W51H ໂທລະສັບມືຖືລຸ້ນໃຫມ່ຈາກ Hitachi ທີ່ເບິ່ງແລ້ວມີຫນ້າຕາຄ້າຍໆວ່າຈະທຳມະດາ ແຕ່ມີຄວາມບໍ່ທຳມະດາຢູ່ທີ່ ມັນເປັນໂທລະສັບມືຖື ທີ່ມີຫນ້າຈໍລະອຽດທີ່ສຸດໃນໂລກ (ໃນຕອນນີ້) ທີ່ 480×800 ພ້ອມດ້ວຍຫນ້າຈໍຂະຫນາດ 2.9″ ແລະນອກຈາກຈະມີດີ ທີ່ຄວາມລະອຽດຂອງຫນ້າຈໍແລ້ວ ມັນຍັງມີລະບົບປ້ອງກັນຄວາມປອດໄພໂດຍໃຊ້ລາຍນິ້ວມື ມີລະບົບສັ່ງງານ GPS ດ້ວຍສຽງ ຕັດບັນຫາເວລາສັ່ງງານບໍ່ຕ້ອງກົ້ມໆ ເງີຍໆ ເບິ່ງຫນ້າຈໍໄປມາອີກຕໍ່ໄປ
ແຕ່ມີຂໍ້ດີກໍ່ຕ້ອງມີຂໍ້ດ້ອຍ ຫນ້າເສັຍດາຍທີ່ W51H ມີກ້ອງພຽງ 2 megapixel ແລະຫນ່ວຍຄວາມຈຳໃນຕົວພຽງ 30MB (ແຖມຍັງບໍ່ເປັນ Touchscreen ຕາມສະໄຫມນິຍົມ) ຖ້າບໍ່ຖືກໃຈລຸ້ນນີ້ ບໍ່ເປັນຫຍັງ ເພາະວ່າ ມັນຈະມີຂາຍສະເພາະໃນຍີ່ປຸ່ນເທົ່ານັ້ນ 😛
ທີ່ມາ – Tech Ticker
เห็นแล้ว อยากได้สักเครื่องจัง …