
ຊ່ວງນີ້ຂຽນແຕ່ເລື່ອງ Software ມື້ນີ້ກໍ່ຂຽນເລື່ອງ Software ອີກແລ້ວ ຢ້າຟ້າວເບື່ອ ຢ່າຟ້າວເບື່ອ ລໍຖ້າອີກຈັກຫນ່ອຍ ໃຫ້ມີເວລາຫລາຍກວ່ານີ້ກ່ອນ ຊິຂຽນຂ່າວເຊີງເລິກລອງເບີ່ງ
ມື້ນີ້ມາແນະນຳໂປຣແກຣມ DivFix++ ເປັນໂປຣແກຣມສຳຫລັບຊ່ອມໄຟລ໌ຫນັງນາມສະກຸນ AVI ໂດຍມັນຈະສ້າງ Index ຂອງໄຟລ໌ຂຶ້ນມາໃຫມ່ ເຫມາະສຳຫລັບໃຊ້ງານກັບພວກໄຟລ໌ຫນັງທີ່ໂຫລດມາຍັງບໍ່ແລ້ວ ຫລືໂຫລດມາແລ້ວເຈັ້ງ ກໍ່ໃຊ້ໂຕນີ້ແກ້ໄຂໄດ້ ໂຫລດມາໄດ້ເຄິ່ງດຽວ ຢາກເບີ່ງກ່ອນ ກໍ່ໃຊ້ DivFix++ ທີ່ວ່ານີ້ແຫລ່ະຈັດການ

DivFix++ ເປັນ cross-platform ແປວ່າ ໃຊ້ໄດ້ກັບຫລາກຫລາຍລະບົບປະຕິບັດການ ບໍ່ວ່າຈະໃຊ້ Windows, Linux, Mac OS ກໍ່ໃຊ້ໄດ້ຫມົດ… ອ່າວ ເວລາຫມົດແລ້ວ ດຽວມາໃຫມ່ (ຊ່ວງນີ້ອຶດຢາກເນັດ Y_Y)
ດາວໂຫລດ
ເວັບໄຊທ໌ DivFix++
ຂຽນໂດຍ au8ust |
໑ ຄວາມຄິດເຫັນ »
ຊ່ວງນີ້ອາກາດຫນາວຂຶ້ນ ຫນາວຂຶ້ນ ເລີຍມາແນະນຳເຄື່ອງແກ້ຫນາວ ແຕ່ວ່າ ດ້ວຍ Concept ຂອງ au8ust.org ທີ່ເວົ້າແຕ່ເລື່ອງ tech ລ້ວນໆ ດັ່ງນັ້ນ ເຖິງຈະແນະນຳເລື່ອງສຸຂະພາບ ກໍ່ແນະນຳແບບ hi-tech (ຈົນໂອເວີ່ ໕໕໕+)


ຮູບທາງຊ້າຍ ເບີ່ງຜ່ານໆ ແລ້ວກໍ່ຄືເກີບໃສ່ໃນບ້ານທຳມະດາ ແຕ່ຄວາມຈິງແລ້ວ ມັນຄືເກີບທຳຄວາມຮ້ອນ ໃຊ້ແຫລ່ງໄຟຈາກ USB ແປວ່າ ຕ້ອງສຽບສາຍ USB ເຂົ້າກັບຄອມພິວເຕີເພື່ອໃຫ້ມັນເຮັດວຽກ O_o
ສ່ວນຮູບທາງຂາວ ເປັນຖົງມື ໃຊ້ທຳຄວາມຮ້ອນຄືກັນ ສຽບສາຍ USB ຄືກັນອີກ ໕໕໕+ ຈັ່ງແມ່ນມັນເຮັດອອກມາເປັນຕາໂອເວີ່ເກີນເຫດ
ຢາກຂຽນໃຫ້ດີໆ ກວ່ານີ້ຢູ່ ແຕ່ວ່າ ແຕ່ວ່າ ເນັດມັນກຳລັງຈະຫລຸດແລ້ວ Y_Y ດຽວຄ່ອຍວ່າກັນໃຫມ່
ສຳຫລັບໃຜທີ່ສົນໃຈກໍ່ແວະໄປເບີ່ງທີ່ Usb.brando.com.hk ກັບ Gadget.brando.com.hk ລອງເບີ່ງ ເຜື່ອວ່າຢາກໄດ້ມາໃຊ້ໃນຊ່ວງຍາມຫນາວແບບນີ້ ^^”






ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
ສອງມື້ກ່ອນນັ່ງເບີ່ງ BBC News ເຫັນຂ່າວແຜ່ນດິນໄຫວໃນໄຕ້ຫວັນ ຟັງໆ ເຂົ້າໃຈວ່າເຮັດໃຫ້ອິນເຕີເນັດມີປັນຫາໄປນຳ ເພາະວ່າແຜ່ນດິນໄຫວມັນໄປເຮັດໃຫ້ສາຍ Cable ໃຕ້ນ້ຳທີ່ເຊື່ອມຕໍ່ກັນລະຫວ່າງທະວີບເອເຊຍເສຍຫາຍຫນັກ ເບີ່ງແລ້ວກໍ່ຍັງບໍ່ໄດ້ຮູ້ຫຍັງ ຈົນມື້ວານມາເປີດເນັດແລ້ວພົບວ່າ… ຈ້າກກກກ!!!? ເນັດຊ໊າ… ຊ້າ… Y_Y ບໍ່ຄິດວ່າມັນຊິສົ່ງຜົນປານນັ້ນ
ເພິ່ນວ່າແຮງສັ່ນສະເທືອນວັດໄດ້ ໗.໑ ຣິກເຕີ ແລ້ວກໍ່ອາດຕ້ອງໃຊ້ເວລາຫລາຍອາທິດ ຫລືອາດຈະເປັນເດືອນ ວ່າຊັ້ນ ອືມ…
ຂຽນໂດຍ au8ust |
5 ຄວາມຄິດເຫັນ »

ບໍ່ເຄີຍຄິດມາກ່ອນວ່າມັນຈະມີແມ່ນຫຍັງແບບນີ້ ມັນຄືເລັນຊູມ (ຄວາມຈິງພາສາອັງກິດເຂົາໃຊ້ຄຳວ່າ Telescope ແຕ່ຢ່າເຂົາ) ສຳຫລັບມືຖື Sony Ericsson K750i, W800i, W810i ແລະ W5500i/W600i ສາມາດຊູມໄດ້ເຖິງ ໖ ເທົ່າ!! ໂອ… ແມ່ນຫຍັງມັນຊິປານນັ້ນ ລອງເບີ່ງພາບເມື່ອບໍ່ໃຊ້ ກັບເມື່ອໃຊ້ເລັນທີ່ວ່ານີ້

ຮູບທາງຊ້າຍບໍ່ໃຊ້ເລັນຊູມ ສ່ວນຮູບທາງຂວາໃຊ້ເລັນຊູມ ເບີ່ງແລ້ວຈັ່ງແມ່ນຊັດເຈນດີແທ້ນໍ້
Mobile Phone Telescope ທີ່ວ່ານີ້ ຈະມາພ້ອມກັບອຸປະກອນເສີມສຳຫລັບຍຶດກັບຫນ່ວຍມືຖື

ແລະເມື່ອປະກອບກັນອອກມາແລ້ວກໍ່ກາຍເປັນ…


- -”
ເອົາເປັນວ່າຖ້າໃຜມັກໃຊ້ມືຖືຖ່າຍຮູບເປັນຊີວິດຈິດໃຈ ກໍ່ລອງແວະໄປເບີ່ງ mobile.brando.com.hk ໄດ້ຍິນວ່າຂາຍບໍ່ແພງ (ປະມານເກືອບສອງແສນກີບ)
ຂຽນໂດຍ au8ust |
3 ຄວາມຄິດເຫັນ »

Paint.NET ເປັນໂປຣແກຣມຕົກແຕ່ງ ແກ້ໄຂຮູບພາບຕ່າງໆ ມີຄວາມສາມາດແບບເຫລືອຢູ່ເຫລືອກິນ ສະຫນັບສະຫນຸນການທຳງານແບບ Multi-Layers, ໃຊ້ Undo ໄດ້ບໍ່ຈຳກັດ, ໃສ່ Special Effects ຕ່າງໆ ໄດ້ ຖືວ່າເປັນນ້ອງໆ ຂອງ Adobe Photoshop ເລີຍ ແລະທີ່ສຳຄັນ ມັນ-ແຈກ-ຟຣີ ບໍ່ຕ້ອງຫ່ວງເລື່ອງຄ່າລິກຂະສິດອີກ

ເວັບໄຊທ໌: getpaint.net
ດາວໂຫລດ: Paint.NET v3.0 Beta 3
Source: Neowin
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »

ຂຽນຫົວຂໍ້ຂ່າວບໍ່ຄົບຖ້ວນປານໃດ ແຕ່ຢ່າມັນກ່ອນ ໕໕໕+ ມາເຂົ້າເລື່ອງກ່ອນດີກວ່າ ເລື່ອງຂອງເລື່ອງກໍ່ຄື Opera ເວັບບຣາວເຊີ ທີ່ຫລາຍໆ ຄົນຮູ້ຈັກກັນດີໃນເລື່ອງຂອງຄວາມໄວນັ້ນ ທາງຜູ້ພັດທະນາເພິ່ນໃຈດີ ແຈກໃຫ້ຜູ້ທີ່ເປັນເຈົ້າຂອງເຄື່ອງເກມ Nintendo Wii ໄດ້ໃຊ້ຟຣີໆ ແຕ່ດຽວກ່ອນ…! ຂອງດີມີນ້ອຍ ເພິ່ນແຈກໃຫ້ຟຣີແທ້ ແຕ່ຟຣີຮອດແຕ່ເດືອນກໍລະກົດປີຫນ້ານີ້ເທົ່ານັ້ນ ຫລັງຈາກນັ້ນແລ້ວກໍ່ຈະເກັບຄ່າເງິນຕາມປົກກະຕິ ໂດຍຈ່າຍເປັນຄະແນນ ໕໐໐ ຄະແນນ ແລະຊື້ເອົາໃນ Wii Shop
ສຳຫລັບ Opera ໃນເວີຊັ່ນສຳຫລັບເຄື່ອງເກມ Wii ນັ້ນ ກໍ່ມີຄວາມສາມາດມາກມາຍຫລາກຫລາຍໃຫ້ໃຊ້ງານ ແລະທີ່ສຳຄັນ ມັນຍັງໄດ້ຮັບການພັດທະນາພິເສດ ໃຫ້ເຫມາະສົມກັບການໃຊ້ງານສຳຫລັບເຄື່ອງເກມ Wii ອີກ ແຕ່ມັນຊິເປັນແນວໃດແທ້ ກໍ່ຍັງບໍ່ຮູ້ເທື່ອ ເພາະວ່າບ້ານເຮົາ ເຄື່ອງເກມ Wii ເກືອບຊິບໍ່ມີຄົນຮູ້ຈັກເລີຍ ເສົ້າ Y_Y

Update: ວິດີໂອການໃຊ້ງານ Opera ໃນ Wii
Source: 1UP
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »

ເວີຊັ່ນໃຫມ່ (ອີກຫນ້ອຍຫນຶ່ງ) ຂອງ Firefox ໂປຣແກຣມທ່ອງເວັບສຸດຍິດ ໄດ້ຍິນວ່າ 2.0.0.1 ເຂົາແກ້ບັກໄປ ໑໘໓ ຈຸດ ອ່ານໄດ້ໃນ MozillaZine.org
ສ່ວນໃຜທີ່ນິຍົມ 1.5.x.x ຕອນນີ້ກໍ່ມີ 1.5.0.9 ອອກມາແລ້ວ ເລືອກໃຊ້ໄດ້ຕາມມັກເລີຍ
ດາວໂຫລດ: Mozilla Firefox 2.0.0.1 Final (ຂະຫນາດໄຟລ໌ 4.08 MB)
ດາວໂຫລດ: Mozilla Firefox 1.5.0.9 Final (ຂະຫນາດໄຟລ໌ 4.88 MB)
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
Google Pack ເປັນຊຸດລວມໂປຣແກຣມຍອດນິຍົມຕ່າງໆ ຄື (ຍາວແດ່ຈັກຫນ່ອຍ)
Google Earth ໂປຣແກຣມເບີ່ງແຜນທີ່ດາວທຽມທົ່ວໂລກ ແຕ່ປະເທດລາວຍັງມົວໆ ຢູ່ ໄວ້ມື້ຫນ້າຄືຊິດີຂຶ້ນ
Google Desktop ໂປຣແກຣມປະເພດ Desktop Search ກໍ່ຄື ຄົ້ນຫາຂໍ້ມູນໃນເຄື່ອງ ບໍ່ວ່າຈະເປັນພາບ ສຽງ ວິດີໂອ ເອກກະສານ Doc, PDF, XLS ແລະອື່ນໆ ໂດຍໂປຣແກຣມຈະສ້າງ Index ຂອງໄຟລ໌ທີ່ມີໃນເຄື່ອງກ່ອນ ຈາກນັ້ນເມື່ອຜູ້ໃຊ້ທຳການຄົ້ນຫາ ມັນກໍ່ຈະເປີດ Web Browser ຂຶ້ນມາສະແດງຜົນການຄົ້ນຫາ ຄືແບບໃນ Google.com ເລີຍ ພຽງແຕ່ເປັນການຄົ້ນຫາຈາກເຄື່ອງໂຕເອງ ເຄີຍໃຊ້ແລ້ວ ມີປະໂຫຍດຫລາຍ ໂດຍສະເພາະຫາກມີໄຟລ໌ໃນເຄື່ອງຫລາຍໆ ແບບນີ້ເຫມາະຫລາຍ
Picasa ເປັນໂປຣແກຣມເບີ່ງຮູບພາບ ເຄີຍນຳສະເຫນີໄປແລ້ວຄັ້ງຫນຶ່ງ ລອງກັບໄປອ່ານຖ້າສົນໃຈ
Google Pack Screensaver ເປັນພວກ Screensaver ຫລືໂປຣແກຣມພາບພັກຫນ້າຈໍຕາມຊື່ ບໍ່ຮູ້ມີຫຍັງພິເສດແຕກຕ່າງຈາກ Screensaver ອື່ນ ຍັງບໍ່ເຄີຍໃຊ້
Google Talk ອັນນີ້ຂາ chat ຄືຊິຮູ້ດີ ມັນເປັນໂປຣແກຣມປະເພດ Instant Message ໃຊ້ຮັບສົ່ງຂໍ້ຄວາມ ສົນທະນາກັນ ແຕ່ກ່ອນຕ້ອງໃຊ້ເມລຂອງ Gmail ແຕ່ດຽວນີ້ເມລໃດກໍ່ຫລິ້ນໄດ້ຫມົດ
Google Video Player ອັນນີ້ເຄີຍໄດ້ຍິນ ແຕ່ບໍ່ເຄີຍໃຊ້ ຮູ້ແຕ່ວ່າໃຊ້ເປີດໄຟລ໌ວິດີໂອ (ຫລືບໍ່ເນາະ? ໕໕໕)
Skype ໂປຣແກຣມສົນທະນາຄືກັນ ໂທລົມກັນເລີຍ ພິມກໍ່ໄດ້ ເວົ້າກໍ່ໄດ້ ໂທເຂົ້າເບີບ້ານ ເບີມືຖືກໍ່ໄດ້ ແຕ່ເສຍເງິນ ຖ້າໂທຫາຄອມນຳກັນ ບໍ່ເສຍ
RealPlayer ໃຊ້ເບີ່ງຫນັງ ຟັງເພງ ຟັງວິທະຍຸອອນໄລນ໌ ພິເສດຢູ່ບ່ອນວ່າ ມັນໃຊ້ເປີດໄຟລ໌ Real Media ໂດຍສະເພາະ
ແລະສຸດທ້າຍ
GalleryPlayer HD Images ອັນນີ້ບໍ່ຮູ້ຈັກ ໃຜຮູ້ແລ້ວບອກແດ່ (ອ່າວ..!!?) ໄດ້ຍິນວ່າໃຊ້ກ່ຽວກັບ HD Images (High-Definition Images)
ນັບໄດ້ ໑໔ ໂປຣແກຣມ ອ່ານແລ້ວມັນຈັ່ງແມ່ນຫລາຍອັນແທ້… ບໍ່ຕ້ອງຫ່ວງ ເຮົາສາມາດເລືອກໄດ້ວ່າຊິລົງສະເພາະອັນທີ່ຕ້ອງການ ຫລືລົງທັງຫມົດໄດ້
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »