ກ່ອນອື່ນຕ້ອງຂໍກ່າວຄຳວ່າ ສະບາຍດີທຸກໆ ທ່ານທີ່ແວະເຂົ້າມາ ແລະຫລົງເຂົ້າມາອ່ານຂ່າວໃນ au8ust.org
ມື້ນີ້ກໍ່ມີເລື່ອງສອງເລື່ອງຢາກຈະບອກເລົ່າສູ່ກັນຟັງ ເລື່ອງທຳອິດກໍ່ຄື ພົບບັນຫາໃຫມ່ອີກແລ້ວ ຄືວ່າ server overloaded… ກໍ່ບໍ່ຮູ້ຊິວ່າແນວໃດເລີຍແບບນີ້ ບໍ່ເຂົ້າໃຈວ່າມັນເປັນໄປໄດ້ແນວໃດ ຫລືອາດຈະເປັນຍ້ອນພວກ Scripts ກໍ່ເປັນໄດ້ ແຕ່ວ່າມັນກໍ່ຄືບໍ່ໄດ້ຫລາຍຫຍັງນ້າ… ຫື້… ເອົາແນວໃດລ່ະບາດນີ້ ເອົາໄວ້ກ່ອນດີກວ່າ (໕໕໕)
ເລື່ອງທີ່ສອງກໍ່ຄື ຊ່ວງນີ້ສະພາບແວດລ້ອມມັນບໍ່ເອື້ອອຳນວຍໃຫ້ເຂົ້າເນັດ ໃຫ້ອ່ານຂ່າວ ໃຫ້ຂຽນບລັອກເລີຍ ຕອນນີ້ກໍ່ໃຊ້ເນັດ One4Click ຢູ່ ດຽວມັນຫມົດກໍ່ໃຊ້ບໍ່ໄດ້ ກໍ່ເຂົ້າມາອັບເດທບລັອກບໍ່ໄດ້ແລ້ວ ຈັກຊິເຮັດແນວໃດອີກບາດນີ້. ຄິດວ່າ ບາງທີອາດຈະໄປຢືມ Account ຂອງຄົນແຖວໆ ນີ້ມາໃຊ້ຕໍ່ຕອນກາງຄືນເບີ່ງ ບໍ່ຮູ້ເຂົາຊິວ່າແນວໃດ ໄວ້ມື້ອື່ນກ່ອນ ຕອນນີ້ເວລາ ໒ ໂມງ ໔ ນາທີ ຂອງມື້ໃຫມ່ ແປວ່ານອນເດິກອີກແລ້ວມື້ນີ້. ນອກເລື່ອງໄປຮອດໃສແລ້ວ ກັບເຂົ້າເລື່ອງກ່ອນ ຄືຈະບອກວ່າ ສອງສາມມື້ນີ້ ຫລືອາດຈະເປັນຊ່ວງອາທິດສອງອາທິດ ຫລືອາດຈະເປັນເດືອນສອງເດືອນນີ້ ບາງທີຈະບໍ່ຄ່ອຍໄດ້ຂຽນຂ່າວໃຫມ່ໆ ແລ້ວ ກໍ່ຕ້ອງຂໍອະໄພຫລາຍໆ ເອົາແນວນີ້ບໍ່ ໃຫ້ຄົນອ່ານຊ່ວຍຂຽນຂ່າວດີບໍ່ນໍ້? ຫາກທ່ານເຫັນວ່າມີຂ່າວໃດເປັນຕາຫນ້າສົນໃຈ ກໍ່ສະຫມັກສະມາຊິກແລ້ວກໍ່ຂຽນຂ່າວເອົາໂລດເດີ້ (ເວົ້າງ່າຍໆ ເລີຍ ໕໕໕x2)
ປລ. ຊ່ວງນີ້ກໍ່ເລີ່ມຫນາວຫລາຍແລ້ວ ຂໍໃຫ້ທຸກໆ ທ່ານຮັກສາສຸຂະພາບເນີ້…! ![]()
ຕອນທຳອິດກໍ່ສັງເກດເຫັນຢູ່ວ່າມັນແປກໆ ເປີດໃນ IE6 ແຕ່ວ່າຕອນນັ້ນຄິດວ່າເປັນຍ້ອນມັນໂຫລດຍັງບໍ່ແລ້ວເທື່ອ ຫລັງຈາກນັ້ນກໍ່ບໍ່ໄດ້ລອງອີກ ເພາະວ່າປົກກະຕິແລ້ວຈະໃຂ້ Firefox ເກືອບຈະຕະຫລອດເວລາເລີຍ
ແຕ່ວ່າ ມື້ວານໄປຮ້ານອິນເຕີເນັດ ລອງໃຊ້ IE6 ເປີດເບີ່ງ ກໍ່ເລີຍພົບວ່າ ເມນູທາງຊ້າຍມັນຍ້າຍໄປຢູ່ລຸ່ມໆ ພູ້ນ… ເວນກຳ… ເສັດ! ບາດນີ້ ເປີດໃນ Firefox ບໍ່ມີປັນຫາຫຍັງເລີຍ ແຕ່ເປີດໃນ IE6 ພັດເປັນແນວໃຫມ່ໄປ ສົງໄສດຽວຕ້ອງຫາທາງປ້ອງກັນກ່ອນ
ທ່ານອື່ນມີປັນຫາບໍ່ນໍ້?
ເວີຊັ່ນໃຫມ່ຂອງ Opera ເວັບບຣາວເຊີທີ່ມີເອກກະລັກສະເພາະຕົວໃນເລື່ອງຂອງຄວາມໄວໃນການໃຊ້ງານ. ສຳຫລັບຄົນທີ່ບໍ່ເຄີຍໃຊ້ ໂອເປຣ່າມີຄວາມສາມາດຕ່າງໆ ເຊັ່ນ ປ້ອງກັນ pop-up ໂຄສະນາ, tabbed browsing (ມີກ່ອນ Firefox ກັບ IE7 ອີກ), integrated searches, ຮັບສົ່ງອີເມລ, ອ່ານ RSS Newsfeeds ແລ້ວກໍ່ມີ IRC chat ໃນໂຕພ້ອມ (ຮູ້ສຶກວ່າຈະມີປັນຫາກັບພາສາລາວຫນ້ອຍຫນຶ່ງ)
ດາວໂຫລດ: Classsic | English | International
Source: 9Down
ໄດ້ລາຍລະອຽດມາແລ້ວ ສຳຫລັບບໍລິການ Melody Music ຂອງລາວໂທລະຄົມ ເພິ່ນວ່າຕ້ອງເສຍຄ່າບໍລິການເປັນລາຍເດືອນ ຄືເອັມໂຟນເດືອນລະ ໕໐໐໐ ກີບ ສ່ວນວີຟລາຍ ຖືກກວ່າຫນ້ອຍຫນຶ່ງ ລາຄາຕໍ່ເດືອນແມ່ນ ໓໐໐໐ ເທົ່ານັ້ນເອງ (ລະບົບຈະຕັດເງິນເອງອັດຕະໂນມັດເມື່ອຄົບເດືອນ ໂດຍນັບຈາກວັນທີ່ເປີດໃຊ້ບໍລິການ)
ແຕ່ວ່າ ຄ່າບໍລິການດາວໂຫລດ ຫລືເລືອກໃຊ້ເພງນັ້ນ ໑໕໐໐ ກີບຕໍ່ເພງ (!!) ນອກຈາກນັ້ນ ທີ່ຍັງຕ້ອງເສຍເງິນອີກກໍ່ແມ່ນຄ່າໂທເຂົ້າ 1155 ເພາະວ່າໂທເຂົ້າໄປເຮັດລາຍການຕ່າງໆ ກໍ່ເສຍເງິນອີກ (!!!!) ເວລາປົກກະຕິ ຄືຫົກໂມງເຊົ້າ ຮອດສິບສອງໂມງກາງຄືນ ເສຍນາທີລະ ໘໐໐ ກີບຕໍ່ນາທີ ສ່ວນເວລາເລີຍທ່ຽງຄືນໄປແລ້ວແມ່ນເສຍ ໔໒໐ ກີບຕໍ່ນາທີ
ເຖິງວ່າຈະມີແຕ່ເລື່ອງເສຍເງິນກັບເສຍເງິນກໍ່ຕາມ ແຕ່ວ່າຄ່າສະຫມັກເປີດໃຊ້ບໍລິການນັ້ນບໍ່ເສຍເງິນ ຖືວ່າໃຫ້ສະຫມັກໃຊ້ຟຣີ
ໃຜສົນໃຈກໍ່ກົດໄປຖາມສູນລາວໂທລະຄົມທີ່ເບີ 101 (ໃຊ້ເບີລາວໂທລະຄົມໂທຟຣີ) ຫລືໂທໄປລອງເອງໂລດເລີຍທີ່ເບີ 1155
ເມື່ອເປີດໃຊ້ບໍລິການແລ້ວ ກໍ່ຈະມີເພງແຖມມານຳ ໒ ເພງ ແລ້ວກໍ່ສາມາດເລືອກໂຫລດເພງອື່ນໆ ໄດ້ເພີ່ມເຕີມໃນພາຍຫລັງ ໂດຍການດາວໂຫລດເພງເພີ່ມນັ້ນຕ້ອງສົ່ງ SMS (ຫາແນວເສຍເງິນອີກແລ້ວ :P) ໄປທີ່ເບີ 1155 ລາຍລະອຽດໃນສ່ວນນີ້ໃຫ້ອ່ານເພີ່ມເຕີມຈາກເວັບໄຊທ໌ລາວໂທລະຄົມ ຫລືໂທຖາມສູນເອົາ ເພາະວ່າ au8ust.org ບໍ່ໄດ້ຄ່າໂຄສະນານຳລາວໂທລະຄົມ ໕໕໕+
ກ່ອນຫນ້ານີ້ປະມານເດືອນ ຫລືອາດຈະສອງເດືອນ ຕອນນັ້ນໄດ້ຂ່າວກ່ຽວກັບພາສາລາວໃນມືຖື ທຳອິດອ່ານແລ້ວ ກໍ່ຍັງຮູ້ສຶກງົງໆ ຢູ່ ວ່າມັນຊິອອກມາໃນຮູບແບບໃດ ໄດ້ຍິນວ່າ ETL ເປັນຜູ້ລິເລີ່ມກ່ຽວກັບເລື່ອງນີ້ ກໍ່ຖ້າໆ ຢູ່ດົນເຕີບ ວ່າຕອນໃດມັນຈະອອກມາໃຫ້ລອງໃຊ້. ຫລັງຈາກນັ້ນກໍ່ເຫັນຟ້ອນທ໌ລາວໃຫ້ໂຫລດໃນ wap.etllao.com (ຕ້ອງເຂົ້າຜ່ານມືຖື) ກໍ່ຮີບໂຫລດທັນທີ ແຕ່ວ່າ… 404 file not found \(OoO)/
ສອງສາມມື້ກ່ອນຫນ້ານີ້ ປະເດັນກ່ຽວກັບພາສາລາວໃນມືຖືກໍ່ເລີ່ມເປັນຫົວຂໍ້ສົນທະນາໃນຫລາຍໆ ເວັບ ແຕ່ກໍ່ບໍ່ມີໃຜເອົາລິ້ງຄ໌ມາໃຫ້ໂຫລດ ຈົນໃນທີ່ສຸດນັ້ນເອງ ພະເອກຂອງເລື່ອງກໍ່ປະກົດຕົວອອກມາ!!! “os55” ຫລື “ຕາໂອ້ດ” ເອົາລິ້ງຄ໌ມາໃຫ້ໂຫລດສົມໃຈຢາກ ແລະກໍ່ຮີບໄປລອງທັນທີ ກໍ່ເລີຍຈະມາຂຽນຣີວິວໃຫ້ອ່ານຈັກເລັກນ້ອຍ
ຂະຫນາດຂອງໂປຣແກຣມ EZ-Lao ມີພຽງ 150KB ເທົ່ານັ້ນ ແລະມືຖືທີ່ລອງຕິດຕັ້ງໃຊ້ງານ EZ-Lao ແມ່ນ Nokia 6680 ເຊີ່ງເປັນ Symbian S60 2nd Edition

ເມື່ອຕິດຕັ້ງໂປຣແກຣມແລ້ວກໍ່ຈະເຫັນໄອຄ່ອນຂອງໂປຣແກຣມຂຶ້ນມາ ເປັນໂລໂກ້ຂອງ ETL. ເປີດໂປຣແກຣມຂຶ້ນມາ ກໍ່ເປີດໃຊ້ງານແລ້ວໂປຣແກຣມກໍ່ຈະໃຫ້ Restart ກໍ່ກົດຕົກລົງໄປຕາມນັ້ນ
ຫລັງຈາກ Restart ແລ້ວໆ ກໍ່ ບໍ່ລໍຊ້າ ລອງເຂົ້າ Note ແລ້ວພິມລາວເບີ່ງປະກົດວ່າ…

ກໍ່ສາມາດພິມພາສາລາວໄດ້ຢ່າງດີ ແຕ່ວ່າວັນນະຍຸດຫາຍໆ ໄປຫລາຍເຕີບ

ກົດປຸ່ມ * ກໍ່ຂຶ້ນແບບນີ້

ກົດ # ແລ້ວກໍ່ຂຶ້ນອັນນີ້

ກົດ Pen ແລ້ວກໍ່ຂຶ້ນເມນູຂຶ້ນມາໃຫ້ເລືອກ ມີ Input ພາສາລາວ ພາສາໄທ ມີຕົວເລກ ແລ້ວກໍ່ Symbol

ລອງພິມພາສາໄທເບີ່ງ ກໍ່ສາມາດສະແດງຜົນໄດ້ພ້ອມກັນທັງສອງພາສາ : )

ຊື່ໄຟລ໌ກໍ່ໄດ້ທັງສອງພາສາພ້ອມກັນເລີຍ
ຫລັງຈາກທີ່ລອງໃຊ້ງານແລ້ວກໍ່ຮູ້ສຶກວ່າ ປະທັບໃຈໃນລະດັບຫນຶ່ງ ຖືວ່າດີຫລາຍທີ່ເຮັດໄດ້ຂະຫນາດນີ້ ແຕ່ຈຸດທີ່ຫນ້າສັງເກດກໍ່ຄືເມື່ອເປີດໃຊ້ງານແລ້ວ ຈະບໍ່ສາມາດໃຊ້ Dictionary ໄດ້ອີກ ເວລາພິມຂໍ້ຄວາມໃນມືຖືກໍ່ລຳບາກຫນ້ອຍຫນຶ່ງແບບນີ້
ອີກຈຸດຫນຶ່ງກໍ່ຄື EZ-Lao ຈະບໍ່ສາມາດໃຊ້ງານໄດ້ຫາກວ່າບໍ່ໄດ້ໃຊ້ SIM Card ຂອງ ETL (ຕອນທົດສອບ ຂ້າພະເຂົ້າໃຊ້ຊິມອີທີແອລເພື່ອເປີດໃຊ້ງານໂປຣແກຣມ ຈາກນັ້ນກໍ່ປ່ຽນເປັນຊິມລາວໂທລະຄົມຄືນ) ເທົ່ານັ້ນ ນັ້ນກໍ່ຫມາຍຄວາມວ່າ ຫາກບໍ່ໃຊ້ຊິມຂອງອີທີແອລແລ້ວ ກໍ່ເຈັ້ງ ໃຊ້ບໍ່ໄດ້ Y_Y
ຕ້ອງຖ້າເບີ່ງວ່າແທງໂກ້ກັບລາວໂທລະຄົມເພິ່ນຊິວ່າແນວໃດ?
Update!
ໄປລອງຕິດຕັ້ງໃນ N-Gage QD ແລ້ວ ຜົນກໍ່ຄື ໃຊ້ບໍ່ໄດ້ LOL ມັນກາຍເປັນວ່າ ເມື່ອຕິດຕັ້ງແລ້ວໆ ກໍ່ເປີດປິດເຄື່ອງ ແລ້ວປະກົດວ່າ ເຂົ້າເມນູບໍ່ໄດ້!!! ແລ້ວກັນບາດນີ້ ເລີຍເຊົາ ແລ້ວບາດນັ້ນມາລອງເບີ່ງ ກໍ່ເຂົ້າເມນູໄດ້ ກໍ່ເລີຍໄປເຂົ້າໂປຣແກຣມ ຕົວໂປຣແກຣມ EZ-Lao ຈະຖາມຫາ SIM ຂອງ ETL ອີກ ກໍ່ບໍ່ຮູ້ມັນຜິດພາດບ່ອນໃດ ເພາະໃຊ້ SIM ETL ຢູ່ ແຕ່ກໍ່ຍັງຖາມຫາຢູ່ອີກ ສະຫລຸບແລ້ວ N-Gage QD ໃຊ້ EZ-Lao ບໍ່ໄດ້ ແຕ່ຍັງບໍ່ໄດ້ລອງລົງສະເພາະຟ້ອນທ໌ເບີ່ງວ່າໄດ້ບໍ່ ຖ້າໄດ້ ຢ່າງນ້ອຍໆ ກໍ່ເຮັດໃຫ້ອ່ານພາສາລາວໄດ້ ເຖິງຈະພິມບໍ່ໄດ້ກໍ່ຕາມ ກໍ່ດີກວ່າບໍ່ມີໃຊ້ເລີຍລະວ້າ = =)”
ແລ້ວກໍ່ລອງກັບເຄື່ອງ 7610 ຕອນທຳອິດ ຫລັງຈາກລົງໂປຣແກຣມແລ້ວ ລອງເປີດໂປຣແກຣມເບີ່ງ ມັນຂຶ້ນ Error ຂຶ້ນມາ ຕົກໃຈຫມົດ ຄິດວ່າຊິໃຊ້ບໍ່ໄດ້ແລ້ວ ມັນຂຶ້ນມາກໍ່ກົດອອກ ເຂົ້າໃຫມ່ ກໍ່ເຂົ້າໄດ້ ລອງໃຊ້ເບີ່ງໄດ້ດີດັກ
ຕອນນີ້ເລີຍໄດ້ຮູ້ວ່າ Gage QD ໃຊ້ EZ-Lao ບໍ່ໄດ້ ສ່ວນ 7610 ໃຊ້ໄດ້ ແຕ່ມີປັນຫາໃນບາງຄັ້ງ ແລ້ວກໍ່ 6680 ນັ້ນ ຜ່ານ ໃຊ້ໄດ້ ສບມ ^_^
Update ໒!
ມີລາຍງານວ່າ 3230 ລົງໄດ້ ໃຊ້ໄດ້ ແຕ່ເວລາພິມຈະບໍ່ເຫັນໂຕລາວ ເວລາສົ່ງໄປຈະເຫັນ
ເອ… ຊິໃຊ້ຄຳໃດດີນໍ້ ບ້ານເຮົາກໍ່ບໍ່ມີແບບນີ້ຫລາຍປານໃດແດ່. Slide Share ເປັນປະມານວ່າ YouTube ສຳຫລັບງານ Presentation ໂດຍສະເພາະ, ຄວາມສາມາດຕ່າງໆ ກໍ່ໄປໃນທຳນອງດຽວກັນກັບເວັບ YouTubeອືມ… ຖ້າເບີ່ງຊິດັງຊ່ຳໃດ
Source: Ajaxian
ກ່ອນຫນ້ານີ້ໄປອ່ານຂ່າວໃນ Ars ເຂົາລົງຂ່າວເລື່ອງ Photoshop CS3 ແລະກໍ່ເປັນໄປຕາມຄາດ ຍັງບໍ່ທັນຂ້າມມື້ ກໍ່ອອກມາແລ້ວ ສຳຫລັບ Beta ທຳອິດນີ້ກໍ່ສະແດງໃຫ້ເຫັນເຖິງຄວາມປ່ຽນແປງໃນຫລາຍໆ ສ່ວນໃນໂປຣແກຣມ ບໍ່ວ່າຈະເປັນ user interface ແບບໃຫມ່ (ໄດ້ຍິນວ່າອອກແບບໃຫມ່ຫມົດ) ເຄື່ອງມືໃຫມ່ (Smart filter, Auto Align and Auto Blend tool, Black & White conversion control ບລາໆ ບລາໆ ບລາໆ), ປັບປຸງເຄື່ອງມືຕ່າງໆ ໃນໂປຣແກຣມເຊັ່ນ quick select tool, improved curves and printing controls ເປັນອາທິ
ໃນໂປຣແກຣມຈະມີ Photoshop CS3, ImageReady CS3, Bridge CS3, Adobe Device Central CS3, Adobe Stock Photos CS3
ສຳຫລັບການຕິດຕັ້ງແມ່ນຕ້ອງມີ Key ແທ້ຂອງ Photoshop CS2 ກ່ອນ ຈຶ່ງຈະສາມາດໃຊ້ງານໄດ້ ຖ້າບໍ່ມີກໍ່ຈະເຂົ້າສູ່ Trial Mode ຄືທົດລອງໃຊ້ງານ ໃນໄລຍະເວລາສອງມື້
A Quick Look at the New Features in Photoshop CS3, Public Beta Preview at Photoshopuser.com
Source: 9Down