Jan
23rd

Wordpress 2.1 ອອກແລ້ວ…

ໃນຫມວດ au8ust.org | ຂຽນໂດຍ au8ust

Wordpress

ແລະແລ້ວວັນເວລາທີ່ລໍຄອຍກໍ່ມາເຖິງ… Wordpress 2.1 ໄດ້ອອກມາເປັນທີ່ຮຽບຮ້ອຍ (ອອກປະມານສອງ ຊົ່ວໂມງກ່ອນຫນ້ານີ້) ແຕ່ຕ້ອງລະວັງຫນ້ອຍຫນຶ່ງ ຖ້າໃຜຊິລອງໃຊ້ ເພາະວ່າມັນ ຍັງຮ້ອນໆ ຢູ່ເລີຍ :P

ມາເຂົ້າເລື່ອງກັນເລີຍດີກວ່າ ສຳຫລັບ Wordpress 2.1 ໃນເວີຊັ່ນໃຫມ່ນີ້ ກໍ່ມີການເພີ່ມເຕີມຄວາມສາມາດໃຫມ່ໆ ເຂົ້າມາຫລາກຫລາຍພໍສົມຄວນ (ແຕ່ສຳຫລັບຄົນທີ່ມີບລັອກຢູ່ wordpress.com ຄົງຈະເຫັນເປັນທຳມະດາໄປແລ້ວ)

  • ຄວາມສາມາດໃຫມ່ຫລັກໆ ໃນເວີຊັ່ນນີ້ກໍ່ຈະເປັນລະບົບ Autosave ຫມົດຫ່ວງກັບເວລາເຄື່ອງເຈັ໊ງ ເພາະມັນຈະບັນທຶກໃຫ້ເອງອັດຕະໂນມັດ ^O^
  • ເພີ່ມ Tab ສຳຫລັບໄວ້ສະລັບກັນໄປມາລະຫວ່າງ​ WYSWYG ກັບແບບ HTML
  • lossless XML import and export ຊ່ວຍໃຫ້ເວລາຍ້າຍຂໍ້ມູນໄປມາລະຫວ່າງບລັອກມີຄວາມສົມບູນຍິ່ງຂຶ້ນ
  • ລະບົບ spell checking ໃຫມ່ອ່ຽມ (ຄົນໃຊ້ wordpress.com ໃຊ້ມາຫມົດແລ້ວ 555)
  • New search engine privacy option ສາມາດລະບຸໄດ້ວ່າ ເຮົາຕ້ອງການໃຫ້ເນື້ອຫາໃນບລັອກເຮົາ ໄປປະກົດໃນເວັບຄົ້ນຫາຕ່າງໆ ເຊັ່ນພວກ Yahoo, Google ໄດ້ບໍ່
  • ເຮົາສາມາດຕັ້ງຄ່າໃຫ້ຫນ້າໃດຫນ້າຫນຶ່ງ ທີ່ເຮົາສ້າງຂຶ້ນມານັ້ນ ເປັນຫນ້າທຳອິດຂອງບລັອກໄດ້ (ເຍ້!)
  • ລະບົບຖານຂໍ້ມູນທີ່ໄດ້ຮັບການປັບປຸງໃຫມ່ ໄວກວ່າເກົ່າອີກ
  • Blogroll ສາມາດໃສ່ຫມວດຍ່ອຍໄດ້ແລ້ວ
  • ຫນ້າຈໍ Login ອອກແບບໃຫມ່ອ່ຽມອ່ອງ
  • ເພີ່ມການໃຊ້ງານຂອງ AJAX ເຕັມໄປຫມົດ ສະບາຍເລີຍບາດນີ້ ^_^
  • ການສ້າງ Page ສາມາດເລືອກໃຫ້ເປັນ Draft ຫລື Private ໄດ້ແລ້ວ
  • ຫນ້າ Admin ໄດ້ຮັບການປັບປຸງໃຫ້ໂຫລດໄດ້ໄວຂຶ້ນອີກເປັນກອງ ແລະໃຊ້ງານໄດ້ງ່າຍດາຍຍິ່ງກວ່າເກົ່າ~
  • Upload manager ປັບປຸງໃຫມ່ ໃຊ້ດີກວ່າເກົ່າ ສະດວກສະບາຍຍິ່ງຂຶ້ນໃນການຈັດການກັບໄຟລ໌ຕ່າງໆ
  • Akismet plugin ເວີຊັ່ນໃຫມ່ແຖມມາພ້ອມ!
  • ແກ້ໄຂ Bugs ຈາກເວີ່ຊັ່ນເກົ່າເປັນຈຳນວນກວ່າ 550 ຈຸດ!!
  • ແລະອື່ນໆອີກ…

ວ່າແລ້ວກໍ່ດາວໂຫລດເລີຍດີກວ່າ…




9 Responses to “Wordpress 2.1 ອອກແລ້ວ…”

  1. By ไอ้แอนนนนน on Jan 23, 2007 | Reply

    ทดสอบด้วยคนครับ

    เวลาอัปเกรดนี่ติดปัญหาอะไรไหมครับ
    ผมยังไม่ค่อยกล้าเท่าไหร่เพราะกว่าจะลงแต่ละรุ่นใหม่ๆ ทีนึงก็เสียวทีนึง
    ก็มันยากง่ะ… T-T

  2. By ไอ้แอนนนนน on Jan 23, 2007 | Reply

    ขอบคุณครับ ขอแปลเป็นไทยให้เผื่อใครอ่านไม่ออกจริงๆ

    1. สำรองข้อมูล ทั้งในส่วนของฐานข้อมูล และไฟล์ทั้งหมดไว้ก่อน
    2. ปิดปลั๊กอินให้หมด
    3. อัปโหลดไฟล์ขึ้นไปทับอันเก่า *ยกเว้นโฟลเดอร์ wp-content ไม่ต้องอัป* (แต่แยกอัปเฉพาะปลั๊กอินของ Akismet ตัวใหม่)
    4. ไปที่ yourdomain.com/path-to-wp-2-1/wp-admin/upgrade.php แล้วก็กดไปตามขั้นตอน เพียงคลิกเดียวก็สิ้นสุดขั้นตอน

    ทำไปทำมาผมพยายามหัดอ่านภาษาลาวจนเริ่มหลงรักแล้วครับ
    แต่ให้พูดนี่พูดไม่เป็นจริงๆ (พูดไทยผมยังไม่ค่อยถนัดเลย 555)

  3. By yokey on Jan 23, 2007 | Reply

    อยากลองบ้างแต่โฮสที่ผมแอบเขาอยู่ศักยภาพไม่ถึง

  4. By Coolman on Jan 24, 2007 | Reply

    ອິອິ.. ອ່ານພາສາລາວເກັ່ງນໍ້ :)

  5. By ktypez on Jan 24, 2007 | Reply

    ไม่กล้าอัพเดทเลย กลัว ~~ 55

  6. By kong on Jan 24, 2007 | Reply

    อัพเกรดเป็น 2.1 แล้วครับ ยังไม่เจอปัญหาอะไร ^^

  7. By SmileSquare on Jan 24, 2007 | Reply

    โอ้! คุณ ไอ้แอนนนนน เจ้าของฟอนท์ชื่อดังหนิ่ครับ
    น่าจะทำ Font ลาว ให้อ่านเป็นไทย นะครับ จะได้อ่านง่ายๆหน่อย ฮิ ฮิ….

Post a Comment