au8ust’s tech channel: ບລັອກທີ່ເວົ້າແຕ່ເລື່ອງ tech ລ້ວນໆ

Picnix – edit photos the easy way, online in your browser

Web Applications ໃນຊ່ວງນີ້ກຳລັງລະບາດຫນັກ ແມ່ນຫຍັງກໍ່ເຮັດຜ່ານເວັບໄດ້ຫມົດ ແລະກໍ່ມາເຖິງຕາຂອງ Photo Editing Online ທີ່ມີຊື່ວ່າ Picnix Picnix

Picnix ເປັນເວັບໃຫ້ບໍລິການແກ້ໄຂ ຕົກແຕ່ງຮູບພາບອອນໄລນ໌ ທີ່ຜູ້ໃຊ້ສາມາດ ທີ່ຈະຈັດການກ່ຽວກັບພາບດິຈິຕອລ ໄດ້ງ່າຍໆ ບໍ່ວ່າຈະເປັນ auto-fix, red-eye remover, crop, rotate, ຫລື resize ແບບ real-time ແລະຍັງມີ effects ໃຫ້ເລືອກໃຊ້ງານໄດ້ອີກເກືອບເຄິ່ງໂຫລ ເຊັ່ນ B&W, Sepia, Boos, Matte, Vignette ແລະ Soften

ນອກຈາກຈະແກ້ໄຂ ຫລືແຕ່ງພາບແລ້ວ ຍັງສາມາດແບ່ງໃຫ້ເພື່ອນຝູງໄດ້ເບິ່ງທັນທີຜ່ານ photo sharing site ເຊັ່ນ Flickr ເປັນຕົ້ນ

Picnix ມີໃຫ້ໃຊ້ແບບຟຣີ ແລະແບບ Premium ເຊິ່ງສ່ວນຫລາຍກໍ່ຄົງຈະເລືອກລອງແບບຟຣີນັ້ນລ່ະ ;) ທົດລອງໃຊ້ໄດ້ຈາກ Picnix.com

Source – Go2web2

You can follow any responses to this entry through the RSS 2.0 feed.