ຕາມທຳມະດາຂອງຄອມພິວເຕີຈາກ Dell ແລ້ວຈະມີ ລະບົບປະຕິບັດການຕິດມານຳສະເຫມີ (ແລະມັກຈະເປັນ Windows) ຈຸດນີ້ມັນກໍ່ມີຂໍ້ດີຢູ່ບ່ອນວ່າ ຊື້ເຄື່ອງກໍ່ຈະໄດ້ລະບົບປະຕິບັດການ Windows ທີ່ເປັນ OEM Edition ມາພ້ອມເລີຍ (+ມີ License ຢ່າງດີ) ເຊິ່ງແບບນີ້ຈະສະດວກສຳຫລັບ User ທົ່ວໆໄປ ທີ່ບໍ່ຊຳນານກ່ຽວກັບຂອງພວກນີ້ປານໃດ ດີກວ່າຊື້ມາແລ້ວຕ້ອງຊອກ OS ມາລົງເພີ່ມເຕີມ
ແຕ່ວ່າ ມັນກໍ່ສ້າງຄວາມລຳບາກ ໃຫ້ກັບຄົນທີ່ຊື້ມາແລ້ວບໍ່ຕ້ອງການໃຊ້ Windows ທີ່ມາກັບເຄື່ອງເລີຍ ເລື່ອງນີ້ທາງ Dell ກໍ່ເລີຍອອກ Dell’s n Series ອອກມາໃຫ້ເລືອກຊື້ໄດ້ຕາມຄວາມເຫມາະສົມ
Dell’s n Series ຈະບໍ່ມີລະບົບປະຕິບັດການ Windows ຕິດມາກັບເຄື່ອງເລີຍ ຜູ້ໃຊ້ງານສາມາດເລືອດຕິດຕັ້ງລະບົບປະຕິບັດການໄດ້ຕາມຕ້ອງການ ຢາກຈະລົງ Linux ລົງຫຍັງກໍ່ລົງໄດ້ເອົາແຕ່ຊິມັກ ແລະແນ່ນອນວ່າ n Series ຈະມີລາຄາຖືກກວ່າລຸ້ນທີ່ມີ Windows ຕິດມານຳ ແຕ່ກໍ່ມີຫມາຍເຫດຢູ່ຢ່າງຫນຶ່ງຄື ທາງ Dell ຈະບໍ່ມີ Support ໃຫ້ກັບຄອມພິວເຕີທີ່ບໍ່ໄດ້ຕິດຕັ້ງ ລະບົບປະຕິບັດການ ຈາກທາງ Dell ໄປແຕ່ຕົ້ນ
ສຳຫລັບຕອນນີ້ຈະມີອອກມາໃຫ້ເລືອກຊື້ໄດ້ຢູ່ 3 ລຸ້ນຄື DimensionTM E520, E521 ແລະ C521 ໂດຍຈະມີລາຄາ $899, $624, $624 ຕາມລຳດັບ (Spec ເຄື່ອງເບີ່ງໄດ້ຈາກເວັບໄຊທ໌ຂອງ Dell ) ມີໃຫ້ເລືອກທັງ Intel ແລະ AMD
Source - Dell [via CrunchGear ]
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
ມີຄົນຫົວໃສໄປຈັດການເຮັດ Custom-Painted ເຄື່ອງເກມ PS3 ລຸ້ນ 60GB ໃຫ້ເປັນສີເງິນຢາງທີ່ເຫັນທາງຊ້າຍມື ແລ້ວກໍ່ເອົາມາຂາຍໃນ eBay ໃນລາຄາທີ່ສູງເຖິງ $950
ເບິ່ງແລ້ວຮູ້ສຶກວ່າ ສີນີ້ຍັງຊິງາມກວ່າແບບສີມືດໆ ແບບເກົ່າຂອງ Sony ເຮັດອອກມາອີກ ເສັຍດາຍມືເກມບໍ່ເປັນເງົາມັນແບບຕົວເຄື່ອງ
ດຽວຖ້າເບິ່ງຊິມີຄົນໄປເຮັດຄ້າຍໆ ແບບນີ້ ແລ້ວມາປະມູນຂາຍອີກແຫລ່ະ
Source - TechEBlog
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
Nokia Explore :
Nokia Achieve:
Source - Unwired View
ຂຽນໂດຍ au8ust |
4 ຄວາມຄິດເຫັນ »
ພໍດີໄປອ່ານບົດຄວາມເລື່ອງ Die Spammers! Die! ຂອງ Mr. John Chow ມາ ເພິ່ນເປັນນັກຂຽນບລັອກມືໂປຣ ອີກຄົນຫນຶ່ງເລີຍລ່ະ! ບໍ່ວ່າຈະເປັນແນວທາງການຂຽນ ຫລືແນວຄິດ ໄອເດັຍຕ່າງໆ ຮູ້ສຶກວ່າ ຫນ້າສົນໃຈເປັນພິເສດ ພໍໆ ກັບ Darren Rowse ແຫ່ງ ProBlogger.net ເລີຍ (more…)
ຂຽນໂດຍ au8ust |
໑ ຄວາມຄິດເຫັນ »
ທາງ Sony ໄດ້ອອກ Firmware ໃຫມ່ສຳຫລັບ ເຄື່ອງເກມ PlayStation 3 ອອກມາ ໂດຍຈຸດຫລັກໃນ firmware ຕົວໃຫມ່ຈະເປັນການແກ້ບັນຫາໃນສ່ວນຂອງ ການຫລິ້ນເກມ PlayStation 1 ແລະ 2 ພ້ອມທັງມີການປັບປຸງໃຫ້ ສາມາດຫລິ້ນໄດ້ໃນໂຫມດ Progressive Scan ນຳ ນອກຈາກນັ້ນກໍ່ຈະສາມາດໃຊ້ Avatar ສ່ວນຕົວໄດ້ອີກ
ສ່ວນ changelog ຍັງບໍ່ມີອອກມາ ຢ່າງເປັນທາງການສຳຫລັບ PS3 Firmware v1.50 ນີ້ ສະຫລຸບແລ້ວ ເປັນເລື່ອງຂອງຄົນມີ PS3 ລ້ວນໆ ຈົບຂ່າວ.
Source - Kotaku.com [via Gizmodo ]
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
ແນະນຳຂອງຫລິ້ນໃຫມ່ Web 2.0 Company Name Generator ໃຊ້ສ້າງຊື່ເວັບໃຫ້ເຫມາະສົມກັບຍຸກ Web 2.0 (ແນ່ນອນ ນັ້ນຫມາຍເຖິງເວັບໄຊທ໌ທີ່ມີຊື່ທີ່ບໍ່ສາມາດຈະອ່ານແລ້ວເຂົ້າໃຈໄດ້ງ່າຍໆ :P)
ຕົວເວັບເຂົາຈະຂຽນຂຶ້ນມາດ້ວຍ JavaScript ທົດລອງໃຊ້ເບິ່ງກໍ່ໂອ… ແມ່ນອີ່ຫລີ ຊ່າງເປັນຊື່ຍຸກ Web 2.0 ແທ້ໆ… ເປັນຕົ້ນວ່າ
Oyota, Oyombu, 42fire, Quimbu, Mijo, Oyod, Yakiyo, 23type, Zoombee, Dabbird, Flipverse, Jamm, Plape
ທົດລອງໃຊ້ງານໄດ້ທີ່ Web 2.0 Company Name Generator
ທີ່ມາ : del.icio.us
(more…)
ຂຽນໂດຍ au8ust |
໑ ຄວາມຄິດເຫັນ »
ແລະແລ້ວວັນເວລາທີ່ລໍຄອຍກໍ່ມາເຖິງ… Wordpress 2.1 ໄດ້ອອກມາເປັນທີ່ຮຽບຮ້ອຍ (ອອກປະມານສອງ ຊົ່ວໂມງກ່ອນຫນ້ານີ້) ແຕ່ຕ້ອງລະວັງຫນ້ອຍຫນຶ່ງ ຖ້າໃຜຊິລອງໃຊ້ ເພາະວ່າມັນ ຍັງຮ້ອນໆ ຢູ່ເລີຍ
ມາເຂົ້າເລື່ອງກັນເລີຍດີກວ່າ ສຳຫລັບ Wordpress 2.1 ໃນເວີຊັ່ນໃຫມ່ນີ້ ກໍ່ມີການເພີ່ມເຕີມຄວາມສາມາດໃຫມ່ໆ ເຂົ້າມາຫລາກຫລາຍພໍສົມຄວນ (ແຕ່ສຳຫລັບຄົນທີ່ມີບລັອກຢູ່ wordpress.com ຄົງຈະເຫັນເປັນທຳມະດາໄປແລ້ວ)
ຄວາມສາມາດໃຫມ່ຫລັກໆ ໃນເວີຊັ່ນນີ້ກໍ່ຈະເປັນລະບົບ Autosave ຫມົດຫ່ວງກັບເວລາເຄື່ອງເຈັ໊ງ ເພາະມັນຈະບັນທຶກໃຫ້ເອງອັດຕະໂນມັດ ^O^
ເພີ່ມ Tab ສຳຫລັບໄວ້ສະລັບກັນໄປມາລະຫວ່າງ WYSWYG ກັບແບບ HTML
lossless XML import and export ຊ່ວຍໃຫ້ເວລາຍ້າຍຂໍ້ມູນໄປມາລະຫວ່າງບລັອກມີຄວາມສົມບູນຍິ່ງຂຶ້ນ
ລະບົບ spell checking ໃຫມ່ອ່ຽມ (ຄົນໃຊ້ wordpress.com ໃຊ້ມາຫມົດແລ້ວ 555)
New search engine privacy option ສາມາດລະບຸໄດ້ວ່າ ເຮົາຕ້ອງການໃຫ້ເນື້ອຫາໃນບລັອກເຮົາ ໄປປະກົດໃນເວັບຄົ້ນຫາຕ່າງໆ ເຊັ່ນພວກ Yahoo, Google ໄດ້ບໍ່
ເຮົາສາມາດຕັ້ງຄ່າໃຫ້ຫນ້າໃດຫນ້າຫນຶ່ງ ທີ່ເຮົາສ້າງຂຶ້ນມານັ້ນ ເປັນຫນ້າທຳອິດຂອງບລັອກໄດ້ (ເຍ້!)
ລະບົບຖານຂໍ້ມູນທີ່ໄດ້ຮັບການປັບປຸງໃຫມ່ ໄວກວ່າເກົ່າອີກ
Blogroll ສາມາດໃສ່ຫມວດຍ່ອຍໄດ້ແລ້ວ
ຫນ້າຈໍ Login ອອກແບບໃຫມ່ອ່ຽມອ່ອງ
ເພີ່ມການໃຊ້ງານຂອງ AJAX ເຕັມໄປຫມົດ ສະບາຍເລີຍບາດນີ້ ^_^
ການສ້າງ Page ສາມາດເລືອກໃຫ້ເປັນ Draft ຫລື Private ໄດ້ແລ້ວ
ຫນ້າ Admin ໄດ້ຮັບການປັບປຸງໃຫ້ໂຫລດໄດ້ໄວຂຶ້ນອີກເປັນກອງ ແລະໃຊ້ງານໄດ້ງ່າຍດາຍຍິ່ງກວ່າເກົ່າ~
Upload manager ປັບປຸງໃຫມ່ ໃຊ້ດີກວ່າເກົ່າ ສະດວກສະບາຍຍິ່ງຂຶ້ນໃນການຈັດການກັບໄຟລ໌ຕ່າງໆ
Akismet plugin ເວີຊັ່ນໃຫມ່ແຖມມາພ້ອມ!
ແກ້ໄຂ Bugs ຈາກເວີ່ຊັ່ນເກົ່າ ເປັນຈຳນວນກວ່າ 550 ຈຸດ!!
ແລະອື່ນໆອີກ…
ວ່າແລ້ວກໍ່ດາວໂຫລດເລີຍດີກວ່າ…
ຂຽນໂດຍ au8ust |
9 ຄວາມຄິດເຫັນ »
ບລັອກ TechEBlog ເພິ່ນລວບລວມເອົາ Gadget ທີ່ມີຄວາມແປກປະຫລາດຂອງໂລກໄວ້ 7 ແບບມາໃຫ້ເບິ່ງ ຮູ້ສຶກວ່າ ຈະມີແຕ່ຂອງແປກໆ ເປັນຕົ້ນແມ່ນເຄື່ອງອ່ານ RSS ລະບົບໄຣ້ສາຍ, ກ້ອງຕາບອດ, ຫມວກຍິ້ມ, ລົດຈັກທີ່ຕ້ອງຍ່າງເອົາ etc…
ວ່າແລ້ວກໍ່ຄລິກເລີຍດີກວ່າ…
ທີ່ມາ - TechEBlog [via Netscape ]
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »