ນີ້ມັນຍຸກຂອງ Web 2.0 ແລ້ວ!
ຄົນໃຊ້ເນັດບ້ານເຮົາ ບໍ່ຄ່ອຍຈະສົນໃຈວ່າຍຸກໃດເປັນຍຸກໃດພໍປານໃດ ມີແນວໃດກໍ່ໃຊ້ແນວນັ້ນ ອັດຕາການເຕີບໂຕ ຂອງຜູ້ໃຊ້ງານອິນເຕີເນັດໃນບ້ານເຮົາ ກໍ່ເລີຍບໍ່ເພີ່ມຂຶ້ນຢ່າງໄວວາຄືປະເທດອື່ນໆ ໃນລະແວກດຽວກັນ ຂະຫນາດເມືອງນອກເຂົາເຂົ້າສູ່ຍຸກ Web 2.0 ແລ້ວ ບ້ານເຮົາຍັງຊິມາເຮັດເວັບບອຣ໌ດ ໃຫ້ຄົນເຂົ້າໄປຖາມຕອບກັນເອງຢູ່ (ບໍ່ມີເນື້ອຫາໃນເວັບໄຊທ໌ຫລັກ) ພວກທີ່ມີເວັບຫລັກເຂົາກໍ່ປ່ອຍໃຫ້ເວັບຕາຍດ້ານໄປເສີຍໆ ບໍ່ຫມັ່ນອັບເດທຂໍ້ມູນເລີຍ ກໍ່ມີຫລວງຫລາຍ ບໍ່ຮູ້ຕອນໃດມັນຊິເຂົ້າຮູບເຂົ້າຮອຍໄດ້
ເຂົ້າເລື່ອງເລີຍດີກວ່າ… ມື້ນີ້ມາແນະນຳກ່ຽວກັບເວັບໄຊທ໌ທີ່ເປັນ Web 2.0 ເຊິ່ງມີເປັນຮ້ອຍເປັນພັນແລ້ວໃນປະຈຸບັນ ບໍ່ຮູ້ຊິແນະນຳແນວໃດຫມົດ (ໂດຍສະເພາະຫາກ Web 2.0 ຍັງບໍ່ມີແນວທາງທີ່ຊັດເຈນ) ດັ່ງນັ້ນ ອາຫານພ້ອມເສີບມື້ນີ້ ກໍ່ຄື Web 2.0 Directory ເຊິ່ງກໍ່ມີຫລາກຫລາຍອັນ ຫລາກຫລາຍແນວໃຫ້ໃຊ້ ສາມາດເຂົ້າໄປເບີ່ງໄດ້ໃນ go2web2.netແຕ່ຫາກເຂົ້າໄປແລ້ວລາຍຕາບໍ່ຮູ້ລອງອັນໃດ ແນະນຳ –> NetVibes ແລ້ວຈະໄດ້ Feeling of Web 2.0
ທຳອິດວ່າຊິຂຽນບົດຄວາມ ໃນເຊີງເທັກນິກລອງເບິ່ງ ແຕ່ຂຽນໄປຂຽນມາແລ້ວລືມ ເລີຍຢ່າແຫລ່ະ 555 (ຂຽນບລັອກໄປ ເຮັດຮ່າງສັນຍາໄປ ສະມາທິຫົດຫາຍຫມົດ
)



