Dec
30th

DivFix++

Files under au8ust.org | Posted by au8ust

ຊ່ວງນີ້ຂຽນແຕ່ເລື່ອງ Software ມື້ນີ້ກໍ່ຂຽນເລື່ອງ Software ອີກແລ້ວ ຢ້າຟ້າວເບື່ອ ຢ່າຟ້າວເບື່ອ ລໍຖ້າອີກຈັກຫນ່ອຍ ໃຫ້ມີເວລາຫລາຍກວ່ານີ້ກ່ອນ ຊິຂຽນຂ່າວເຊີງເລິກລອງເບີ່ງ :)

ມື້ນີ້ມາແນະນຳໂປຣແກຣມ DivFix++ ເປັນໂປຣແກຣມສຳຫລັບຊ່ອມໄຟລ໌ຫນັງນາມສະກຸນ AVI ໂດຍມັນຈະສ້າງ Index ຂອງໄຟລ໌ຂຶ້ນມາໃຫມ່ ເຫມາະສຳຫລັບໃຊ້ງານກັບພວກໄຟລ໌ຫນັງທີ່ໂຫລດມາຍັງບໍ່ແລ້ວ ຫລືໂຫລດມາແລ້ວເຈັ້ງ ກໍ່ໃຊ້ໂຕນີ້ແກ້ໄຂໄດ້ ໂຫລດມາໄດ້ເຄິ່ງດຽວ ຢາກເບີ່ງກ່ອນ ກໍ່ໃຊ້ DivFix++ ທີ່ວ່ານີ້ແຫລ່ະຈັດການ


DivFix++ ເປັນ cross-platform ແປວ່າ ໃຊ້ໄດ້ກັບຫລາກຫລາຍລະບົບປະຕິບັດການ ບໍ່ວ່າຈະໃຊ້ Windows, Linux, Mac OS ກໍ່ໃຊ້ໄດ້ຫມົດ… ອ່າວ ເວລາຫມົດແລ້ວ ດຽວມາໃຫມ່ (ຊ່ວງນີ້ອຶດຢາກເນັດ Y_Y)

ດາວໂຫລດ
ເວັບໄຊທ໌ DivFix++


One Response to “DivFix++”

  1. By SmileSquare on Dec 31, 2006 | Reply

    โปรแกรมทำงานไวไหมครับ

Post a Comment