au8ust’s tech channel: ບລັອກທີ່ເວົ້າແຕ່ເລື່ອງ tech ລ້ວນໆ

Are You Colorblind?

ເຫັນໃນ Digg ເປັນແບບທົດສອບ ວ່າເຮົາເປັນຄົນຕາບອດສີຫລືບໍ່ ເອົາມາຈາກເວັບນີ້ ທັງຫມົດຈະມີ 5 ພາບ ມາເລິ້ມກັນເລີຍດີກວ່າ…

ພາບທຳອິດ ທຸກໆຄົນຈະເຫັນວ່າ ເປັນເລກສິບສອງ
ຄົນປົກກະຕິທົ່ວໄປ ຈະເຫັນວ່າພາບນີ້ມີເລກ 45
ແຕ່ຫາກຄົນບອດສີ ຈະເຫັນບໍ່ເຫັນເລກຫຍັງເລີຍ
ຖ້າເປັນຄົນຕາປົກກະຕິ ຈະເຫັນວ່ານີ້ມັນເລກ 29
ແຕ່ຖ້າບໍ່ປົກກະຕິຈະເຫັນເປັນເລກ 70 ແທນ

ຖ້າວ່າຕາບອດສີ ຈະເຫັນວ່າພາບນີ້ມີເລກ 5 ຢູ່
ແຕ່ຖ້າເປັນຄົນສາຍຕາປົກກະຕິ ຈະເບິ່ງບໍ່ອອກເລີຍວ່າ ອັນນີ້ມັນມີຕົວເລກຫລືບໍ່ມີ

ຖ້າຕາບອດສີແດງ ຈະເຫັນແຈ້ງສະເພາະເລກ 6
ແຕ່ຖ້າບອດສີຂຽວ ກໍ່ຈະເຫັນແຕ່ເລກ 2
ສ່ວນຄົນສາຍຕາປົກກະຕິ ຈະເຫັນທັງເລກ 2 ກັບ ເລກ 6 ເລີຍ

ນິນເບິ່ງແລ້ວມີປັນຫາກັບຮູບທີ່ 4 ເພາະວ່າ ເຫັນເລກ 5 ມາກ່ອນເພິ່ນເລີຍ LOL ອ່ະ… ບໍ່ Serious :)

ທີ່ມາ – Digg, ColorVision Test

  • ມີບັນຫາກັບຮູທີ 3 ແລະ 5 ອິອິ.. :)

  • ຂ້ອຍເຫັນຮູບທີ 4 ມີເລກ 5 ຢູ່ , ແຕ່ມີຫຼາຍສີ , ແລະໃຊ້ເວລາດົນເຕີບ ຈິ່ງເຫັນ

You can follow any responses to this entry through the RSS 2.0 feed.