blog-tag

ຕອນນີ້ເຂົາກຳລັງນິຍົມຫລິ້ນ blog tag ຢູ່ ເລີຍຫລິ້ນນຳເບີ່ງ ^_^
ເລື່ອງບາງເລື່ອງກ່ຽວກັບ au8ust
1. ບໍ່ວ່າຊິໄປຮຽນຢູ່ໃສກໍ່ຕາມ ເກືອບຈະທຸກໆ ທີ່ຈະເປັນຄົນທີ່ມີອາຍຸນ້ອຍທີ່ສຸດໃນຫ້ອງ (ຖ້າບໍ່ນັບຜູ້ຍິງ)
2. ຊື່ au8ust ມາຈາກຄຳວ່າ august, ທີ່ເປັນຄຳນີ້ກໍ່ເພາະວ່າເກີດເດືອນສິງຫາ —ໃນຊື່ນີ້
ບໍ່ມີຫຍັງຫລາຍໄປກວ່ານັ້ນ
ຕອນທຳອິດຄິດຄຳນີ້ໄດ້ ກໍ່ວ່າມັນເທ່ດີເວີ້ຍ ແຕ່ໄປຄົ້ນຫາໃນ google ອ່າວ… ມີຄົນໃຊ້ແຕ່ປີບາງຫໍ້ແລ້ວ ອຸ້ວ່ະ 555 ໂອຍ ຕະຫລົກ
3. ຄັ້ງທຳອິດທີ່ໄດ້ເຫັນອິນເຕີເນັດ ບອກພໍ່ແມ່ເລີຍວ່າ ບໍ່ຫນ້າສົນໃຈຈັກດີ້ ໃຊ້ຄອມຢ່າງດຽວກໍ່ເກີນພໍ (ແຕ່ດຽວນີ້ກາຍເປັນວ່າ ໃຊ້ຄອມຢ່າງດຽວບໍ່ພໍເວີ້ຍ 555)
4. ຕອນຍັງນ້ອຍໆ ເວລາຊິກິນຫຍັງມັກຊິດົມກ່ອນ ແລ້ວຄ່ອຍກິນ ຈົນພໍ່ຮ້າຍ ບໍ່ໃຫ້ເຮັດ ແລ້ວກໍ່ບໍ່ຄ່ອຍເຮັດອີກຕັ້ງແຕ່ນັ້ນມາ
5. ເຄີຍອອກແບບ/ສ້າງ/ພັດທະນາ ເວັບໄຊທ໌ (ຫ່ວຍໆ) ມາເປັນສິບໆ ເວັບ ແຕ່ວ່າອັນທີ່ມີຄົນຮູ້ຈັກພັດມີບໍ່ຮອດ 2 ອັນ LOL
ເອົາເທົ່ານີ້ແຫລ່ະ ບາດນີ້ຊິສົ່ງໃຫ້ໃຜດີນໍ້…?
ຮັບໄປ: Sian, nanoteam, …ຊວຍແລ້ວ!! ບໍ່ຮູ້ຊິສົ່ງໃຫ້ໃຜ OoO!! ອໍ້! ແມ່ນແລ້ວ ຍັງມີ wihane ຄິດອອກແຕ່ເທົ່ານີ້ແຫລ່ະ Blog ທີ່ຮູ້ຈັກມັນມີບໍ່ຫລາຍ ຜິດກົດຢ່າມັນ pnomsin ແລະ os555
*ຖ້າໃຜຍັງບໍ່ຮູ້ວິທີຫລິ້ນ ອ່ານບ່ອນນີ້ ຊິບອກ ວິທີຫລິ້ນກໍ່ງ່າຍໆ ໃຫ້ຂຽນເລື່ອງຂອງຕົວເອງ ຂຽນໃຫ້ໄດ້ 5 ຂໍ້ ຈາກນັ້ນກໍ່ tag ໄປໃຫ້ຄົນອື່ນອີກ 5 ຄົນ ແລ້ວກໍ່ສົ່ງຕໍ່ກັນໄປເລື່ອຍໆ
ພາບປະກອບຈາກ: keng.ws




ພະນົມສິນ
5 Jan, 2007
ຊອບດູ ຊອບດົມ ເປັນຄ່ານິຍົມຂອງຊາຍທຸກຜູ້
ອັນໃດທີ່ມັນຊ່າຊູ່ ກໍ່ຕ້ອງຈັບດູ ແລະ ກໍ່ຕ້ອງຈັບດົມ
au8ust
6 Jan, 2007
ໂອຍ ເກີນໄປແບບນັ້ນນ່າອ້າຍສິນ 555+
keng
6 Jan, 2007
พะนมสิน ตะหลกดี
kong
6 Jan, 2007
au8ust
6 Jan, 2007
Google Earth ແຕ່ກ່ອນໃຊ້ຢູ່ ແຕ່ດຽວນີ້ບໍ່ໄດ້ໃຊ້ແລ້ວ ເພາະວ່ານັດ 56K ກວ່າຊິເຫັນພາບແຕ່ລະບ່ອນ ຖ້າບິນໄປຄືຊິຮອດກ່ອນແລ້ວຕິບໍ…
SiaN
7 Jan, 2007
ອ້າວ…Link ຮູບບໍ່ອອກມາຊ້ຳ… ແຕ່ວ…
# ໃຊ້ Maxthon ມັນຄືໂຊເປັນ IE 6.0 ນໍ ? ງົງ…
keng
8 Jan, 2007
SiaN – พูดถึงความละเอียด google maps ละเอียดกว่าเยอะ msn live local มันแค่ของเลียนแบบอ่ะ
SiaN
8 Jan, 2007
ອໍ້ຫວະ…
ຊ່ວງນີ້ຄວາມໄວເນັດສຸດຍອດ…(ຂອງຄາມຊ້າເລີຍ)
ຊິຂຽນບຼັອກກະຂຽນບໍ່ໄດ້… ເຮີເຮີ…
ປານໃດຊິປົກະຕິນໍ…?
au8ust
8 Jan, 2007
ອືມ… ແມ່ນລ່ະ ຢູ່ນີ້ (ຫລວງພະບາງ) ກໍ່ອືດຄືກັນ ບາງຊ່ວງມັນຈະເຂົ້າບາງເວັບບໍ່ໄດ້ເລີຍ ກໍ່ແປກໆ ດີ ແຕ່ວ່າຄິດວ່າຄົງຈະເປັນທີ່ເຄືອຂ່າຍ (ໃຊ້ Laotel) ເພາະວ່າ ໃຊ້ ETL ແລ້ວມັນເຂົ້າໄດ້!?
au8ust
10 Jan, 2007
ຕາໂອ້ດໃຊ້ເວລາແຕ່ກັບເລື່ອງມີສາລະ ມາເຫັນເລື່ອງບໍ່ຄ່ອຍມີສາລະເລີຍຫລິ້ນບໍ່ເປັນຊັ້ນຫວາ LOL
ພະນົມສິນ
21 Nov, 2007
ເຊີສມາພົບເຂົ້າ
ຊອບດູ ຊອບດົມ ເປັນຄ່ານິຍົມຂອງຊາຍທຸກຜູ້
ອັນໃດທີ່ມັນຊ່າຊູ່ ກໍ່ຕ້ອງຈັບດູ ແລະ ກໍ່ຕ້ອງຈັບດົມ
ເຮົາຂຽນເອງຫວະ 555
au8ust
21 Nov, 2007
ຂຽນເອງແລ້ວກໍ່ລືມ 555