ເປັນຄວາມພະຍາຍາມຂອງກຸ່ມ hacker ກຸ່ມຫນຶ່ງທີ່ມີຫົວຫອກຂອງທີມໃຊ້ນາມແຝງວ່າ muslix64 (ມີຜົນງານ crack ແຜ່ນ HD DVD ສຳເລັດມາແລ້ວ –ພວກນີ້ບໍ່ນິຍົມ DRM–) ມາພ້ອມຄູ່ຫູຄົນໃຫມ່ Janvitos ພ້ອມກັບອ້າງວ່າ ສາມາດເຈາະ ລະບົບການເຂົ້າລະຫັດຂອງແຜ່ນ Blu-ray ໄດ້ເປັນທີ່ຮຽບຮ້ອຍແລ້ວ ໂດຍທີ່ບໍ່ຕ້ອງໃຊ້ແຜ່ນ ຫລື drive ມັນເລີຍ ໃຊ້ພຽງໄຟລ໌ທີ່ມີການເຂົ້າລະຫັດໄວ້ເທົ່ານັ້ນ
ແຕ່ຄວາມສຳເລັດຂອງກຸ່ມ hacker (ຫນ້າຈະເປັນ cracker ຫລາຍກວ່າ) ດັ່ງກ່າວ ກໍ່ຍັງເປັນພຽງເບື້ອງຕົ້ນເທົ່ານັ້ນ ເພາະສ່ວນຫລັກຂອງ Blu-ray ຄື BD+ ຍັງບໍ່ສາມາດເຈາະຜ່ານໄດ້ (ມີບາງກະແສວ່າຕອນນີ້ ຍັງບໍ່ມີຫນັງ BD ເລື່ອງໃດໃຊ້ BD+ ເທື່ອຊ້ຳ o_O?) ສະຫລຸບວ່າ ເຈາະ CPS unit key ໃນ Blu-ray ໄດ້ແລ້ວ ຈົບຂ່າວ
ທີ່ມາ – forum.doom9.org [via ZDNet Blog]