Jan
31st

ChaCha - ເວັບຄົ້ນຫາຖາມໄດ້

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 300 ຄັ້ງ

ChaChaChaCha ເປັນເວັບໄຊທ໌ທີ່ໃຫ້ບໍລິການຄົ້ນຫາ ແບບທີ່ວ່າ ຖ້າຊອກເອງບໍ່ເຫັນກໍ່ຖາມເອົາໄດ້ ;)

ໂດຍທາງ ChaCha ຈະມີ Search Guide ທີ່ຈະຊ່ວຍໃຫ້ເຮົາສາມາດ ຄົ້ນຫາຂໍ້ມູນທີ່ຕ້ອງການໄດ້ (ຫລືເວົ້າອີກຢ່າງວ່າ ມີຄົນເປັນໆມາຊ່ວຍຊອກໃຫ້ລ່ະ)

ພຽງເຂົ້າໄປທີ່ ChaCha.com ແລ້ວໃສ່ Keyword ທີ່ຕ້ອງການ ຈາກນັ້ນ ຄລິກທີ່ Search with Guide ແລ້ວກໍ່ຈະສາມາດ ສົນທະນາກັບທີມງານຂອງ ChaCha ໄດ້ທັນທີແບບຟຣີບໍ່ມີຄ່າບໍລິການ

ບໍລິການແບບນີ້ Google ເຄີຍເຮັດອອກມາແລ້ວ ແຕ່ວ່າເປັນແບບເກັບເງິນ ແລະແນ່ນອນວ່າ ຕ້ອງລົ້ມເລີກໄປໃນທີ່ສຸດ

Jan
29th

AdSense ພາສາລາວ!!?

ໃນໝວດ au8ust.org | 5 ຄວາມຄິດເຫັນ | ຄົນອ່ານ 547 ຄັ້ງ

ມື້ນີ້ຂະນະທີ່ກຳລັງອ່ານໆ comment ຢູ່ນັ້ນ ຄິດວ່າຊິໄປແກ້ໄຂຫນ້າ Need-A-Font? ບາດຫນຶ່ງ ເພາະມີຄົນລາຍງານວ່າ ຟ້ອນທ໌ Saysettha OT ມັນໄປ conflict ກັບພາສາໄທ ກໍ່ເລີຍໄປຫນ້າທີ່ວ່າ ເກີດໄປເຫັນ… ເຫັນ… ໂຄສະນາຕ່າງໆ ໂດຍ Google!!!

AdSense Lao

 

ກົດຄົ້ນຫາໃນກ່ອງແລ້ວຈະກາຍເປັນ…

AdSense

ຍັງບໍ່ເຄີຍເຫັນແບບນີ້ມາກ່ອນເລີຍ ປົກກະຕິໃນ au8ust.org ຈະຕິດ AdSense ເປັນແບບ Text links ໄວ້ກ້ອງ Menu ເປັນແບບນີ້

AdSense

ແຕ່ອັນນີ້ມາແນວໃຫມ່ ແປກໆ ດີ ສົງໄສເປັນເລື່ອງທຳມະດາຂອງທີມງານ Google ໄປແລ້ວ ທີ່ຈະມີຂອງແປກໆ ອອກມາໃຫ້ສັງເກດ ເຊັ່ນວ່າ ບາງຄັ້ງຈະບໍ່ມີຄຳວ່າ Ads by Google ໃນໂຄສະນາເລີຍ (ທີມງານ Google ອະທິບາຍ ກໍລະນີນີ້ເປັນເພາະລົງໂຄສະນາແບບ Premium)

ເອົາລ່ະ Break ໂຄສະນາພໍແລ້ວ ດຽວມາອັພຕໍ່ດີກວ່າ…

Jan
29th

NES Collection from eBay

ໃນໝວດ au8ust.org | 7 ຄວາມຄິດເຫັນ | ຄົນອ່ານ 450 ຄັ້ງ

NES on eBay

ເຫັນກອງໆກັນຢູ່ໃນຮູບ ມັນຄືກະແຊັດເກມເຟມິລີ (ແຖວບ້ານນິນເອີ້ນແນວນີ້ ແຕ່ຢູ່ວຽງມັກຈະເອີ້ນວ່າ ຟາມິຄອມ) ມີຄົນເອົາ Collection ນີ້ໄປຂາຍໃນ eBay ບອກວ່າມີ *ທຸກໆເກມທີ່ເຄີຍສ້າງມາ* ສຳຫລັບເຄື່ອງ NES ເລີຍ *-* ທັງຫມົດມີ 670 ເກມ ຄົນຂາຍບອກວ່າ ຢູ່ໃນສະພາບດີຫມົດ ເປັນຂອງແທ້ຫມົດ ແຖມມີປື້ມຄູ່ມື 545 ເກມອີກ o_O

ລອງອ່ານໆເບີ່ງ ຕອນນີ້ເຂົາປະມູນກັນລາຄາສູງເຖິງ $7,300 ແລ້ວ ຄິດວ່າຫນ້າຈະມີທຸກເກມເລີຍລ່ະ ຕັ້ງແຕ່ພວກ Cowboy Kid, Bubble Bobble 2, Stadium Events, TMNT Part 4, Contra Force, Casino Kid 2, Dragon Warriors, Megaman, Flintstones Surprise at Dinosaur Peak, Snow Brothers, The Jetsons, Little Samson, Ms PacMan NAMCO, PacMan NAMCO, RC ProAM 2, Zombie Nation ມີຫມົດ ເກມດັງໆ ມີຫມົດທຸກເກມ (ຍົກເວັ້ນພາກຍີ່ປຸ່ນ?) ນອກຈາກຈະມີກະແຊັດເກມ ກໍ່ຍັງມີພວກ Accessories ຂອງເກມຕ່າງໆນຳເຊັ່ນ ROB the Robot, Power Glove, Power Pad ໆລໆ

Source - eBay [via Engadget, Digg]

ໃຜສົນໃຈລອງໄປປະມູນເບິ່ງ ^^”

Jan
29th

Windows Vista RTM Software Compatibility List

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 466 ຄັ້ງ

Windows Vista RTM Software Compatibility Listຖ້າໃຜກຳລັງຄິດຈະ Upgrade ໄປໃຊ້ Vista ໃນໄວໆ ນີ້ ຫລືກຳລັງສົງໄສວ່າ ຫາກອັພໄປແລ້ວ ໂປຣແກຣມເກົ່າໆ ເຮົາ ຈະສາມາດໃຊ້ງານໄດ້ບໍ່ ກໍ່ລອງມາກວດສອບຈາກ ລາຍຊື່ຂອງບັນດາໂປຣແກຣມຕ່າງໆ ທີ່ສາມາດໃຊ້ງານໄດ້ໃນ Windows Vista ທີ່ກຳລັງຈະມາໃນອີກມື້ສອງມື້ນີ້

ໂດຍລາຍຊື່ພວກນີ້ຈະອ້າງອິງສຳຫລັບ Windows Vista RTM (Build 6000) ຂຶ້ນໄປ

ມີການແບ່ງຫມວດຫມູ່ທີ່ຊັດເຈນ 3 ຫມວດໃຫຍ່ໆ ຄື

  1. ໂປຣແກຣມທີ່ໃຊ້ໄດ້
  2. ໂປຣແກຣມທີ່ມີປັນຫາ ແຕ່ສາມາດແກ້ໄຂໄດ້
  3. ໂປຣແກຣມທີ່ບໍ່ສາມາດໃຊ້ງານໄດ້

ແລະກໍ່ຍັງແບ່ງເປັນຫມວດຫມູ່ຂອງໂປຣແກຣມປະເພດຕ່າງໆ ໄວ້ອີກເຊັ່ນຫມວດ AntiSpam & AntiSpyware, Financial, Games, Graphics/Design, System applications

Source - 9Down

Jan
28th

7 ວິທີໃນການຕິດຕາມ Internet’s Trends

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 837 ຄັ້ງ

ມື້ນີ້ໄປອ່ານ lifehack ມາ ກ່ຽວກັບວິທີຄົ້ນຫາ Trends ຫລືຄວາມນິຍົມໃນອິນເຕີເນັດ ລອງຈິນຕະນາການວ່າ ເຮົາບໍ່ໄດ້ໃຊ້ອິນເຕີເນັດມາສາມເດືອນ ກັບມາໃຊ້ ບາດນີ້ ເຮົາຈະຮູ້ໄດ້ແນວໃດວ່າ ໂລກກົມໆໃບນີ້ເຂົາໄປຮອດໃສກັນແລ້ວ??? ຖ້າເປັນຫລາຍປີກ່ອນ ກໍ່ອາດເປັນເລື່ອງທີ່ ລຳບາກພໍສົມຄວນເລີຍ ແຕ່ວ່າ ໃນສະໄຫມນີ້ ມັນຈະມີ 7 ວິທີງ່າຍໆໃນການໃຊ້ຄົ້ນຫາແນວໂນ້ມ ຫລືຄວາມນິຍົມເຫລົ່ານີ້ໄດ້

(more…)

Jan
26th

Tag Book Meme

ໃນໝວດ au8ust.org | ສະແດງຄວາມຄິດເຫັນ | ຄົນອ່ານ 1,396 ຄັ້ງ

ຖືກ tag ຕໍ່ມາຈາກບັອກຂອງທ່ານ elixer ^_^

ວິທີຫລິ້ນ blog-tag ແບບໃຫມ່ ມີກະຕິກາວິທີການຫລິ້ນຢູ່ບ່ອນວ່າ ໃຫ້ຫາຫນັງສືທີ່ຢູ່ໃກ໊ໆຕົວ ແລ້ວເປີດໄປທີ່ຫນ້າ 123 (ຖ້າປື້ມບາງໂພດກໍ່ອົດ 555+) ຈາກນັ້ນໃຫ້ເລືອກປະໂຫຍກທີ່ 4 ແລ້ວກໍ່ໂພສ 3 ປະໂຫຍກຫລັງຈາກນັ້ນ (ກໍ່ຈະເປັນປະໂຫຍກທີ່ 5 ຮອດ 7) ເມື່ອໂພສແລ້ວ ກໍ່ໃຫ້ບອກຊື່ຫນັງສື ພ້ອມຜູ້ແຕ່ງ ແລ້ວກໍ່ສົ່ງຕໍ່ໄປໃຫ້ຄົນຮູ້ຈັກ (ທີ່ຂຽນບລັອກຢູ່) ອີກ 2 ຄົນ ຫວັງວ່າຊິບໍ່ງົງນໍ້…

ເອົາລ່ະ ມາເລີ່ມຂອງນິນກ່ອນເລີຍ ;)

[...] พ่อหัวเราะเขินอายเมื่อนึกขึ้นได้

“หยุดเทศกาลบงติดกันหลายวัน เลยไม่รู้ว่ามันวันอะไรกันแล้ว”

พ่อของฟุมิยะเป็นคนประเภทถูกกำหนดอุปนิสัยทั้งหมดด้วยงานเจ้าหน้าที่ธุรการของสหกรณ์การเกษตรที่ทำ [...]

ซิโกะกุ แรงรักจากปรภพ(ອ້າວ! ເປັນພາສາໄທຫວາ? ແມ່ນແລ້ວ ຫາຫນັງສືອື່ມັນບໍ່ມີອ່ະ) ຈາກຫນັງສື ซิโกะกุ แรงรักจากปรภพ ຂຽນໂດຍ ບັນໂດ ມາຊາໂກະ ແລະແປໄທໂດຍ ຊົມນາດ ສີຕິສານ ເປັນຫນັງສືນິຍາຍແນວສະຫຍອງຂວັນ ໄປຊື້ມາຈາກອຸດອນ (ຫລືຫນອງຄາຍ?? ລືມໆ) ຫນ້າປົກເຂົາບອກວ່າ “ນິຍາຍຮັກສະຫຍອງຂວັນຍອດນິຍົມຂອງຍີ່ປຸ່ນ” ອ່ານແລ້ວກໍ່ມັນດີ 555+ (ເກືອບສະຫຍອງ)

ຕໍ່ໄປຊິ tag ໃຫ້ໃຜດີນໍ້??? ອໍ້ tag ໃຫ້ຫນ້າໃຫມ່ວົງການບລັອກລະກັນ ແນ່ນອນວ່າຫມາຍເຖິງ Sengy :) ແລ້ວກໍ່ອ້າຍພະນົມສິນ ລະກັນ ^o^

Blog-tag ເທື່ອແລ້ວ ບໍ່ມີໃຜຫລິ້ນນຳເລີຍ ຫວັງວ່າເທື່ອນີ້ຊິບໍ່ເປັນຄືເກົ່າເດີ້!!

Jan
25th

ພາບວິດີໂອຂອງປາສະຫລາມສາຍພັນຫາຍາກກກກກກກ

ໃນໝວດ au8ust.org | ໑ ຄວາມຄິດເຫັນ | ຄົນອ່ານ 1,180 ຄັ້ງ

Frilled sharkຫາກໍ່ເຄີຍເຫັນ ທຳອິດຍັງນຶກວ່າມາຈາກຫນັງເລື່ອງ ເລື້ອຍທະລວງສອງຫມື່ນໂຢດ ແຕ່ບ່ອນແມ່ນຊ້ຳ :P ສັດນ້ຳທີ່ເຫັນນີ້ ມີຊື່ເຕັມໆ ວ່າ Chlamydoselachus anguineus ມັນເປັນປາສະຫລາມສາຍພັນຫາຍາກສາຍພັນຫນຶ່ງໃນໂລກນີ້ເລີຍ ເປັນການຍາກທີ່ຈະມີຄົນຖ່າຍໄວ້ໄດ້ ໂດຍສະເພາະເປັນວິດີໂອແບບນີ້

ເລື່ອງມັນເກີດຂຶ້ນຫາກໍ່ສີ່ຫ້າມື້ຫລັງນີ້ແຫລ່ະ ພໍດີຕອນສວຍຂອງວັນທີ່ 21 ບັງເອີນວ່າມີນັກຕຶກປາໄປເຫັນສັດນ້ຳຂະຫນາດໃຫຍ່ຢູ່ແຖວໆ ເຂດນ້ຳຕື້ນຂອງຊາຍຝັ່ງທະເລເມືອງ Numazu ທີ່ປະເທດຍີ່ປຸ່ນ ພໍອີຕານັ້ນເຫັນປັ໊ບ ຄືຊິຕົກກະໃຈແຮງ ຮີບໂທໄປບອກທາງຜູ້ດູແລສວນນ້ຳ (marine park ບ້ານເຮົາເອີ້ນຫຍັງ ອ່ະ ບໍ່ເຄີຍໄດ້ຍິນ) ຈາກນັ້ນກໍ່ມີເຈົາຫນ້າທີ່ທີມດຳນ້ຳມາຈັບໄປຊ້ຳ… ອ່າວ??? ຈັບໄປໄວ້ໃນ (ເຂົ້າໃຈວ່າເປັນ) ສະສຳຫລັບປາໂລມາ

ແຕ່ວ່າ ຫລາຍຊົ່ວໂມງຖັດມາ ສະຫລາມສາຍພັນຫາຍາກຂອງເຮົາກໍ່ຈາກໂລກນີ້ໄປ T_T ເຖິງແນວໃດກໍ່ຕາມ ມີການບັນທຶກວິດີໂອໄວ້ ເຂົາບອກວ່າ ຊິເກັບໄວ້ໃຊ້ໃນງານຄົ້ນຄວ້າ

ປົກກະຕິແລ້ວ ປາປະເພດນີ້ມັນຈະຢູ່ເລິກລົງໄປເຖິງ 600 ແມັດ ຫລືປະມານ 2000 ຟຸດ ມັນຈະມີຂະຫນາດຍາວໄດ້ປະມານ 160 ເຊັນ ແລະມີຄວາມແຕກຕ່າງກັບປາສະຫລາມທົ່ວໄປຢູ່ທີ່ເຫງືອກຂອງມັນ ຈະມີເຖິງ 6 ອັນ ໃນຂະນະທີ່ສະຫລາມທົ່ວໆ ໄປ ຈະມີພຽງ 5 ອັນ

ທາງທີມຄົ້ນຄວ້າເພິ່ນກຳລັງຫາສາເຫດທີ່ມັນຂຶ້ນມາປະກົດໃນເຂດນ້ຳຕື້ນຢູ່ ມີຂໍ້ສົມມຸຕິຖານຢູ່ຫລາຍຢ່າງ ອາດຈະຂຶ້ນມາຫາອາຫານ ຂຶ້ນມາເພາະນ້ຳຢູ່ເລິກມັນຫນາວໂພດ ເປັນຕົ້ນລ່ະ

ເປັນຕາເສັຍດາຍ ຕາຍຊ້ຳ ສາຍພັນນີ້ປົກກະຕິຈະຫາໄດ້ຍາກຫລາຍເພາະມັນຢູ່ເຂດນ້ຳເລິກ ຄົນລົງໄປບໍ່ໄຫວ ແລະມັນຍັງເປັນປາສາຍພັນທີ່ໄດ້ຮັບການຂະຫນານນາມວ່າ ຟອສຊີລມີຊີວິດອີກ ເພາະມັນຈະມີລັກສະນະຄ້າຍໆ ກັບສັດໃນຍຸກທຳອິດຂອງໂລກເລີຍ

Source - Pinktentacle.com

Jan
25th

ລັດຖະບານເກົາຫລີໃຕ້ແນະນຳຢ່າຟ້າວໃຊ້ Vista ເທື່ອ

ໃນໝວດ au8ust.org | ໑ ຄວາມຄິດເຫັນ | ຄົນອ່ານ 500 ຄັ້ງ

ວັນທີ່ 31 ຂອງເດືອນນີ້ Microsoft Windows Vista ກໍ່ຈະໄດ້ມີການວາງຈຳຫນ່າຍຢ່າງເປັນທາງການແລ້ວ ແຕ່ວ່າ ສຳຫລັບທາງເກົາຫລີໃຕ້ນັ້ນ ກະຊວງຕ່າງໆ ຂອງລັດຖະບານເກົາຫລີໃຕ້ໄດ້ອອກມາປະກາດໃນລັກສະນະ ໃຫ້ຄຳແນະນຳວ່າ ບໍ່ຄວນຈະຮີບຮ້ອນໄປໃຊ້ລະບົບປະຕິການຕົວໃຫມ່ຄື Windows Vista ນີ້ເທື່ອ ໂດຍໃຫ້ເຫດຜົນວ່າ ເວັບໄຊທ໌ຕ່າງໆ ສ່ວນໃຫຍ່ໃນປະເທດນັ້ນ ຕັ້ງແຕ່ເວັບ Portal, ເວັບເກມອອນໄລນ໌, ເວັບຫຸ້ນ, ເວັບ Shopping ນັບກັນໄປຈົນເຖິງພວກເວັບໄຊທ໌ທະນາຄານຕ່າງໆ ລ້ວນແລ້ວແຕ່ໃຊ້ ActiveX ກັນເກືອບຫມົດ ແລະບັນຫາກໍ່ຄື Windows Vista ບໍ່ສາມາດໃຊ້ງານ ActiveX ໄດ້ຄືກັບທີ່ຜ່ານໆ ມາແລ້ວ –MS ເຮັດເອງ– ດັ່ງນັ້ນ ການອັບເກຣດໄປໃຊ້ Windows Vista ໃນຕອນນີ້ຈະເກີດບັນຫາຕ່າງໆຕາມມາ ຈຶ່ງຂໍໃຫ້ຢ່າຟ້າວໄປອັບເກຣດເທື່ອ ຖ້າໃຫ້ເວັບໄຊທ໌ຕ່າງໆ ມີການປັບຕົວເພື່ອຮອງຮັບກັບ ຄວາມປ່ຽນແປງໃຫມ່ກ່ອນ ຈາກນັ້ນຊິໃຊ້ກໍ່ຄ່ອຍໃຊ້

ນອກຈາກນັ້ນ ທາງການເກົາຫລີ ຍັງແນະນຳໃຫ້ຄົນທີ່ຈະປ່ຽນໄປໃຊ້ Vista ລອງກວດສອບເບິ່ງເວັບໄຊທ໌ທີ່ຕົນ ຕ້ອງເຂົ້າໃຊ້ບໍລິການເປັນປະຈຳກ່ອນ ເຊັ່ນເວັບໄຊທ໌ຂອງ Bank ທີ່ໃຊ້ຢູ່ ເປັນຕົ້ນ

Source - Chosun [via Engadger, The Inquirer]