au8ust’s tech channel: ບລັອກທີ່ເວົ້າແຕ່ເລື່ອງ tech ລ້ວນໆ

Windows Vista Ultimate Upgrade Signature Edition

ແປກແຕ່ຈິງ Amazon.com ເພິ່ນຈັດສິນຄ້າພິເສດຂຶ້ນມາ (ອາດຈະບໍ່ພິເສດເລີຍກໍ່ໄດ້ສຳຫລັບຄົນທີ່ບໍ່ມັກ Micro$oft :P ) ເປັນຊຸດ DVD Upgrade ຂອງ Windows Vista Ultimate Edition ໂດຍຈະມີລາຍເຊັນຂອງ Bill Gates ເຊັນໄວ້ຫນ້າກ່ອງ DVD ພ້ອມ ໄດ້ຍິນວ່າຂອງມີຈຳນວນຈຳກັດ ພຽງ 20,000 ຊຸດເທົ່ານັ້ນ ແລ້ວກໍ່ສັ່ງໄດ້ຢ່າງດຽວ ຫມາຍຄວາມວ່າມີແຕ່ສັ່ງຈອງໄວ້ຊື່ໆ ຕ້ອງຖ້າຈົນກວ່າ Windows Vista ຊິວາງຈຳຫນ່າຍຢ່າງເປັນທາງການ ແລ້ວຊິສົ່ງມາໃຫ້ບາດດຽວ (ປະມານປາຍເດືອນນີ້) ໂດຍລາຄາຈະຢູ່ທີ່ $259 ພ້ອມຄ່າຈັດສົ່ງຟຣີ!

ອ່ານຂ່າວນີ້ແລ້ວກໍ່ເອ໊ະ!? ຕັ້ງສອງຫມື່ນຊຸດ ບໍ່ວ່າຊິມານັ່ງເຊັນຈົນຄົບ o_O!?

ທີ່ມາ: Neowin.net

You can follow any responses to this entry through the RSS 2.0 feed.