ຫລັງຈາກທີ່ LG ປະກາດເຖິງເຄື່ອງຫລິ້ນສື່ DVD ຍຸກໃຫມ “LG BH100” ທີ່ສາມາດອ່ານໄດ້ທັງແຜ່ນ Blu-ray ແລະ HD DVD ອອກມາກອນຫນ້ານີ້ ກໍ່ມີແວວວ່າອາດຈະບໍ່ໄດ້ເກີດແລ້ວ ເມື່ອທາງ DVD Forum (ສະມາຄົມທີ່ຄວບຄຸມ ມາດຕະຖານຂອງສື່ເກັບຂໍ້ມູນ DVD) ບໍ່ໃຫ້ໃບອະນຸຍາດໃຫ້ກັບ LG
ເຫດຜົນກໍ່ເນື່ອງມາຈາກວ່າຕົວ BH100 ເອງ ສາມາດຮອງຮັບ ມາດຕະຖານຂອງ Blu-ray ທຸກຢ່າງ ແຕ່ກັບ HD DVD ພັດກາຍເປັນວາ ເບິ່ງໄດ້ຢ່າງດຽວ ບໍ່ສາມາດໃຊ້ງານ iHD ຫລື interactive High Definition ເຊິ່ງເປັນລະບົບ Interactive ຂອງມາດຕະຖານ HD DVD ໄດ້ ນັ້ນກໍ່ຫມາຍຄວາມວ່າ ເຄື່ອງ LG BH100 ຈະບໍ່ສາມາດໃຊ້ງານໃນສ່ວນຂອງເມນູໃດໆ ໃນແຜ່ນ HD DVD ໄດ້ເລີຍ ລວມທັງຄວາມສາມາດພິເສດເຊັ່ນລະບົບ Bookmarking ແລະ downloads/updates ນຳ
ຫາກທາງ DVD Forum ບໍ່ອອກໃບອະນຸຍາດໃຫ້ແລ້ວ LG ກໍ່ບໍ່ສາມາດທີ່ຈະຂາຍ LG BH100 ໄດ້ຢ່າງເປັນທາງການ ແລະອາດຈະຖືກຟ້ອງທີ່ໄປໃຊ້ໂລໂກ້ຂອງ HD DVD ໂດຍບໍ່ໄດ້ຮັບອະນຸຍາດ
ທີ່ມາ: DailyTech
เขียนด้วย UTF-8 แต่ทำไม ผมอ่านไม่ออกละครับเนี่ย งง
โอ้ เป็นบล็อกภาษาลาวนี่เอง แก้ได้แล้ว เย้ๆ ดีใจ
ເປັນຕາໜ້າເສີຍດາຍເນາະຖ້າບໍ່ໄດ້ວາງຕະຫຼາດ..
ເພາະທັງແຜ່ນ Blu-ray ແລະ HD DVD ມັນຄັກຫຼາຍ
ອືມ… ມັນກໍ່ບໍ່ຫນ້າເສຍດາຍພໍປານໃດ ເພາະເຄື່ອງ LG ລຸ້ນທີ່ວ່ານີ້ມັນມີລາຄາເຖິງ $1,199! ແຫນງໄປຊື້ PS3 ໄວ້ຫລິ້ນເກມກັບເບີ່ງ Blu-rey ແລ້ວຊື້ເຄື່ອງຫລິ້ນ HD DVD ແຍກອີກອັນຫນຶ່ງຍັງຊິຄຸ້ມກວ່າອີກ :d
LG BH100 ເຄື່ອງດຽວ = $1,199
PS3 ກັບເຄື່ອງຫລິ້ນ HD DVD ຍັງບໍ່ຮອດ $1000 ຊ້ຳ 😛
ອິອິ.. ແມ່ນຫວາ..
ກະຢາກໃຫ້ມັນອອກມາຫຼາຍອັນ.. ມາແຂ່ງກັນ..
ລະເຣົາກະໄດ້ປຽບດ້ານລາຄາຊັ້ນນາ… 🙂