Archive

Archive for January, 2007

iJigg - ເວທີສຳຫລັບຄົນຮັກສຽງເພງ

January 17th, 2007

ວ່າແລ້ວມື້ຫນຶ່ງມັນຕ້ອງມີເວັບແບບນີ້! iJigg ເປັນເວັບໄຊທ໌ທີ່ໃຫ້ເຮົາ ສາມາດນຳສະເຫນີ ຜົນງານເພງຂອງເຮົາເອງ ແລະ share ໃຫ້ກັບຄົນທົ່ວໂລກຟັງໄດ້ຢ່າງງ່າຍດາຍ ມີຫລາຍຕົວເລືອກໃຫ້ໃຊ້ງານ ທັງແບບຫນ້າເວັບ iJigg ເອງ ຫລືອາດຈະເປັນທາງອີເມລ, ບລັອກ ຫລືເວັບໄຊທ໌ກໍ່ໄດ້ (ລວມເຖິງ factbook ແຕ່ບ້ານເຮົາບໍ່ຄ່ອຍມີໃຜຮູ້ຈັກ ຫລືອາດຈະບໍ່ມີເລີຍ) ຮູບແບບຈະອອກໄປແນວ Social Bookmarking ແຕ່ວ່າເປັນກ່ຽວກັບເພງລ້ວນໆ

ນອກຈາກຈະສົ່ງຜົນງານເພງຂອງເຮົາເອງແລ້ວ ຍັງສາມາດຟັງເພງຂອງສິລປິນຄົນອື່ນທົ່ວໂລກໄດ້ອີກ ຫາກວ່າຟັງແລ້ວມັກເພງໃດ ກໍ່ Jigg It! ເຂົ້າໄປ ເພື່ອເປັນການໂຫວດເພງນັ້ນ (ປະມານແບບຂອງເວັບ Digg) ວ່າແລ້ວກໍ່ມີ Demo ສາທິດການໃຊ້ງານໃຫ້ເບິ່ງພ້ອມ (ຊ່ວງນີ້ຂາດບໍ່ໄດ້ເລີຍ ໄອ່ສາທົງ ສາທິດນິ ໂພສກ່ອນໆ ກໍ່ມີ 555+)

ກໍ່ຖືວ່າເປັນເວັບໄຊທ໌ໃນຍຸກ Web 2.0 ທີ່ຫນ້າສົນໃຈເວັບຫນຶ່ງເລີຍ ເຫມາະທັງສຳຫລັບສິລປິນ ແລະຄົນຟັງທົ່ວໄປ ດີກວ່າ ແຕ່ງເອງ ຮ້ອງເອງ ຟັງເອງ ຂາຍເອງ… ຊື້ເອງພ້ອມ!!? ເອິ້ຍ… ບໍ່ແມ່ນໆ ກຳລັງຄິດຢູ່ວ່າຖ້າບ້ານເຮົາມີແບບນີ້ກໍ່ຫນ້າຈະດີ
^o^ ທົດລອງເຂົ້າໃຊ້ງານໄດ້ທີ່ເວັບໄຊທ໌ iJigg.com

ທີ່ມາ - iJigg, Go2web2

au8ust.org , , ,

The next Windows Server

January 17th, 2007

Windows Server “Longhorn” ເຊິ່ງຕອນນີ້ກຳລັງຢູ່ໃນຊ່ວງ Beta ນັ້ນ ຈະກາຍເປັນ Windows Server ຕົວຕໍ່ໄປຂອງ Microsoft ໃນຊື່ວ່າ Windows Server 2007 ແລະຈະມີການເປີດຕົວຢ່າງເປັນທາງການ ໃນເຄິ່ງຫລັງຂອງປີນີ້ ນອກຈາກນັ້ນທີມພັດທະນາຂອງ Microsoft ຍັງໄດ້ເລີ່ມຮ່າງ MSCE certification tests ເພື່ອຮອງຮັບ Windows Server 2007 ທີ່ກຳລັງຈະມາເຖິງນີ້ແລ້ວ

ທີ່ມາ - ActiveWin

au8ust.org , ,

WordPress Music Video

January 16th, 2007

ສຳຫລັບຄົນຮັກ Wordpress ໂດຍສະເພາະເລີຍ :)

“Welcome to my story bout my, CMS
It’s an awesome piece of software, it’s called WordPress
It manages my blog, it makes it look real nice
I installed in in 5 minutes, this things slicker than ice
All I had to do, was click on Next
Within seconds I was running, no room to get vexed”

ເປັນເນື້ອຮ້ອງທ່ອນຕົ້ນຂອງເພງ “It’s Called WordPress” ໂດຍ Devin Reams ມີທັງ Music Video ໃຫ້ເບິ່ງ ແລະເປັນ MP3 ໃຫ້ຟັງພ້ອມ :P

ທີ່ມາ - dRdevinreams.com, QuickOnlineTips

au8ust.org , ,

Goggles Flight Sim v0.94

January 16th, 2007

ອອກຈະແປກແຫວກແນວແດ່ສຳຫລັບອັນນີ້ ເລື່ອງມັນມີຢູ່ວ່າ ເວັບໄຊທ໌ Goggles ເຂົາເປີດໃຫ້ບໍລິການບິນ ບິນຟຣີທົ່ວໂລກ ຜ່ານ Google Maps… (-_-)” ໂດຍ Goggles ຈະໃຊ້ Flash ອອກແບບ ສັ້ນໆ ກໍ່ຄືຫລິ້ນໃນ Flash ຫັ້ນແຫລ່ະ ເຮົາຈະສາມາດເລືອກໄດ້ ວ່າຈະບິນຈາກຈຸດໃດຫາຈຸດໃດ ເມື່ອເລືອກແລ້ວ ມັນກໍ່ຈະໂຫລດຂໍ້ມູນແຜນທີ່ ພໍໂຫລດແລ້ວ ເຮົາກໍ່ຈະໄດ້ບິນຟຣີລ່ະ!! ໃຜສົນໃຈກໍ່ເຂົ້າໄປໄດ້ທີ່ Goggles

ທີ່ມາ - GoogleSystem

au8ust.org ,

SanDisk Ultra II SD Plus USB

January 16th, 2007

ເບິ່ງແລ້ວກໍ່ຄ້າຍໆ ກັບວ່າຈະເປັນ SD Card ທຳມະດາທົ່ວໆໄປ ແຕ່ຄວາມບໍ່ທຳມະດາຂອງມັນກໍຄື ມັນສາມາດທີ່ຈະສຽບເຂົ້າ USB Port ໄດ້ໂດຍກົງ ບໍ່ຕ້ອງຜ່ານ Card Reader ຫລືອຸປະກອນ ເຊືອມຕໍ່ໃດໆ ເພິ່ມເຕີມເລີຍ!

SanDisk Ultra II SD Plus USB ຈະມີ USB Connector ໃນຕົວ ພຽງແຕ່ເຮົາພັບຈຸດລະຫວ່າງຂໍ້ຕໍ່ອອກ ກໍ່ຈະກາຍເປັນ USB Drive ຂຶ້ນມາໄດ້ທັນທີ

ຂໍ້ດີຂອງກາຣ໌ດຈາກ SanDisk ຕົວນີ້ກໍ່ຄື ເປັນທັງ SD Card ທີ່ໃຊ້ໄດ້ທັງກັບອຸປະກອນທີ່ ເປັນ SD compliant device ທຸກຕົວ ແລະຍັງໃຊ້ເຊື່ອມຕໍ່ກັບ USB port ໄດ້ທັນທີ ບໍ່ຕ້ອງຫຍຸ້ງຍາກກັບພວກ Card Reader ຕ່າງໆອີກຕໍ່ໄປ ຮູ້ສຶກວ່າຈະໃຊ້ງານໄດ້ສະດວກກວ່າແບບເກົ່າໆ ຫລາຍ ແຕ່ວ່າລາຄາກໍ່ແພງກວ່າ SD Card ທົ່ວໆໄປຢູ່ພໍສົມຄວນ ແບບ 512MB ຈະມີລາຄາ $49.99 ແລະ $134.99 ສຳຫລັບຂະຫນາດ 2GB

ຂໍ້ມູນເພີ່ມເຕີມ ແນະນຳໃຫ້ເບິ່ງ Interactive Tour

ທີ່ມີ - ZDNet Blog, SanDisk

au8ust.org ,

Weebly | Online Website Creation Tool

January 16th, 2007

ຂໍແນະນຳໃຫ້ຮູ້ຈັກກັບ Weebly ບໍລິການສ້າງ ເວັບໄຊທ໌ອອນໄລນ໌ສຳຫລັບຍຸກນີ້ ວິທີໃຊ້ກໍ່ງ່າຍໆ ບໍ່ຕ້ອງມີຄວາມຮູ້ເລື່ອງ HTML ກໍ່ໄດ້ ມີແຕ່ຈັບວາງຈັບວາງ ແລ້ວກໍ່ອອກມາເປັນເວັບ ໄດ້ຕາມວາດຕາມວາ :) ເຮັດແລ້ວແລ້ວກໍ່ສາມາດໃຊ້ງານໄດ້ເລີຍ ເຂົາມີ Host Service ໃຫ້ພ້ອມ ໃຫ້ໃຊ້ພ້ອມ ຫລືຖ້າບໍ່ຢາກໃຊ້ Web Host ທີ່ເຂົາຈັດໄວ້ໃຫ້ ກໍ່ມີແຕ່ໂຫລດໄຟລ໌ Zip ມາແລ້ວອັບໂຫລດຂຶ້ນໄປໄວ້ Host ທີ່ຕ້ອງການ

ມີວິດີໂອສາທິດການໃຊ້ງານໃຫ້ເບິ່ງໃນ YouTube ລອງເຂົ້າໄປເບິ່ງ

ເທົ່າທີ່ເບິ່ງຈາກວິດີໂອ ກໍ່ຮູ້ສຶກວ່າງ່າຍດີ ຢາກລອງໄປໃຊ້ຢູ່ ແຕ່ເນັດ 56K ມັນບໍ່ໄດ້ດັ່ງໃຈປານໃດ ເລີຍປະໄວ້ກ່ອນ ໃຜມີເນັດດີໆ ຢາກລອງໃຊ້ ກໍ່ເຂົ້າໄປທີ່ Weebly.com
Features:

  • Drag and Drop Interface (ລາກແລ້ວວາງ)
  • Variety of Themes (ມີຮູບແບບຫນ້າຕາໃຫ້ເລືອກຫລາຍແບບ)
  • Personalized Subdomains (ມີ Subdomain ໃຫ້ໃຊ້)
  • Export to Zip File (ສົ່ງອອກເປັນໄຟລ໌ Zip)
  • Numerous Content Elements (ໃສ່ເນື້ອຫາໄດ້ຫລາກຫລາຍ)

ທີ່ມາ - Weebly, Ajaxian

au8ust.org , , ,

WordPress 2.0.7 Released

January 15th, 2007

Wordpress

Wordpress 2.0.7 ຕົວຈິງ ອອກມາແລ້ວ (ມື້ວານອອກ RC2) ໃນຕົວນີ້ຈະມີການແກ້ໄຂ ເລື່ອງລະບົບຄວາມປອດໄພເລັກນ້ອຍ ແລ້ວກໍ່ມີເລື່ອງຂອງ Bug ໃນ​ 2.0.6 ກ່ຽວກັບ FeedBurner ນອກນັ້ນກໍ່ບໍ່ມີຫຍັງຫລາຍ ສາມາດດາວໂຫລດໄດ້ຈາກເວັບໄຊທ໌ຂອງ Wordpress

ທາງຜູ້ພັດທະນາແນະນຳໃຫ້ຜູ້ໃຊ້ງານ Wordpress 2.0.6 ຫລືເວີຊັ່ນທີ່ຕ່ຳກວ່ານີ້ທຳການອັບເດທເປັນ 2.0.7 ລາຍລະອຽດເພີ່ມເຕີມກ່ຽວກັບເວີ່ຊັ່ນໃຫມ່ ລວມເຖິງວິທີອັບເດທ ສາມາດອ່ານໄດ້ໃນ ທີ່ນີ້

ສຳຫລັບໃຜທີ່ຖ້າໃຊ້ 2.1 ຢູ່ ກໍ່ຖ້າໄປອີກຈັກຫນ່ອຍກໍ່ໄດ້ ເພາະວ່າໃນບລັອກເຂົາບອກວ່າ ອີກປະມານທ້າຍເດືອນນີ້ຊິອອກເວີຊັ່ນ 2.1 ອອກມາແລ້ວ (ແຕ່ 2.0.x ຈະຍັງຄົງມີການອັບເດທຕໍ່ໄປເລື້ອຍໆ ອີກຫລາຍປີ)

Changelog

  • Security fix for wp_unregister_GLOBALS() to work around the zend_hash_del_key_or_index bug in PHP 4 versions less than 4.4.3 and PHP 5 versions less than 5.1.4 with register_globals set to “On.”
  • Feeds now properly serve 304 Not Modified headers instead of mismatched 200/304 headers (a.k.a. the FeedBurner bug).
  • Backport of another 304 Not Modified fix from WordPress 2.1
  • Deleting WordPress Pages no longer gives an “Are You Sure?” prompt.
  • After deleting a WordPress Page, you are now properly redirected to the Edit Pages screen.
  • Sending an image at original size in Internet Explorer no longer adds an incorrect “height” attribute.

au8ust.org , ,

World’s smallest PC

January 15th, 2007

ກ່ອງສີ່ຫລ່ຽມ ຂະຫນາດພຽງ 2×2x2.2 ນິ້ວທາງຂ້າງນີ້ ມີຊື່ວ່າ “Space Cube” ເປັນຄອມພິວເຕີທີ່ ນ້ອຍທີ່ສຸດໃນໂລກ!! (ຫລືບາງທີ ກອງທັບຂອງເມກາ ອາດຈະມີນ້ອຍກວ່ານີ້ :P)

Space Cube ໃຊ້ CPU ຄວາມໄວ 300MHz ມີ SDRAM 64MB ຮອບໆຕົວກ່ອງຈະມີ port ສຳຫລັບໃສ່ USB, ສຽບສາຍ LAN ແລ້ວກໍ່ສຳຫລັບສຽບສາຍຈໍ ຍັງ ຍັງບໍ່ຫມົດ ຍັງມີຮູສຽບສາຍສຳຫລັບລຳໂພງ, ໄມ ແລ້ວກໍ່ Serial port
ສາມາດສະແດງຜົນໄດ້ເຖິງ 65K ສີທີ່ລະດັບຫນ້າຈໍ 1280×1024 pixels ແລະມີລາຄາປະມານ $325 ຕໍ່ເຄື່ອງ (ລາຄາປີກ່ອນ ເລີຍຟັງຄືແພງໄປ)

ເທົ່າທີ່ເບິ່ງຈາກ Spec ແລ້ວ ຖ້າຊິໃຊ້ແທ້ໆ ຄືຊິມີແຕ່ລົງ Linux ເບົາໆ ຈັກໂຕຜ່ານທາງ Flash Drive ເອົາ :)

ມີຄົນ comment ໃນເວັບ Our-Picks ວ່າໃນງານ CES ທີ່ຜ່ານມາກໍ່ມີກ່ອງຄ້າຍໆ ແບບນີ້ຂາຍຄືກັນ ລາຄາ $100 ແຕ່ວ່າບໍ່ຮູ້ Spec ເປັນແນວໃດ

ທີ່ມາ Digg, Our-Picks.com

au8ust.org

Are You Colorblind?

January 15th, 2007

ເຫັນໃນ Digg ເປັນແບບທົດສອບ ວ່າເຮົາເປັນຄົນຕາບອດສີຫລືບໍ່ ເອົາມາຈາກເວັບນີ້ ທັງຫມົດຈະມີ 5 ພາບ ມາເລິ້ມກັນເລີຍດີກວ່າ…
Read more…

au8ust.org

Internet Explorer 8.0 …ລະຫວ່າງທາງ

January 15th, 2007

ຄວາມຮັກຂອງ Internet Explorer ຈະມີໃຫ້ກັບ Windows ຕະຫລອດໄປ… ໂອ… ມັນຊ່າງຮັກກັນຫວານຊຶ້ງເຫລືອເກີນ… lol ຂ່າວຈາກ Softpedia ລາຍງານ (ຕໍ່ຈາກ 3rd party source) ວ່າ ທີມພັດທະນາຂອງ Microsoft ກຳລັງຢູ່ໃນລະຫວ່າງການພັດທະນາ Internet Explorer ເວີຊັ່ນ 8.0 ຢູ່ ແລະຈະຖືໂອກາດເປີດຕົວຄັ້ງທຳອິດໃນງານ MIX 07 (ເປັນງານສຳມະນາທີ່ຈັດໂດຍ Microsoft) ທີ່ຈະຈັດຂຶ້ນທີ່ໂຮງແຮມ Venitian ໃນ Las Vegas ລະຫວ່າງວັນທີ່ 30 ເມສາ ຮອດ 2 ພຶດສະພາ ໂດຍມີຫົວຂໍ້ວ່າ “First Look at the Future of IE” ນອກຈາກນັ້ນ ແຫລ່ງຂ່າວຍັງອ້າງວ່າ Alpha version ຂອງ IE8 ມີໃຫ້ໃຊ້ໃນ Lab ຂອງ Microsoft ແລ້ວ ແຕ່ຈະມີ Final rel. ອອກມາກໍ່ຕ້ອງກິນເວລາອີກປີສອງປີ, ຈົບຂ່າວ.

ທີ່ມາ - Softpedia, Neowin

au8ust.org , ,