ເປັນຄວາມພະຍາຍາມຂອງຫນຸ່ມເຢັຍລະມັນ ທີ່ຢາກທົດສອບຄວາມຕ້ອງການຕ່ຳສຸດ ທີ່ສາມາດຕິດຕັ້ງ ແລະໃຊ້ງານ (ຫລືຢ່າງນ້ອຍກໍ່ພໍເຫນັງເມ້າສ໌
) Windows XP ໄດ້
ລາວລອງເຮັດ 4 ແບບ
- ທຳອິດໃຊ້ Socket 5, Pentium 100 MHz 64 RAM ຕິດຕັ້ງ ແລ້ວ downgrade ລົງເປັນ Pentium 75 MHz 24 RAM ກໍ່ຍັງໃຊ້ໄດ້ຢູ່
- ຕໍ່ມາໃຊ້ Socket 3, Pentium Overdrive 83 MHz 64 RAM ແລ້ວ downgrade ລົງເປັນ Pentium 63 MHz 18 MB RAM ກໍ່ຍັງຄານໄດ້ອີກ - -”
- ຄັ້ງທີ່ສາມ ຫລິ້ນ Socket 4, Pentium 60 MHz 64 RAM ຈາກນັ້ນ downgrade ລົງມາເປັນ Pentium 20 MHz 32 MB RAM ປະສົບກັບບັນຫານາ ໆ ປະການ ແຕ່ກໍ່ຍັງຜ່ານໄປໄດ້
- ແບບສຸດທ້າຍ ທົດລອງປັບໃຫ້ຕ່ຳສຸດ ໄດ້ເປັນ Socket 3, Pentium Overdrive 8 MHz & 20 RAM ຍັງຜ່ານອີກ = =” ແຕ່ CPU ຢູ່ທີ່ເພດານຕະຫລອດເວລາ

ອີຕານີ້ຊ່າງມີຄົນອົດທົນໃນການລໍຄອຍອີຫລີ
ທີ່ມາ - WinHistory.de [via Slashdot]
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
ຂ່າວຫນ້າເສົ້າໃຈ Frank Burd ຄູໄວ 60 ປີ ຖືກນັກຮຽນ ທຳຮ້າຍຮ່າງກາຍ ເຫດມາຈາກການ ໄປຢືດເອົາເຄື່ອງຫລິ້ນເພງ iPod ຈາກເດັກນັກຮຽນໄວພຽງ 14 ປີ ທີ່ໃຊ້ iPod ຂະນະກຳລັງຮຽນຢູ່ໃນຫ້ອງຮຽນ ສ້າງຄວາມເດືອດດານໃຫ້ປະທຸຂຶ້ນໃນໃຈ ເລີຍຊັກຊວນຫມູ່ອີກຄົນມາຮ່ວມທີມ ຫາໂອກາດ ຍູ້ອາຈານໄປຊົນລັອກເກີ ເປັນເຫດໃຫ້ໄດ້ຮັບບາດເຈັບ
ນັກຮຽນທັງສອງຄົນ ຖືກຈັບໃນເວລາຕໍ່ມາ ແລະຖືກລົງໂທດຕາມກົດຫມາຍສຳຫລັບຜູ້ໃຫຍ່ ສ່ວນຄູຄົນດັ່ງກ່າວ ຕອນນີ້ອາການຊົງຕົວດີຂຶ້ນແລ້ວ
ທີ່ມາ - Engadget
ອາ… ຄົນຫນໍ…
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
໑. GameRunner

ຫລິ້ນໄປພ້ອມ ອອກກຳລັງກາຍໄປພ້ອມ
(more…)
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
Frank Miller ແລະ Robert Rodriguez ຈະກັບມາຮ່ວມງານກັນອີກຄັ້ງໃນ Sin City 2 ໃນຖານະຜູ້ກຳກັບຮ່ວມ ໂດຍທາງ Frank Miller ໄດ້ໃຫ້ຂໍ້ມູນວ່າບົດສຄຣິບທ໌ຂອງພາກໃຫມ່ນັ້ນ ສຳເລັດໄປຫລາຍສ່ວນແລ້ວ ແລະຈະມີກຳຫນົດເປີດກ້ອງ ໃນປາຍລະດູໃບໄມປົ່ງ
ໃນ Sin City 2 ຈະມີເນື້ອເລື່ອງຕໍ່ຈາກພາກທີ່ແລ້ວ ແລະແບ່ງເປັນສາມຕອນເຊັ່ນພາກທຳອິດ ໂດຍສອງຕອນເປັນຕອນເກົ່າຈາກໃນຫນັງສື ຄື Blue Eyes ແລະ Old Town Girls ເຊິ່ງຖືກຂຽນຂຶ້ນໃຫມ່. ສຳຫລັບນັກສະແດງນັ້ນ ໃນພາກນີ້ມີ Jessica Alba ມາຮັບບົດເປັນ Nancy Callahan –ຕົວລະຄອນໃນພາກໃຫມ່
ທີ່ມາ - WorstPreview [via Digg]
ຈື່ໄດ້ວ່າ ພາກທຳອິດກວ່າຊິເຂົ້າໂຮງບ້ານເຮົາ ກໍ່ຫລັງຈາກທີ່ມັນອອກໄດ້ເກືອບສາມເດືອນ LOL
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »

- 921 hexagonal black-anodized aluminum tube extrusions
- 921 chrome-plated plastic balls
- 819 motors
- control electronics
- video camera
- computer
ອອກມາເປັນຜົນງານຕາມພາບ :shock:
ທີ່ມາ - Core77 [via Shiny Shiny]
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
ຄັນຮົ່ມສຳຫລັບຄົນມັກຫນັງ Star War ໂດຍສະເພາະ ຜະລິດອອກມາມີສີແດງ, ສີຟ້າເຂັ້ມ ແລະສີດຳ ລາຄາ $41 ຕໍ່ອັນ ໃຊ້ແລ້ວມີຄວາມເທ່ຢ່າບອກໃຜ
ເຂົ້າໃຈວ່າ ຫນ້າຈະເປັນສິນຄ້າຈາກ ແດນໂສມ ມີສອງຂະຫນາດ ຄື 69.3cm ກັບແບບຍາວ 84.4cm ແລະດ້າມຂອງຄັນຮົ່ມ ສາມາດ ຖອດອອກມາໃຊ້ງານ ເປັນໄຟສາຍສ່ອງທາງ ໃນຍາມກາງຄືນໄດ້ o.O!
ລາຍລະອຽດເພິ່ມເຕີມກ່ຽວກັບສິນຄ້ານີ້ ສາມາດເບິ່ງໄດ້ຈາກລິງຄ໌
ທີ່ມາ - funshop.co.kr [via Shiny Shiny]
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
ແນະນຳເວັບໃຫມ່ຂອງຄົນລາວ (ດົນໆ ມີອອກມາເທື່ອຫນຶ່ງ ຊຶ້ງ Y_Y) www.LaoSportFC.com ເວັບໄຊທ໌ ທີ່ນຳສະເຫນີຂ່າວສານກິລາໃນພາສາລາວ ເຖິງວ່າ ຕອນນີ້ຈະຍັງບໍ່ສົມບູນ ແຕ່ຄາດວ່າ ອະນາຄົດ ຫນ້າຈະໄປໄດ້ດີ
ເນື້ອຫາສ່ວນໃຫຍ່ ຈະນຳມາຈາກຫນັງສືພິມ ຈະເປັນການລາຍງານຂ່າວກິລາ ທັງໃນ ແລະນອກ ແຕ່ວ່າ ຍັງບໍ່ມີລະບົບສະແດງຄວາມຄິດເຫັນເທື່ອ ຫວັງວ່າຕໍ່ໄປຄົງຈະມີ
ສາ….ທຸ! ຂໍໃຫ້ຢູ່ທົນ
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »

ໂປຣແກຣມສຳຫລັບແປງໄຟລ໌ວີດິໂອທົ່ວໆໄປໃນເຄື່ອງ ໃຫ້ເປັນໄຟລ໌ວີດິໂອສຳຫລັບເຄື່ອງຫລິ້ນເພງ iPod ມີຄວາມພິເສດຢູ່ບ່ອນວ່າ ເປັນຟຣີແວຣ໌ –ສາມາດໃຊ້ງານໄດ້ໂດຍບໍ່ເສັຍຄ່າໃຊ້ຈ່າຍ ຕົວໂປຣແກຣມ ຮອງຮັບໄຟລ໌ວີດິໂອໄດ້ຫລາຍປະເພດ ແຕ່ຂຽນໃນເວັບມີສອງອັນຄື AVI ແລະ MPEG ມີຂະຫນາດພຽງ 6.6MB
ທີ່ມາ - Videora.com [via Neowin.net]
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »