ເຫດເກີດເມື່ອ Sony ໄດ້ປະກາດໃນງານ CES 2007 ວ່າ Controller ແບບໃຫມ່ຂອງເຄື່ອງເກມ PlayStation3 ທີ່ຊື່ວ່າ SIXAXIS ໄດ້ຮັບລາງວັນ Emmy Award (ອ່ານໄດ້ຈາກຂ່າວກ່ອນຫນ້ານີ້) ໃນສາຂາ Technology & Engineering ເລື່ອງນີ້ສ້າງຄວາມສັບສົນ ໃຫ້ກັບປະຊາຊົນບັນດາເຜົ່າເປັນຢ່າງຍິ່ງ ວ່າເຫດໃດຫນໍ ມັນຈຶ່ງໄດ້ລາງວັນນີ້ໄປ? ແຕ່ສະຖານະການຕ້ອງປ່ຽນໄປ!!!
ແທນທີ່ຊິມີເລື່ອງໃຫ້ພູມໃຈ ກັບກາຍເປັນຕ້ອງຫນ້າແຕກຫລົ່ນເຕັມພື້ນ ບໍ່ມີໃຜຖ້າຮັບ ເມື່ອ Christine Chin ຕົວແທນຂອງ National Academy of Television Arts and Sciences ອອກມາບອກວ່າ ມັນເປັນຄວາມເຂົ້າໃຈຜິດ ມືເກມ SIXAXIS ບໍ່ໄດ້ຮັບລາງວັນ Emmy Award ອັນທີ່ມັນໄດ້ຫັ້ນແມ່ນ Dual Shock Analog Controller ພຸ້ນ!!
ຈະເປັນເລື່ອງເຂົ້າໃຈຜິດ ຫລືຈົງໃຈສ້າງກະແສໃຫ້ກັບ PlayStation3 ກໍ່ຕາມ ທາງ Sony ຍັງບໍ່ໄດ້ອອກມາໃຫ້ຄວາມຄິດເຫັນໃດໆ ໃນເລື່ອງນີ້ເທື່ອ ອາດເປັນເພາະວ່າກຳລັງຫຍິບແຜຢູ່… LOL
ທີ່ມາ: GWN.com