ຕອນທຳອິດກໍ່ສັງເກດເຫັນຢູ່ວ່າມັນແປກໆ ເປີດໃນ IE6 ແຕ່ວ່າຕອນນັ້ນຄິດວ່າເປັນຍ້ອນມັນໂຫລດຍັງບໍ່ແລ້ວເທື່ອ ຫລັງຈາກນັ້ນກໍ່ບໍ່ໄດ້ລອງອີກ ເພາະວ່າປົກກະຕິແລ້ວຈະໃຂ້ Firefox ເກືອບຈະຕະຫລອດເວລາເລີຍ
ແຕ່ວ່າ ມື້ວານໄປຮ້ານອິນເຕີເນັດ ລອງໃຊ້ IE6 ເປີດເບີ່ງ ກໍ່ເລີຍພົບວ່າ ເມນູທາງຊ້າຍມັນຍ້າຍໄປຢູ່ລຸ່ມໆ ພູ້ນ… ເວນກຳ… ເສັດ! ບາດນີ້ ເປີດໃນ Firefox ບໍ່ມີປັນຫາຫຍັງເລີຍ ແຕ່ເປີດໃນ IE6 ພັດເປັນແນວໃຫມ່ໄປ ສົງໄສດຽວຕ້ອງຫາທາງປ້ອງກັນກ່ອນ
ທ່ານອື່ນມີປັນຫາບໍ່ນໍ້?