ຄວາມສຳຄັນຂອງການໃຫ້ Credit ກັບແຫລ່ງຂ່າວ
ມື້ນີ້ມີໂອກາດໄປອ່ານບົດຄວາມຂອງຄົນດັງມາ ພໍດີວ່າມັນເປັນເລື່ອງກ່ຽວກັບ ຄວາມສຳຄັນຂອງການໃຫ້ Credit ກັບແຫລ່ງຂ່າວ ເລີຍຖືໂອກາດມາເລົ່າສູ່ກັນຟັງ. ເລື່ອງນີ້ຮູ້ສຶກວ່າບ້ານເຮົາຈະຍັງບໍ່ຄ່ອຍຈະເອົາຈິງເອົາຈັງປານໃດ ເຖິງຈະຍັງບໍ່ມີເກີດຂຶ້ນຫລາຍ ແຕ່ກໍຍັງບໍ່ມີການປະຊາສຳພັນເພື່ອໃຫ້ເກີດຄວາມຮູ້ຄວາມເຂົ້າໃຈເທື່ອ.
ຕໍ່ມາຄົນທີ່ໄປອ່ານ ເຫັນວ່າ ອ້າວ! ນີ້ມັນກ່າຍມາຈາກ ProBlogger.net ເລີຍແມ່ນບໍ່ນິ!? ຈຶ່ງສົ່ງອີເມລໄປບອກທາງ Darren Rowse ເຊິ່ງເພິ່ນກໍເລີຍຖືໂອກາດເມລໄປຖາມຄົນທີ່ Copy ງານຂອງເພິ່ນໄປ ໄດ້ຄຳຕອບກັບມາວ່າ…
ທີ່ເຮັດແບບນີ້ກໍເພື່ອວ່າມັນເປັນການ “ປະຫຍັດເວລາຄົນອ່ານ” (?!) ເພາະບໍ່ຕ້ອງການໃຫ້ຄົນອ່ານ ຕ້ອງອ່ານຂ່າວຊ້ຳກັນສອງເທື່ອ… ສ່ວນນີ້ຈະຂໍ quote ຕົ້ນສະບັບມາໃຫ້ອ່ານ:
He explained that he did this to ’save his readers time’ as if he did link both to me they’d end up just reading the same basic news more than once.
ຟັງແລ້ວຮູ້ສຶກວ່າຈະເປັນ fallacy ທີ່ສົມບູນແບບຫລາຍ lol
ມາຮອດທ້າຍເລື່ອງ Darren ກໍໃຫ້ຂໍ້ດີຂອງການໃສ່ລິ້ງກັບໄປຫາແຫລ່ງຂ່າວໄວ້ສາມສີ່ຂໍ້ ລອງໄປອ່ານເບິ່ງ ໃນບລັອກຂອງເພິ່ນ
ການໃຫ້ແຫລ່ງທີ່ມາຂອງຂ່າວນັ້ນ ສົມມຸດວ່າ ເຮົາໄດ້ຂ່າວມາລັກສະນະນີ້:
ຕົ້ນຂ່າວ -> ຄົນຂຽນບລັອກທີ່ 1 –> ຄົນຂຽນບລັອກທີ່ 2 —> ເຮົາ
ໃນກໍລະນີແບບນີ້ ເຮົາຄວນທີ່ຈະໃຫ້ Credit ທີ່ມາກັບບລັອກເກີຄົນຂຽນບລັອກທີ່ 2 ແລະອາດຈະໃສ່ທີ່ມາເພີ່ມເຕີມ ເປັນຕົ້ນຂ່າວໄດ້ ບໍ່ແມ່ນວ່າຊິໄປໃສ່ຕົ້ນຂ່າວບາດດຽວ ແຕ່ແຫລ່ງຂ່າວແທ້ຈິງທີ່ເຮົາໄດ້ຂໍ້ມູນມາ ພັດບໍ່ໃຫ້ Credit ເຂົາ ອັນນີ້ມັນຊ່າງບໍ່ເຫມາະສົມເລີຍ ຊ້ຳບໍ່ຫນຳຍັງຊິຖືກເອົາໄປນິນທາອີກ ກໍ່ຂໍໃຫ້ລະມັດລະວັງກັນແດ່ຈັກຫນ່ອຍ ສຳຫລັບບລັອກເກີມືໃຫມ່
ເລື່ອງທຳນອງແບບນີ້ເຄີຍມີເວັບແຫ່ງຫນຶ່ງ (ຫລາຍປີມາແລ້ວ) ມີຂ່າວໄວຫລາຍ ເປັນເວັບໄຊກ່ຽວກັບເກມ ຮູ້ສຶກວ່າ ຈະມີຄົນໃນ ຫລືແນວໃດກໍບໍ່ຈັກ ແຕ່ຈະສາມາດຫາຂ່າວມາໄດ້ໄວແບບສຸດຍອດ ເກັບກຳຂໍ້ມູນໄດ້ດີ ແລ້ວກໍ່ມີຄົນ Copy ຂອງເພິ່ນໄປໂດຍບໍ່ໃຫ້ Credit ເປັນປະຈຳ ສ່ວນທາງເຈົ້າຂອງເວັບເພິ່ນ ເຫັນເທື່ອໃດເພິ່ນກໍ່ຈະ ເອົາມາປະຈານໄວ້ຫນ້າເວັບສະເໝີ
ແຕ່ສຸດທ້າຍ ກໍຕ້ອງປິດຕົວລົງໄປ ເພາະວ່າ ມີແຕ່ຄົນກັອບປີ້ຂ່າວໄປແບບບໍ່ໃຫ້ Credit ຈົນໝົດກຳລັງໃຈຂຽນ.
ດັງນັ້ນ ຫາກເຮົາບໍ່ມັກໃຫ້ຄົນອື່ນມາເຮັດໃຫ້ເຮົາແນວໃດ ກໍ່ຢ່າຊຸໄປເຮັດແນວນັ້ນກັບເຂົາເລີຍດີກວ່າເນາະ ^_^



