ມື້ວານນີ້ (ວັນທີ່ ໑໓) ທາງຝັ່ງໄທເຂົາເປີດຕົວເກມໃຫມ່ຂອງຄ່າຍ Game No Limit ເຊີ່ງເປັນເກມທີ່ສອງຖັດຈາກ ໂທນີ່ ຈາ ຕົ້ມຍຳກຸ້ງ, ຄິດວ່າຢູ່ຝັ່ງເຮົາຄືຊິມີຄົນເຄີຍຫລິ້ນ ຫລືໄດ້ຍິນຊື່ຜ່ານຫູແດ່ແລ້ວກັບຕົ້ມຍຳກຸ້ງ ຫລືອາດຈະເຄີຍເບີ່ງຫນັງເປັນຢ່າງນ້ອຍ. ສຳຫລັບ “ກ້ານກ້ວຍ” ກໍ່ເປັນເກມຈາກຫນັງ 3D Animation ທີ່ທາງເກມໂນລິມິດຮ່ວມມືກັບບໍລິສັດ “ກັນຕະນາ” ເຈົ້າຂອງຫນັງ ແລະ “ອັສຊຸສ” ບໍລິສັດຜະລິດເມນບອຣ໌ດ ແລະກາຣ໌ດຈໍຂອງໄຕ້ຫວັນ. ໄດ້ຍິນວ່າເກມນີ້ຈະດຳເນີນໄປຕາມເນື້ອເລື່ອງໃນຫນັງທຸກຢ່າງ ແລ້ວກໍ່ສຳຫລັບເອັນຈິ້ນທີ່ໃຊ້ພັດທະນາເກມກໍ່ປ່ຽນມາໃຊ້ GameBryo ຂອງບໍລິສັດ Emergent ຈາກເມກາ (ກ່ອນຫນ້ານີ້ທາງເກມໂນລິມິດເຂົາເຄີຍໃຊ້ DarkBasic ພັດທະນາເກມຕົ້ມຍຳກຸ້ງ)
ເກມອອກຈະສັ້ນຢູ່ແດ່ຈັກຫນ່ອຍ ທາງຜູ້ພັດທະນາເພິ່ນບອກວ່າ ເກມຈະມີຢູ່ ໖ ສາກ, ສອງສາກທຳອິດຈະຫລິ້ນກ້ານກ້ວຍຕອນເປັນເດັກ ແລະທີ່ເຫລືອແມ່ນຫລິ້ນຕອນໃຫຍ່
ກໍ່ຕ້ອງຖ້າເບີ່ງວ່າເກມນີ້ຊິເປັນແນວໃດຕອນອອກມາ
ພາບພາຍໃນເກມ
ບ້ານເຮົາຄືຊິອີກດົນກວ່າຊິມີຄົນມາຈັບເລື່ອງ Game Development
ທີ່ມາ – Manager Online