au8ust’s tech channel: ບລັອກທີ່ເວົ້າແຕ່ເລື່ອງ tech ລ້ວນໆ

Windows Live Messenger 8.1 Final ອອກແລ້ວ

ຫລັງຈາກທີ່ອອກ WLM 8.1 Beta ມາຕັ້ງແຕ່ຊ່ວງເດືອນກັນຍາປີກາຍ ຈົນຮອດຕອນນີ້ ມີ beta testers ສົ່ງບັກ 1010 ຈຸດ ແລະຄຳແນະນຳໄປໃຫ້ອີກ 456 ຄັ້ງ ແລະໃນທີ່ສຸດ Microsoft ກໍ່ໄດ້ປ່ອຍ Windows Live Messenger 8.1 Final ອອກມາໃຫ້ໃຊ້ງານແລ້ວ ໂດຍມີລະຫັດ Build ເປັນ 8.1.0178.00 ທີ່ສຳຄັນ ອອກມື້ດຽວກັບການເປີດຕົວຢ່າງເປັນທາງການຂອງ Windows Vista :P

ສຳຫລັບ changelog ຍັງບໍ່ມີອອກມາ ແຕ່ທີ່ແນ່ນອນກໍ່ຄື beta tag ຫາຍໄປແລ້ວ ;)

ສາມາດດາວໂຫລດໄດ້ຈາກ ທີ່ນີ້
ແລະສຳຫລັບ Multi-lang ver. (ມີພາສາໄທແລ້ວ) ສາມາດດາວໂຫລດໄດ້ຈາກ ທີ່ນີ້

Source – Mess.be [via Neowin.net]

You can follow any responses to this entry through the RSS 2.0 feed.