ເອ… ສົງໄສຫົວຂໍ້ມັນຈະເກີນເຫດໄປເບາະ? ເລື່ອງມັນມີຢູ່ວ່າ ມີການ ຂູ່ເຂັນ ຮີດໄຖ ແບບໃຫມ່ຂຶ້ນໃນອິນເຕີເນັດອີກແລ້ວ ແບບໃຫມ່ທີ່ວ່າຄວາມຈິງມັນອາດຈະມີມາດົນແລ້ວ ແຕ່ບໍ່ເປັນທີ່ແຜ່ຫລາຍ ຊ່ວງນີ້ແຜ່ຫລາຍເຂົາເລີຍເອົາມາເວົ້າ ກໍ່ຄືໃຊ້ໆ ອິນເຕີເນັດໄປ ວັນດີຄືນດີເຂົ້າໄປເບິ່ງເມລ ປະກົດວ່າມີອີເມລລຶກລັບສົ່ງມາຫາ ບອກວ່າຕົວເອງເປັນມືປືນ ຖືກຮັບຈ້າງມາ ໃຫ້ມາຂ້າເຮົາ (ສົມມຸດວ່າເຮົາເປັນເຈົ້າຂອງອີເມລກໍ່ແລ້ວກັນ) ແຕ່ວ່າ ຖ້າເຮົາບໍ່ຢາກຕາຍກ່ອນໄວອັນຄວນ ໃຫ້ສົ່ງຈ່າຍເງິນໃຫ້ມັນ $80,000 ແລ້ວມັນຈະຍອມຜິດສັນຍາກັບນາຍຈ້າງເກົ່າ (ທີ່ມັນບອກວ່າຈ້າງມາຂ້າເຮົາ) ແຖມມັນຍັງຖິ້ມທ້າຍອີກວ່າ ຫ້າມບໍ່ເຈົ້າຫນ້າທີ່ຕຳຫລວດ ຫລື FBI ແລະທີ່ຕະຫລົກສຸດໆ ຄື ມັນບອກວ່າ… ນີ້ເປັນຄັ້ງທຳອິດທີ່ມັນບ້ຽວງານ -_-”
ອອກຈະເປັນແນວບໍ່ຄ່ອຍຈະມີສາລະ ແຕ່ຖ້າຄົນທີ່ Innocent ແບບສຸດໆ ກໍ່ອາດຈະເຊື່ອຂຶ້ນມາກໍ່ເປັນໄດ້ ຖືວ່າມາເລົ່າສູ່ກັນຟັງ ຂັ້ນເວລາ 🙂
ທີ່ມາ – TechWeb
มือปืนไฮเทควุ้ย มีแจ้งเตือนทางอีเมล์ด้วย xD