທີສຳຫລັບທຸກໆຄົນ ທີ່ມີຄວາມສາມາດ  :grin:

  • อ่านบทสัมภาษณ์แล้วไปดูงานของเขาแล้ว ทั้งสีและ composition ของภาพที่เขาถ่ายมันระดับเทพจริง

You can follow any responses to this entry through the RSS 2.0 feed.