au8ust’s tech channel: ບລັອກທີ່ເວົ້າແຕ່ເລື່ອງ tech ລ້ວນໆ

Windows DreamScene

ອີກຂ່າວຈາກງານ CES 2007, Microsoft ເອົາ Windows DreamScene ເຊີ່ງເປັນຫນຶ່ງໃນຂອງຫລິ້ນໃນ Windows Vista Ultimate Extra ມາສະແດງໃນງານ

DreamScene ມີຄວາມສາມາດໃນການໃຊ້ງານພາບ video ເປັນ Desktop Background ໄດ້ ອ່ານຮອດນີ້ບາງທ່ານອາດສົງໄສວ່າ myhill.tv ເຂົາເຮັດແຕ່ດົນແລ້ວ ຄວາມຈິງເລື່ອງນີ້ມີຄົນເຮັດດົນແລ້ວ ແຕ່ວ່າ ອັນນີ້ມັນຕ່າງກັບອັນເກົ່າໆ ຢູ່ບ່ອນວ່າມັນສາມາດໃຊ້ High-Definition Video ແລະທີ່ສຳຄັນ ມັນກິນ GPU ແທນທີ່ຊິເປັນ CPU ແບບວິທີເດີມໆ ໂດຍ format ຂອງໄຟລ໌ວິດີໂອຈະເປັນ .mpeg ແລະ .wmv ເທົ່ານັ້ນ

ການໃຊ້ງານ DreamScene ນັ້ນຈຳເປັນທີ່ຈະຕ້ອງມີກາຣ໌ດຈໍທີ່ສະຫນັບສະຫນຸນການທຳງານຂອງ Windows Aero™ ນຳ ຈຶ່ງຈະສາມາດໃຊ້ໄດ້ ມີວິດີໂອສາທິດການໃຊ້ງານໃຫ້ເບີ່ງພ້ອມ

ທີ່ມາ – WindowsUltimate.com [via WinCustomize, Neowin.net]

ສຳຫລັບຜູ້ໃຊ້ງານ Mac OS X ຄົງຈະເຄີຍເຫັນເລື່ອງນອງນີ້ມາກ່ອນແລ້ວ ເພາະວ່າໃນ OS X ກໍ່ເຮັດປະມານນີ້ໄດ້ຄືກັນ :P

You can follow any responses to this entry through the RSS 2.0 feed.