Jan
21st

IZArc 3.7 Build 1420

ໃນໝວດ au8ust.org | 6 ຄວາມຄິດເຫັນ | ຄົນອ່ານ 584 ຄັ້ງ

IZArc ເປັນໂປຣແກຣມຈັດການກ່ຽວກັບການບີບອັດໄຟລ໌ຕ່າງໆ ໃນລະບົບຄອມພິວເຕີ ຮອງຮັບໄຟລ໌ຕ່າງໆ ມາກມາຍກ່າຍກອງເຊັ່ນ 7-ZIP, A, ACE, ARC, ARJ, B64, BH, BIN, BZ2, BZA, C2D, CAB, CDI, CPIO, DEB, ENC, GCA, GZ, GZA, HA, IMG, ISO, JAR, LHA, LIB, LZH, MDF, MBF, MIM, NRG, PAK, PDI, PK3, RAR, RPM, TAR, TAZ, TBZ, TGZ, TZ, UUE, WAR, XXE, YZ1, Z, ZIP, ZOO (ຫລາຍພໍໃຊ້ຫລືຍັງ??)

ງານໃຊ້ງານກໍ່ງ່າຍແສນງ່າຍ ງ່າຍພໍໆກັບພວກ WinRAR ຫລື WinZip ເລີຍ …ອ້າວ!! ຖ້າມັນຄ້າຍກັນ ແລ້ວຊິເອົາມາແນະນຳເຮັດຫຍັງລະ? ແນ່ນອນວ່າມັນຕ້ອງມີດີຈຶ່ງເອົາມາແນະນຳກັນ ເພາະວ່າ IZArc ເປັນ Freeware!! ສາມາດໃຊ້ງານໄດ້ຟຣີຕລອດຊີບ ບໍ່ຕ້ອງໄປຊອກຫາວິທີ Crack ໃຫ້ຫຍຸ້ງຍາກຄືກັບທີ່ຫລາຍໆ ຄົນກຳລັງເຮັດຕອນນີ້ :P

ສົນໃຈສາມາດດາວໂຫລດໄດ້ຈາກ ທີ່ນີ້ ຫລືຫາກຕ້ອງການເບິ່ງພາບການໃຫ້ງານຂອງໂປຣແກຮມ ໃຫ້ຄລິກທີ່ນີ້ແທນ

ທີ່ມາ IZArc.org [via Neowin.net]

Jan
21st

ອ່ານຂ່າວໃນ au8ust.org ແລ້ວບໍ່ຖືກໃຈ???

ໃນໝວດ au8ust.org | 3 ຄວາມຄິດເຫັນ | ຄົນອ່ານ 913 ຄັ້ງ

ໂອເຄ ໂອເຄ ຖ້າຂ່າວໃນ au8ust.org ອ່ານແລ້ວ ບໍ່ມີສາລະ ບໍ່ໂດນໃຈໄວລຸ້ນ ບໍ່ເປັນຫຍັງ ພຽງທ່ານ copy ເອາ code ລຸ່ມນີ້ໄປແປະໄວ້ address bar ແລ້ວກົດ Enter ຫລັງຈາກນັ້ນ ຢາກໃຫ້ຂ່າວໃນເວັບ au8ust.org ເປັນແນວໃດ ກໍ່ເຮັດເອົາໂລດ ແລ້ວແຕ່ຊິຊອບໃຈແນວໃດ ໄປເຫັນເວັບໃດນຳສະເຫນີຂ່າວບໍ່ໂດນໃຈ ກໍ່ເອົາວິທີນີ້ໄປລະບາຍລະກັນ 555+ (ໃຊ້ໄດ້ທຸກເວັບ :P)

code:

javascript:document.body.contentEditable='true'; document.designMode='on'; void 0ທີ່ມາ - Digg

Jan
21st

Beryl 0.2.0 Beta released

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 535 ຄັ້ງ

ແວະມາບອກສັ້ນໆ ກ່ຽວກັບ Beryl ທາງຜູ້ພັດທະນາເຂົາອອກ Beta ໃຫມ່ຂອງ Beryl –OpenGL accelerated desktop– ອອກມາແລ້ວ ມີ plugin ໃຫມ່ສອງອັນ ແລະອອກແບບ settings manager ໃຫມ່ຫມົດ ໃຊ້ສະດວກກວ່າເກົ່າ ຖ້າໃຜໃຊ້ Ubuntu ຢູ່ແລ້ວ ແຕ່ຍັງບໍ່ໄດ້ລົງ Beryl ກໍ່ຈັດການ apt-get install beryl beryl-emerald ຫລືຫາກມີແລ້ວ ຕ້ອງການອັບເດທໃຫ້ໃຊ້ apt-get update beryl ກໍ່ຮຽບຮ້ອຍ
ສຳຫລັບ Users ທຳມະດາ (ບໍ່ນັບ Geeks) ຖ້າໃຊ້ Ubuntu ແລ້ວບໍ່ລົງ Berly ນິ ຊີວິດຄົງຈະຈືດພິລຶກ ເພາະ Berly ຈະຊ່ວຍເພີ່ມສີສັນໃຫ້ກັບ Desktop ໃນ Linux ໃຫ້ຫນ້າໃຊ້ງານຫລາຍຂຶ້ນ (ໃຊ້ OpenGL –ຕ້ອງມີກາຣ໌ດຈໍທີ່ຮອງຮັບ–) ໄວ້ຕໍ່ໄປຊິຂຽນ Review ສັ້ນໆ ອອກມາໃຫ້ອ່ານເພີ່ມເຕີມ :)

ທີ່ມາ - Berly-Project.org [via Digg]

Jan
21st

muslix64 ອ້າງ Blu-ray ຖືກເຈາະຮຽບຮ້ອຍ

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 500 ຄັ້ງ

ເປັນຄວາມພະຍາຍາມຂອງກຸ່ມ hacker ກຸ່ມຫນຶ່ງທີ່ມີຫົວຫອກຂອງທີມໃຊ້ນາມແຝງວ່າ muslix64 (ມີຜົນງານ crack ແຜ່ນ HD DVD ສຳເລັດມາແລ້ວ –ພວກນີ້ບໍ່ນິຍົມ DRM–) ມາພ້ອມຄູ່ຫູຄົນໃຫມ່ Janvitos ພ້ອມກັບອ້າງວ່າ ສາມາດເຈາະ ລະບົບການເຂົ້າລະຫັດຂອງແຜ່ນ Blu-ray ໄດ້ເປັນທີ່ຮຽບຮ້ອຍແລ້ວ ໂດຍທີ່ບໍ່ຕ້ອງໃຊ້ແຜ່ນ ຫລື drive ມັນເລີຍ ໃຊ້ພຽງໄຟລ໌ທີ່ມີການເຂົ້າລະຫັດໄວ້ເທົ່ານັ້ນ

ແຕ່ຄວາມສຳເລັດຂອງກຸ່ມ hacker (ຫນ້າຈະເປັນ cracker ຫລາຍກວ່າ) ດັ່ງກ່າວ ກໍ່ຍັງເປັນພຽງເບື້ອງຕົ້ນເທົ່ານັ້ນ ເພາະສ່ວນຫລັກຂອງ Blu-ray ຄື BD+ ຍັງບໍ່ສາມາດເຈາະຜ່ານໄດ້ (ມີບາງກະແສວ່າຕອນນີ້ ຍັງບໍ່ມີຫນັງ BD ເລື່ອງໃດໃຊ້ BD+ ເທື່ອຊ້ຳ o_O?) ສະຫລຸບວ່າ ເຈາະ CPS unit key ໃນ Blu-ray ໄດ້ແລ້ວ ຈົບຂ່າວ

ທີ່ມາ - forum.doom9.org [via ZDNet Blog]

Jan
21st

Novell ປຽບທຽບ Linux ກັບ Vista

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 450 ຄັ້ງ

ໃນວັນທີ່ 31 ນີ້ Microsoft Windows Vista ກໍ່ຈະໄດ້ວາງຈຳຫນ່າຍຢ່າງເປັນທາງການແລ້ວ ແລະ Novell ເພິ່ນກໍ່ເປີດເວັບສະເພາະກິດມາປຽບທຽບລະຫວ່າງ SUSE Linux 10 ກັບ Windows Vista ຂອງ Microsoft ໂດຍໃຫ້ເຫດຜົນນາໆ ປະການທີ່ຄວນຈະໃຫ້ SUSE ຫລາຍກວ່າ

ໃນເວັບໄຊທ໌ Novell ໄດ້ອ້າງວ່າ SUSE Linux Enterprise Desktop 10 ນັ້ນມີຄວາມສາມາດຕ່າງໆກວ່າ 90% ທີ່ມີໃນ Windows Vista ແລະໃຊ້ຕົ້ນທຶນທີ່ຕ່ຳກວ່າຫລາຍເທົ່າ (ມີຕາລະລາງປຽບທຽບ) ແຖມຍັງບໍ່ຕ້ອງຊື້ພວກ Office ອີກ ເພາະ Novell SUSE Linux ED 10 ມາພ້ອມກັບ OpenOffice.org 2 Novell Edition ທີ່ມີ word processing, spreadsheet, presentation, drawing, ແລະ database applications ເປັນອັນວ່າມີຄົບສູດແລ້ວ ແລະຍັງບໍ່ຕ້ອງເສັຍເງິນເພີ່ມອີກ ແທນທີ່ຊິຈ່າຍ US$299 ເພື່ອໃຊ້ Windows Vista Business ແລະເສັຍເງິນ US$499 ສຳຫລັບຊື້ Microsoft Office Professional 2007 ມາໃຊ້ເພີ່ມເຕີມ (SUSE ມີແຕ່ US$50) ລວມເຖິງເຫດຜົນຕ່າງໆ ນານັບປະການບໍ່ວ່າຈະເປັນ Stability, Security ບລາ ບລາ ບລາ… ດັ່ງນັ້ນແລ SUSE Linux ຈຶ່ງດີກວ່າເຫັນໆ –Novell ພະຍາຍາມຈະບອກປະມານນີ້

ໃນລາວຈະບໍ່ຄ່ອຍມີການໃຊ້ງານ Linux ປານໃດໃນກຸ່ມຜູ້ໃຊ້ທົ່ວໆໄປ ຈະມີກໍ່ແຕ່ພວກລະດັບອົງກອນໃຫຍ່ໆ ບາງແຫ່ງທີ່ເຮັດ ກ່ຽວກັບລະບົບເຄືອຂ່າຍ (ແບບ Laotel ເປັນຕົ້ນລ່ະ) ແຕ່ວ່າ ຕໍ່ໄປຫາກ Linux Distribution ຕ່າງໆ ມີການປັບປຸງເລື່ອງ Software ທົດແທນໄດ້ພຽງພໍ –ລວມເຖິງພວກ Drivers ຕ່າງໆ– ກໍ່ອາດຈະໄດ້ເຫັນຊຸມຊົນ Linux ໃນລາວກໍ່ເປັນໄດ້ ;)

ທີ່ມາ - Novell [via ExtremeTech, Digg]

Jan
21st

ປິດສະຫນາ Vanishing Point Game ກ່ອງທີ່ 3!!

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 2,068 ຄັ້ງ

Vanish Pointຖ້າມີຄົນສັງເກດ ກໍ່ຈະເຫັນວ່າ au8ust.org ມີໂຄສະນາເກມນີ້ຢູ່ທາງເມນູທາງຊ້າຍມື ຄືກັນ (ວ່າແລ້ວກໍ່ຫນ້າຈະເລື່ອນລົງໄປເບິ່ງແດ່ຈັກຫນ່ອຍ…) ບາງຄົນເຫັນແລ້ວ ອາດຈະສົງໄສວ່າ ມັນແມ່ນຫຍັງວະ…
ແຖວບ້ານເຮົາບໍ່ຄ່ອຍໄດ້ຍິນວ່າຊິມີໃຜຫລິ້ນເກມນີ້ປານໃດ Vanishing Point ເປັນເກມ ແກ້ໄຂປິດສະຫນາທີ່ຫິນທີ່ສຸດເກມຫນຶ່ງໃນອິນເຕີເນັດໃນຕອນນີ້ເລີຍ ປິດສະຫນາໃນ ຕົວເກມສາມາດດຶງດູດນັກຫລິ້ນເກມແນວນີ້ຈາກທົ່ວໂລກໃຫ້ໄດ້ ມາລອງແກ້ປິດສະຫນາ ອັນລຶກລັບຊັບຊ້ອນນີ້ (ແລະແນ່ນອນວ່າຕ້ອງມີຄົນແກ້ໄດ້ 55+)

ແລະປິດສະຫນາກ່ອງທີ່ 3 ກໍ່ມາເຖິງແລ້ວ ຖ້າໃຜຄິດວ່າເປັນນັກແກ້ປິດສະຫນາຕົວຈິງ ເຊີນໄປລອງໂລດ!!

ທີ່ມາ - VanishingPointGame.com [via Neowin.net]

Jan
21st

OpenMoko FIC Neo1973 ມືຖື OpenSource ເຄື່ອງທຳອິດຂອງໂລກ!

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 649 ຄັ້ງ

ນີ້ຄື OpenMoko FIC Neo1973 (ຊື່ຍາວລາກດິນເລີຍ) ໂທລະສັບມືຖືທີ່ໃຊ້ດ້ວຍ ລະບົບປະຕິບັດການ Linux-powered ມີຫນ້າຈໍຂະຫນາດ 2.8″ (480×640) ແບບ touchscreen ຂັບເຄື່ອນດ້ວຍ Samsung s3c2410 SoC ພ້ອມດ້ວຍ Global Locate AGPS chip, ມີ SDRAM ຂະຫນາດ 128MB ແລະ NAND Flash memory ຂະຫນາດ 64MB, ສາມາດໃສ່ microSD card ເພີ່ມເຕີມໄດ້

ໃນເວັບໄຊທ໌ຂອງ OpenMoko ກໍ່ບໍ່ໄດ້ໃຫ້ລາຍລະອຽດຫຍັງຫລາຍກ່ຽວກັບຕົວໂທລະສັບ ລາຍລະອຽດກ່ຽວກັບລາຄາ ວັນວາງຈຳຫນ່າຍກໍ່ຍັງບໍ່ໄດ້ລະບຸດຊັດເຈນ ແຕ່ເບິ່ງທ່າທາງແລ້ວ ຫນ້າຈະໄດ້ຮັບການຕອບຮັບທີ່ດີຢູ່ :)

ມີວິດີໂອໃນ YouTube ໃຫ້ເບິ່ງພ້ອມ

(more…)

Jan
20th

Hitachi W51H ໂທລະສັບມືຖື Hi-Res

ໃນໝວດ au8ust.org | ໑ ຄວາມຄິດເຫັນ | ຄົນອ່ານ 500 ຄັ້ງ

W51H ໂທລະສັບມືຖືລຸ້ນໃຫມ່ຈາກ Hitachi ທີ່ເບິ່ງແລ້ວມີຫນ້າຕາຄ້າຍໆວ່າຈະທຳມະດາ ແຕ່ມີຄວາມບໍ່ທຳມະດາຢູ່ທີ່ ມັນເປັນໂທລະສັບມືຖື ທີ່ມີຫນ້າຈໍລະອຽດທີ່ສຸດໃນໂລກ (ໃນຕອນນີ້) ທີ່ 480×800 ພ້ອມດ້ວຍຫນ້າຈໍຂະຫນາດ 2.9″ ແລະນອກຈາກຈະມີດີ ທີ່ຄວາມລະອຽດຂອງຫນ້າຈໍແລ້ວ ມັນຍັງມີລະບົບປ້ອງກັນຄວາມປອດໄພໂດຍໃຊ້ລາຍນິ້ວມື ມີລະບົບສັ່ງງານ GPS ດ້ວຍສຽງ ຕັດບັນຫາເວລາສັ່ງງານບໍ່ຕ້ອງກົ້ມໆ ເງີຍໆ ເບິ່ງຫນ້າຈໍໄປມາອີກຕໍ່ໄປ

ແຕ່ມີຂໍ້ດີກໍ່ຕ້ອງມີຂໍ້ດ້ອຍ ຫນ້າເສັຍດາຍທີ່ W51H ມີກ້ອງພຽງ 2 megapixel ແລະຫນ່ວຍຄວາມຈຳໃນຕົວພຽງ 30MB (ແຖມຍັງບໍ່ເປັນ Touchscreen ຕາມສະໄຫມນິຍົມ) ຖ້າບໍ່ຖືກໃຈລຸ້ນນີ້ ບໍ່ເປັນຫຍັງ ເພາະວ່າ ມັນຈະມີຂາຍສະເພາະໃນຍີ່ປຸ່ນເທົ່ານັ້ນ :P
ທີ່ມາ - Tech Ticker