ລົງຂ່າວຊ້າຫນ້ອຍຫນຶ່ງ ແຕ່ດີກວ່າບໍ່ລົງ : P
ອອກມາຕິດໆ ກັນເລີຍສຳຫລັບ FlashGet v1.80 beta, ສອງສາມມື້ກ່ອນກໍ່ຫາໂຫລດ beta 2 ມາມື້ນີ້ກໍ່ເຫັນມາໃຫມ່ອີກແລ້ວ ເປັນ beta 3
FlashGet ເປັນໂປຣແກຣມຊ່ວຍດາວໂຫລດທີ່ໄດ້ຮັບຄວາມນິຍົມຢ່າງກວ້າງຂວາງ ມີຄວາມສາມາດຫລາກຫລາຍ ຕາມໂຄສະນາເພິ່ນວ່າຈະຊ່ວຍໃຫ້ການດາວໂຫລດໄວຂຶ້ນ 100%-500%!!
ສຳຫລັບຄວາມປ່ຽນແປງໃນ version ນີ້ກໍ່ມີດັ່ງນີ້:
– ຕັ້ງຄ່າ “Close search toolbar” ເປັນຄ່າເລີ່ມຕົ້ນ
– ແກ້ໄຂ bug “Check the Downloaded BT File Completely”
– ແກ້ໄຂ bugs ອື່ນໆ
Source: 9Down