au8ust’s tech channel: ບລັອກທີ່ເວົ້າແຕ່ເລື່ອງ tech ລ້ວນໆ

ເລັກໆ ນ້ອຍໆ ກ່ຽວກັບ Firefox 3.0 Alpha 1

ເຫັນອອກມາໄດ້ສອງສາມມື້ແລ້ວສຳຫລັບ Firefox 3.0 Alpha 1, ຕອນນັ້ນເຫັນກໍ່ຍັງງົງ ຄິດວ່າເຂົາໂພສ໌ຜິດ ແຕ່ວ່າຄວາມຈິງເຮົາຈື່ຜິດ -_-”

alpha ທຳອິດຂອງ Firefox 3.0 ໃນລະຫັດການພັດທະນາຊື່ Gran Paradiso ອອກມາພ້ອມກັບ Gecko 1.9 rendering engine ເຊີ່ງເຮັດໃຫ້ Firefox ຜ່ານການທົດສອບຂອງ Acid 2 ໃນທີ່ສຸດ


ຊ້າຍສຸດແມ່ນໃຊ້ Firefox 2.0 ທົດສອບບໍ່ຜ່ານ, ຮູບກາງໃຊ້ Firefox 3.0 Alpha 1 ແລະຂວາສຸດແມ່ນ Firefox 3.0 Alpha Minefield (nightly build)

ນອກຈາກເລື່ອງ Gecko 1.9 rendering engine ແລ້ວກໍ່ຍັງມີແກ້ໄຂບັກອີກເລັກນ້ອຍ ແລະເພີ່ມບັກອີກເລັກນ້ອຍເຊັ່ນກັນ lol

Source: Ars Technica

You can follow any responses to this entry through the RSS 2.0 feed.