EZ-Lao | ພາສາລາວໃນ Symbian!
ກ່ອນຫນ້ານີ້ປະມານເດືອນ ຫລືອາດຈະສອງເດືອນ ຕອນນັ້ນໄດ້ຂ່າວກ່ຽວກັບພາສາລາວໃນມືຖື ທຳອິດອ່ານແລ້ວ ກໍ່ຍັງຮູ້ສຶກງົງໆ ຢູ່ ວ່າມັນຊິອອກມາໃນຮູບແບບໃດ ໄດ້ຍິນວ່າ ETL ເປັນຜູ້ລິເລີ່ມກ່ຽວກັບເລື່ອງນີ້ ກໍ່ຖ້າໆ ຢູ່ດົນເຕີບ ວ່າຕອນໃດມັນຈະອອກມາໃຫ້ລອງໃຊ້. ຫລັງຈາກນັ້ນກໍ່ເຫັນຟ້ອນທ໌ລາວໃຫ້ໂຫລດໃນ wap.etllao.com (ຕ້ອງເຂົ້າຜ່ານມືຖື) ກໍ່ຮີບໂຫລດທັນທີ ແຕ່ວ່າ… 404 file not found \(OoO)/
ສອງສາມມື້ກ່ອນຫນ້ານີ້ ປະເດັນກ່ຽວກັບພາສາລາວໃນມືຖືກໍ່ເລີ່ມເປັນຫົວຂໍ້ສົນທະນາໃນຫລາຍໆ ເວັບ ແຕ່ກໍ່ບໍ່ມີໃຜເອົາລິ້ງຄ໌ມາໃຫ້ໂຫລດ ຈົນໃນທີ່ສຸດນັ້ນເອງ ພະເອກຂອງເລື່ອງກໍ່ປະກົດຕົວອອກມາ!!! “os55” ຫລື “ຕາໂອ້ດ” ເອົາລິ້ງຄ໌ມາໃຫ້ໂຫລດສົມໃຈຢາກ ແລະກໍ່ຮີບໄປລອງທັນທີ ກໍ່ເລີຍຈະມາຂຽນຣີວິວໃຫ້ອ່ານຈັກເລັກນ້ອຍ
ຂະຫນາດຂອງໂປຣແກຣມ EZ-Lao ມີພຽງ 150KB ເທົ່ານັ້ນ ແລະມືຖືທີ່ລອງຕິດຕັ້ງໃຊ້ງານ EZ-Lao ແມ່ນ Nokia 6680 ເຊີ່ງເປັນ Symbian S60 2nd Edition

ເມື່ອຕິດຕັ້ງໂປຣແກຣມແລ້ວກໍ່ຈະເຫັນໄອຄ່ອນຂອງໂປຣແກຣມຂຶ້ນມາ ເປັນໂລໂກ້ຂອງ ETL. ເປີດໂປຣແກຣມຂຶ້ນມາ ກໍ່ເປີດໃຊ້ງານແລ້ວໂປຣແກຣມກໍ່ຈະໃຫ້ Restart ກໍ່ກົດຕົກລົງໄປຕາມນັ້ນ
ຫລັງຈາກ Restart ແລ້ວໆ ກໍ່ ບໍ່ລໍຊ້າ ລອງເຂົ້າ Note ແລ້ວພິມລາວເບີ່ງປະກົດວ່າ…

ກໍ່ສາມາດພິມພາສາລາວໄດ້ຢ່າງດີ ແຕ່ວ່າວັນນະຍຸດຫາຍໆ ໄປຫລາຍເຕີບ

ກົດປຸ່ມ * ກໍ່ຂຶ້ນແບບນີ້

ກົດ # ແລ້ວກໍ່ຂຶ້ນອັນນີ້

ກົດ Pen ແລ້ວກໍ່ຂຶ້ນເມນູຂຶ້ນມາໃຫ້ເລືອກ ມີ Input ພາສາລາວ ພາສາໄທ ມີຕົວເລກ ແລ້ວກໍ່ Symbol

ລອງພິມພາສາໄທເບີ່ງ ກໍ່ສາມາດສະແດງຜົນໄດ້ພ້ອມກັນທັງສອງພາສາ : )

ຊື່ໄຟລ໌ກໍ່ໄດ້ທັງສອງພາສາພ້ອມກັນເລີຍ
ຫລັງຈາກທີ່ລອງໃຊ້ງານແລ້ວກໍ່ຮູ້ສຶກວ່າ ປະທັບໃຈໃນລະດັບຫນຶ່ງ ຖືວ່າດີຫລາຍທີ່ເຮັດໄດ້ຂະຫນາດນີ້ ແຕ່ຈຸດທີ່ຫນ້າສັງເກດກໍ່ຄືເມື່ອເປີດໃຊ້ງານແລ້ວ ຈະບໍ່ສາມາດໃຊ້ Dictionary ໄດ້ອີກ ເວລາພິມຂໍ້ຄວາມໃນມືຖືກໍ່ລຳບາກຫນ້ອຍຫນຶ່ງແບບນີ້
ອີກຈຸດຫນຶ່ງກໍ່ຄື EZ-Lao ຈະບໍ່ສາມາດໃຊ້ງານໄດ້ຫາກວ່າບໍ່ໄດ້ໃຊ້ SIM Card ຂອງ ETL (ຕອນທົດສອບ ຂ້າພະເຂົ້າໃຊ້ຊິມອີທີແອລເພື່ອເປີດໃຊ້ງານໂປຣແກຣມ ຈາກນັ້ນກໍ່ປ່ຽນເປັນຊິມລາວໂທລະຄົມຄືນ) ເທົ່ານັ້ນ ນັ້ນກໍ່ຫມາຍຄວາມວ່າ ຫາກບໍ່ໃຊ້ຊິມຂອງອີທີແອລແລ້ວ ກໍ່ເຈັ້ງ ໃຊ້ບໍ່ໄດ້ Y_Y
ຕ້ອງຖ້າເບີ່ງວ່າແທງໂກ້ກັບລາວໂທລະຄົມເພິ່ນຊິວ່າແນວໃດ?
Update!
ໄປລອງຕິດຕັ້ງໃນ N-Gage QD ແລ້ວ ຜົນກໍ່ຄື ໃຊ້ບໍ່ໄດ້ LOL ມັນກາຍເປັນວ່າ ເມື່ອຕິດຕັ້ງແລ້ວໆ ກໍ່ເປີດປິດເຄື່ອງ ແລ້ວປະກົດວ່າ ເຂົ້າເມນູບໍ່ໄດ້!!! ແລ້ວກັນບາດນີ້ ເລີຍເຊົາ ແລ້ວບາດນັ້ນມາລອງເບີ່ງ ກໍ່ເຂົ້າເມນູໄດ້ ກໍ່ເລີຍໄປເຂົ້າໂປຣແກຣມ ຕົວໂປຣແກຣມ EZ-Lao ຈະຖາມຫາ SIM ຂອງ ETL ອີກ ກໍ່ບໍ່ຮູ້ມັນຜິດພາດບ່ອນໃດ ເພາະໃຊ້ SIM ETL ຢູ່ ແຕ່ກໍ່ຍັງຖາມຫາຢູ່ອີກ ສະຫລຸບແລ້ວ N-Gage QD ໃຊ້ EZ-Lao ບໍ່ໄດ້ ແຕ່ຍັງບໍ່ໄດ້ລອງລົງສະເພາະຟ້ອນທ໌ເບີ່ງວ່າໄດ້ບໍ່ ຖ້າໄດ້ ຢ່າງນ້ອຍໆ ກໍ່ເຮັດໃຫ້ອ່ານພາສາລາວໄດ້ ເຖິງຈະພິມບໍ່ໄດ້ກໍ່ຕາມ ກໍ່ດີກວ່າບໍ່ມີໃຊ້ເລີຍລະວ້າ = =)”
ແລ້ວກໍ່ລອງກັບເຄື່ອງ 7610 ຕອນທຳອິດ ຫລັງຈາກລົງໂປຣແກຣມແລ້ວ ລອງເປີດໂປຣແກຣມເບີ່ງ ມັນຂຶ້ນ Error ຂຶ້ນມາ ຕົກໃຈຫມົດ ຄິດວ່າຊິໃຊ້ບໍ່ໄດ້ແລ້ວ ມັນຂຶ້ນມາກໍ່ກົດອອກ ເຂົ້າໃຫມ່ ກໍ່ເຂົ້າໄດ້ ລອງໃຊ້ເບີ່ງໄດ້ດີດັກ
ຕອນນີ້ເລີຍໄດ້ຮູ້ວ່າ Gage QD ໃຊ້ EZ-Lao ບໍ່ໄດ້ ສ່ວນ 7610 ໃຊ້ໄດ້ ແຕ່ມີປັນຫາໃນບາງຄັ້ງ ແລ້ວກໍ່ 6680 ນັ້ນ ຜ່ານ ໃຊ້ໄດ້ ສບມ ^_^
Update ໒!
ມີລາຍງານວ່າ 3230 ລົງໄດ້ ໃຊ້ໄດ້ ແຕ່ເວລາພິມຈະບໍ່ເຫັນໂຕລາວ ເວລາສົ່ງໄປຈະເຫັນ




S!aN
16 Dec, 2006
ເປັນຂ່າວທີ່ດີຫຼາຍ…
Thank you for sharing…
Os555
16 Dec, 2006
ຂ້າພະເຈົ້າວ່າ ການທີ່ເຮົາຫນ້າຈະມີທາງທີ່ເຮັດໃຫ້ SIM ຂອງເຄື່ອງຂ່າຍອື່ນ ໃຊ້ຮ່ວມກັນໄດ້
ຕອນນີ້ກຳລັງລອງ ແຕ່ຍັງບໍ່ໄດ້ລົງເພຮາະບໍ່ມີເບີ ອີທີເອລ ແລະ ບໍ່ກ້າລົງກັບ Ngage QD ເພາະໄດ້ຍິນມາວ່າລົງແລ້ວມີປັນຫາ ວ່າຊັ້ນ
ແຕ່ຂ້າພະເຈົ້າຢືນຢັນວ່າ ເຮົາຕ້ອງໃຊ້ໄດ້ທຸກເຄືອຂ່າຍ ແນ່ໆ
ວ່າ ແຕ່ ອາວນິນ ລົງ ແລ້ວ ຂໍ folder system ແດ່ ຈະເອົາມາວິໃຈເບິ່ງນິນະ
au8ust
17 Dec, 2006
ແລ້ວເປັນແນວໃດແລ້ວໂອ້ດ ໄດ້ຜົນແນວໃດແລ້ວມາບອກເດີ້ ^_^
mix55
18 Dec, 2006
N-Gage QD Can show the Lao by using the lao font that comes with EZ-Lao
but can not type
one thing I tried to forward the lao msg in other network it work!!!
what you have to do is just something that prevent EZ=lao from ckecking sim-card ID that all
au8ust
19 Dec, 2006
^
^
^
^
ໃນ 6680 ກໍ່ເປັນແນວນັ້ນຄືກັນ ອ່ານໄດ້ຂຽນບໍ່ໄດ້ ຖ້າໃຊ້ແຕ່ຟອນຕ໌
Os555
19 Dec, 2006
ການ ທີ່ ຈະ ແກ້ ການກວດສອບນັ້ນ ຂ້າພະເຈົ້າພໍເຫັນແດ່ແລ້ວ ແຈ່ວ່າ ຍັງບໍ່ມີ ເຄື່ອງມາລອງເທື່ອ ເອົາເປັນວ່າ ລໍຕໍ່ໄປ ກ່ອນ ດຽວໄດ້ ຄຳຕອບ ແນ່ໆ
au8ust
19 Dec, 2006
ໂອ້ດໂຕລອງເອົາມາລົງໃຫ້ຄົນອື່ນໄດ້ໂຫລດໄປລອງເອງເບິ່ງ
mix55
20 Dec, 2006
I’ll try it for you
just post it!!!!!!
Coolman
26 Dec, 2006
ໃຜ crack ໄດ້ລະ?? ທ່ານ ໂອດ ແລ້ວລະ??
au8ust
28 Dec, 2006
ຄືຊິບໍ່ມີໃຜເຮັດມັນແຕກໄດ້ເທື່ອ
Pnomsin
24 Jan, 2007
ດາວໂຫລດມາໃຊ້ແລ້ວ
ອ່ານເວັບລາວຈາກມືຖື nokia 7610 ໄດ້ສະບາຍ
ອ່ານ blog ຕົວເອງກະໄດ້
au8ust
3 Apr, 2007
ພວກມືຖືລະບົບເກົ່າ ໆ ອົດເລີຍ -_-”
~*Xc-BoY!*~
25 Oct, 2007
ໃຊ້ກັບNokia 3110 Classic ໄດ້ບໍ່ລ່ະ
au8ust
25 Oct, 2007
ໃຊ້ກັບ Nokia 3110 Classic ບໍ່ໄດ້ເດີ້ ໃຊ້ໄດ້ສະເພາະກັບພວກ Symbian Phone ເທົ່ານັ້ນ
~*Xc-BoY!*~
9 Dec, 2008
ແລ້ວໃຊ້ກັບN72ໄດ້ບໍ
ນຶກວ່າຂຽນເອງ
30 Jan, 2009
ກະນຶກວ່າຂຽນເອງສະດອກເຂົ້າເບີ່ງທາງໃນແລ້ວດັດແກ້ຈາກຂອງວຽດນາມ ເຫີເຫີໆໆໆໆໆໆໆໆໆໆໆໆ
au8ust
30 Jan, 2009
@ນຶກວ່າຂຽນເອງ
EZ-Lao ຄົນຫວຽດເປັນຄົນຂຽນເດ້ -_-