
KishKish Lie Detector ເຄື່ອງຈັບຜິດຄົນຂີ້ຕົວະ
ຕໍ່ໄປຂາ Skype ທັງຫລາຍເວລາຊິເວົ້າຫຍັງອອກໄປຕ້ອງຄິດໃຫ້ຫລາຍຂຶ້ນ ເພາະວ່າຕອນນີ້ທາງ KishKish ເພິ່ນໄດ້ພັດທະນາ Add-on ສຳຫລັບໂປຣແກຣມ Skype
KishKish Lie Detector ຈະທຳຫນ້າທີ່ໃນການວິເຄາະສຽງແບບ Real-Time ແລ້ວກໍ່ບອກຜູ້ໃຊ້ງານວ່າ ຄູ່ສົນທະນາຂອງເຮົາກຳລັງເວົ້າແທ້ ຫລືຕົວະເຮົາຢູ່
ແຕ່ວ່າ ເຖິງແນວໃດກໍ່ຕາມ Add-on ສຳຫລັບ Skype ໂຕນີ້ກໍ່ຍັງບໍ່ທັນອອກເທື່ອ ແລະກໍ່ຍັງບໍ່ມີລາຄາປະກາດອອກມາໃຫ້ຮູ້ກັນເທື່ອ ດັງນັ້ນ ຊ່ວງນີ້ທ່ານໃດທີ່ໃຊ້ Skype ຕ້ອງປັບຕົວແດ່ຫນ້ອຍຫນຶ່ງ ເຜື່ອວ່າມື້ຫນ້າຄູ່ສົນທະນາຂອງທ່ານເອົາໄປໃຊ້ຈັບຂີ້ຕົວະທ່ານ ແລ້ວຈະໄດ້ຫລີກທັນ
Source: BBC News via Neowin
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »

ນັບເປັນອັບເດທທຳອິດຂອງ IE7 ຕັ້ງແຕ່ມີການເປີດໂຕ IE7 ມາເລີຍ ໂດຍທີ່ອັບເດທໃຫມ່ນີ້ໄດ້ມີການແກ້ໄຂປັບປຸງກ່ຽວກັບລະບົບ Phishing Filter ເພາະວ່າ ກ່ອນຫນ້ານີ້ມັນມີບັກເຮັດໃຫ້ IE7 ດູດ CPU ເຄື່ອງຜູ້ໃຊ້ງານເລີຍຊ້າເອົາຊ້າເອົາເມື່ອມີການທຳງານໃນສ່ວນຂອງ Phishing Filter (ເປັນສະເພາະບາງເວັບໄຊທ໌) ແຕ່ວ່າ ອັບເດທໃຫມ່ນີ້ ບໍ່ມີສຳຫລັບ Windows Vista
ໃຜຊິໃຊ້ ໃຜຊິອັບເດທແນວໃດກໍ່ເຮັດໄປ ຂ້າພະເຈົ້າຈະຂໍໃຊ້ Firefox ຕໍ່ໄປ
ດາວໂຫລດ Update ສຳຫລັບ Windows XP with Service Pack 2, x86-based versions
ດາວໂຫລດ Update ສຳຫລັບ Windows XP Professional, x64-based versions
ດາວໂຫລດ Update ສຳຫລັບ Windows Server 2003 with Service Pack 1, x86-based versions
ດາວໂຫລດ Update ສຳຫລັບ Windows Server 2003 with Service Pack 1, x64-based versions
ດາວໂຫລດ Update ສຳຫລັບ Windows Server 2003 with Service Pack 1, Itanium-based versions
Source: 9Down
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »

ກໍ່ປະມານວ່າ ເປັນຫຸ່ນຍົນທີ່ມີຫົວເປັນ Nokia 770 ຖ້າຟັງຊື່ໆ ຄົງຈະງົງ ຂໍໃຫ້ເບີ່ງພາບປະກອບແລ້ວຈະເຂົ້າໃຈ (-_-)”, ວິທີບັງຄັບກໍ່ໃຊ້ 770 ອີກເຄື່ອງບັງຄັບເອົາ ຫຸ່ນຫມາ 770 ໂຕນີ້ຈະຕອບສະຫນອງກັບສິ່ງຕ່າງໆ ທີ່ມັນໄດ້ເຮັດກ່ອນຫນ້ານີ້ ແລ້ວມັນກໍ່ຍັງໃຊ້ Google Talk ໄດ້ອີກ! ມີວິດີໂອຈາກ YouTube ສາທິດການທຳງານໃຫ້ເບີ່ງພ້ອມ
Source: Engadget
ຂຽນໂດຍ au8ust |
໑ ຄວາມຄິດເຫັນ »
DirectX ປະຈຳເດືອນສຸດທ້າຍຂອງປີນີ້ ແລ້ວກໍ່ ອີກຂ່າວຫນຶ່ງ ຂໍລົງນຳກັນເລີຍ ກໍ່ຄືທາງ ATI ເພິ່ນອອກ Catalyst driver ໃຫມ່ສຳຫລັບທັງ Windows XP ແລະ Windows Vista ແຕ່ວ່າ ຂອງ Vista ຍັງເປັນ Beta ຢູ່
ດາວໂຫລດ DirectX 9.0c December 2006 | ເລືອກພາສາ
ດາວໂຫລດ ດາວໂຫລດ ATI Catalyst 6.12 ສຳຫລັບ Windows XP | x64
ດາວໂຫລດ Catalyst Beta Display Driver v8.31.100.3.2.1 ສຳຫລັບ Windows Vista 32-Bit | 64-Bit
Source: 9Down, ActiveWin
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »

ຂາ chat ທັງຫລາຍຕ້ອງຮູ້ຈັກ Skype ດີແນ່ນອນ, ສຳຫລັບຄົນທີ່ຍັງບໍ່ຮູ້ Skype ເປັນໂປຣແກຣມໃຊ້ລົມກັນຜ່ານອິນເຕີເນັດຟຣີ ແລະຫາກຕ້ອງການໃຊ້ໂທຫາເບີບ້ານ ເບີມືຖື ກໍ່ມີແບບເສຍເງິນໃຫ້ເລືອກໃຊ້ໃນລາຄາທີ່ຕ່ຳສຸດໆ

ໃນເວີຊັ່ນໃຫມ່ກໍ່ມີຟີເຈີເຂົ້າມາເພີ່ມເຕີມອີກເຊັ່ນ Rich Mood Messages, Connection Wizard ແລ້ວກໍ່ມີການອັບເດທພວກ Video quality, Extras Manager, plugins ສຳຫລັບ IE ກັບ Firefox ແລະທີ່ເຫລືອ ໃຫ້ອ່ານຈາກ ChangeLogs
ດາວໂຫລດ: Skype 3.0.0.190 (ຂະຫນາດໄຟລ໌ 19.04 MB)
Source: 9Down
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »

Picasa ບາງທີຊື່ນີ້ບ້ານເຮົາອາດຈະຍັງບໍ່ຄຸ້ນຫູປານໃດ, ມັນເປັນໂປຣແກຣມຈັດການຮູບພາບ ປະມານພວກ ACD See ນັ້ນເອງ ແຕ່ວ່າ ຂຶ້ນຊື່ວ່າຂອງຫລິ້ນຈາກ Google ມັນກໍ່ຕ້ອງມີຫຍັງດີແນ່ນອນ. Picasa ຈະຄົ້ນຫາແລະຈັດການກັບຮູບພາບທີ່ມີໃນເຄື່ອງເອງໂດຍອັດຕະໂນມັດ ບໍ່ວ່າຈະເປັນໄຟລ໌ພາບປະເພດໃດກໍ່ຕາມເຊັ່ນ JPEG, TIFF, BMP, PSD ຫລືໄຟລ໌ຫນັງທີ່ອັດຈ້ອງກ້ອງດິຈິຕອລ ລວມເຖິງການທຳງານກ່ຽວກັບພາບເຊັ່ນ slideshows, ແກ້ໄຂຕາແດງ, ປັບປຸງພາບຖ່າຍ, ຫຍໍ້-ຂະຫຍາຍ ໃສ່ເອັຟເຟັກພາບ ໂດຍບໍ່ເຮັດໃຫ້ຄຸນນະພາບຂອງພາບຫລຸດລົງແຕ່ຢ່າງໃດ ບລາໆ ບລາໆ ບລາໆ ແລະທີ່ສຳຄັນ ເປັນຟຣີແວຣ໌ອີກຕ່າງຫາກ

ສຳຫລັບເວີຊັ່ນນີ້ກໍ່ມີການປັບປຸງໃນສ່ວນຂອງ ການດາວໂຫລດອັບເດທແບບອັດຕະໂນມັດ, ເພີ່ມການສະຫນັບສະຫນຸນການໃຊ້ງານກັບ Windows Vista ແລະ Internet Explorer 7, ແລ້ວກໍ່ສາມາດເລືອກພາສາໃນ Picasa Web Albums ໄດ້ເຖິງ ໑໘ ພາສາ. ນອກຈາກນັ້ນກໍ່ມີການປັບປຸງອີກເລັກໆ ນ້ອຍໆ ໃນສ່ວນຂອງການແກ້ໄຂຮູບພາບ ແລະເພີ່ມເຕີມກ່ຽວກັບ screensaver
ຖ້າເວົ້າຮອດໂປຣແກຣມນີ້ແລ້ວ ຂ້າພະເຈົ້າມັກ GUI ຂອງໂປຣແກຣມ, ຮູ້ສຶກວ່າ ມັນຄັກດີ
ດາວໂຫລດ: Picasa 2.6.0 Build 35.97 (ຂະຫນາດໄຟລ໌ 4.68 MB) |
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
ເບຕ້າໃຫມ່ຂອງ WLM ອອກມາອີກແລ້ວ ໃຫມ່ຖອດດ້າມຍັງບໍ່ທັນສຸດ ເຫມາະສຳຫລັບຄົນໃຈຮ້ອນເປັນຢ່າງຍິ່ງ : P
ດາວໂຫລດ
Source: wBeta
ຂຽນໂດຍ au8ust |
໑ ຄວາມຄິດເຫັນ »
ມື້ວານນີ້ (ວັນທີ່ ໑໓) ທາງຝັ່ງໄທເຂົາເປີດຕົວເກມໃຫມ່ຂອງຄ່າຍ Game No Limit ເຊີ່ງເປັນເກມທີ່ສອງຖັດຈາກ ໂທນີ່ ຈາ ຕົ້ມຍຳກຸ້ງ, ຄິດວ່າຢູ່ຝັ່ງເຮົາຄືຊິມີຄົນເຄີຍຫລິ້ນ ຫລືໄດ້ຍິນຊື່ຜ່ານຫູແດ່ແລ້ວກັບຕົ້ມຍຳກຸ້ງ ຫລືອາດຈະເຄີຍເບີ່ງຫນັງເປັນຢ່າງນ້ອຍ. ສຳຫລັບ “ກ້ານກ້ວຍ” ກໍ່ເປັນເກມຈາກຫນັງ 3D Animation ທີ່ທາງເກມໂນລິມິດຮ່ວມມືກັບບໍລິສັດ “ກັນຕະນາ” ເຈົ້າຂອງຫນັງ ແລະ “ອັສຊຸສ” ບໍລິສັດຜະລິດເມນບອຣ໌ດ ແລະກາຣ໌ດຈໍຂອງໄຕ້ຫວັນ. ໄດ້ຍິນວ່າເກມນີ້ຈະດຳເນີນໄປຕາມເນື້ອເລື່ອງໃນຫນັງທຸກຢ່າງ ແລ້ວກໍ່ສຳຫລັບເອັນຈິ້ນທີ່ໃຊ້ພັດທະນາເກມກໍ່ປ່ຽນມາໃຊ້ GameBryo ຂອງບໍລິສັດ Emergent ຈາກເມກາ (ກ່ອນຫນ້ານີ້ທາງເກມໂນລິມິດເຂົາເຄີຍໃຊ້ DarkBasic ພັດທະນາເກມຕົ້ມຍຳກຸ້ງ)

ເກມອອກຈະສັ້ນຢູ່ແດ່ຈັກຫນ່ອຍ ທາງຜູ້ພັດທະນາເພິ່ນບອກວ່າ ເກມຈະມີຢູ່ ໖ ສາກ, ສອງສາກທຳອິດຈະຫລິ້ນກ້ານກ້ວຍຕອນເປັນເດັກ ແລະທີ່ເຫລືອແມ່ນຫລິ້ນຕອນໃຫຍ່
ກໍ່ຕ້ອງຖ້າເບີ່ງວ່າເກມນີ້ຊິເປັນແນວໃດຕອນອອກມາ

ພາບພາຍໃນເກມ
ບ້ານເຮົາຄືຊິອີກດົນກວ່າຊິມີຄົນມາຈັບເລື່ອງ Game Development
ທີ່ມາ - Manager Online
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »