ຂໍຄວາມຮ່ວມມືມາຍັງທຸກໆທ່ານ ກ່ອນອ່ານເລື່ອງນີ້ ກະລຸນາເປີດເພງຊ້າໆ ຊຶ້ງໆ ປະກອບ ຫາກເປັນເພງ ຫລືເປັນດົນຕີບັນເລງຂອງຢີ່ປຸ່ນ ຈະດີຫລາຍ ເພື່ອໃຫ້ໄດ້ບັນຍາກາດໃນການອ່ານຍິ່ງໆຂຶ້ນໄປ 😛
ດ້ວຍຄວາມພະຍາຍາມາເປັນສິບໆປີ ທີ່ຜ່ານມາຂອງ ຮ່ອນດ້າ ໃນການພັດທະນາຫຸ່ນຍົນນັ້ນ ຕ້ອງພົບຜ່ານ ອຸປະສັກນາໆປະການ ຜ່ານຊ່ວງເວລາຮ້ອນຫນາວຕ່າງໆ ມາຫລາຍຕໍ່ຫລາຍປີ… ອະຊິໂມ່ຄ່ອຍໆ ເຕີບໂຕຂຶ້ນເລື່ອຍໆ
ເຮົາໄດ້ເຫັນອະຊິໂມ່ ຢ່າງໄດ້ ເດີນໄດ້ ພະຍາຍາມທັກທາຍ ໂຕ້ຕອບກັບຄົນ (ຖ້າມັນຍິ້ມໄດ້ ມັນຄືຊິຍິ້ມພ້ອມ) ພະຍາຍາມໂຕ້ຕອບກັບວັດຖຸຮອບຂ້າງ ພະຍາຍາມທີ່ຈະມີຊີວິດຈິດໃຈ ແລະມື້ນີ້…
ລູກອະຊິໂມ່ແລ່ນໄດ້ແລ້ວພໍ່ຮ່ອນດ້າ!! Y_Y
ມີວິດີໂອຈາກງານ CES 2007 ທີ່ຜ່ານມາ ສາທິດການແລ່ນຂອງຫຸ່ນຍົນ Asimo ທີ່ທາງ Honda
ລົງທຶນລົງແຮງມາຫລາຍປີດີດັກ ມາໃຫ້ເບິ່ງກັນ