ໄດ້ລາຍລະອຽດມາແລ້ວ ສຳຫລັບບໍລິການ Melody Music ຂອງລາວໂທລະຄົມ ເພິ່ນວ່າຕ້ອງເສຍຄ່າບໍລິການເປັນລາຍເດືອນ ຄືເອັມໂຟນເດືອນລະ ໕໐໐໐ ກີບ ສ່ວນວີຟລາຍ ຖືກກວ່າຫນ້ອຍຫນຶ່ງ ລາຄາຕໍ່ເດືອນແມ່ນ ໓໐໐໐ ເທົ່ານັ້ນເອງ (ລະບົບຈະຕັດເງິນເອງອັດຕະໂນມັດເມື່ອຄົບເດືອນ ໂດຍນັບຈາກວັນທີ່ເປີດໃຊ້ບໍລິການ)
ແຕ່ວ່າ ຄ່າບໍລິການດາວໂຫລດ ຫລືເລືອກໃຊ້ເພງນັ້ນ ໑໕໐໐ ກີບຕໍ່ເພງ (!!) ນອກຈາກນັ້ນ ທີ່ຍັງຕ້ອງເສຍເງິນອີກກໍ່ແມ່ນຄ່າໂທເຂົ້າ 1155 ເພາະວ່າໂທເຂົ້າໄປເຮັດລາຍການຕ່າງໆ ກໍ່ເສຍເງິນອີກ (!!!!) ເວລາປົກກະຕິ ຄືຫົກໂມງເຊົ້າ ຮອດສິບສອງໂມງກາງຄືນ ເສຍນາທີລະ ໘໐໐ ກີບຕໍ່ນາທີ ສ່ວນເວລາເລີຍທ່ຽງຄືນໄປແລ້ວແມ່ນເສຍ ໔໒໐ ກີບຕໍ່ນາທີ
ເຖິງວ່າຈະມີແຕ່ເລື່ອງເສຍເງິນກັບເສຍເງິນກໍ່ຕາມ ແຕ່ວ່າຄ່າສະຫມັກເປີດໃຊ້ບໍລິການນັ້ນບໍ່ເສຍເງິນ ຖືວ່າໃຫ້ສະຫມັກໃຊ້ຟຣີ
ໃຜສົນໃຈກໍ່ກົດໄປຖາມສູນລາວໂທລະຄົມທີ່ເບີ 101 (ໃຊ້ເບີລາວໂທລະຄົມໂທຟຣີ) ຫລືໂທໄປລອງເອງໂລດເລີຍທີ່ເບີ 1155
ເມື່ອເປີດໃຊ້ບໍລິການແລ້ວ ກໍ່ຈະມີເພງແຖມມານຳ ໒ ເພງ ແລ້ວກໍ່ສາມາດເລືອກໂຫລດເພງອື່ນໆ ໄດ້ເພີ່ມເຕີມໃນພາຍຫລັງ ໂດຍການດາວໂຫລດເພງເພີ່ມນັ້ນຕ້ອງສົ່ງ SMS (ຫາແນວເສຍເງິນອີກແລ້ວ :P) ໄປທີ່ເບີ 1155 ລາຍລະອຽດໃນສ່ວນນີ້ໃຫ້ອ່ານເພີ່ມເຕີມຈາກເວັບໄຊທ໌ລາວໂທລະຄົມ ຫລືໂທຖາມສູນເອົາ ເພາະວ່າ au8ust.org ບໍ່ໄດ້ຄ່າໂຄສະນານຳລາວໂທລະຄົມ ໕໕໕+