ພາສາລາວສຳລັບ Windows Vista ແລະ Office 2007

ພໍດີມີກະທູ້ສົນທະນາເລື່ອງ ພາສາລາວໃນຄອມພິວເຕີ ຢູ່ເວັບບອດຂອງສະມາຄົມລາວ ກໍເລີຍໄປຮ່ວມສົນທະນານຳ ແລະໄດ້ໄປຊອກໃນເວັບໄຊຂອງ Microsoft ຈຶ່ງພົບວ່າ ມີການອັບໂຫລດພາສາລາວສຳລັບ Windows Vista ພ້ອມດ້ວຍ Office 2007 ແຕ່ປີກາຍແລ້ວ ເຊິ່ງອັນທີ່ຈິງໂຄງການແປພາສາລາວໃນ Windows Vista ນັ້ນ ມີມາດົນແລ້ວ ຂ້າພະເຈົ້າໄດ້ຍິນເລື່ອງນີ້ຄັ້ງທຳອິດກໍເກືອບສອງປີກ່ອນ ແຕ່ກໍງຽບຫາຍໄປ ໄດ້ມາຮູ້ອີກຄັ້ງນຶ່ງ ຈຶ່ງດາວໂຫລດມາທົດສອບການໃຊ້ວຽກພ້ອມ ແຕ່ໃນຄັ້ງນີ້ເປັນການທົດສອບ Microsoft Office 2007 ເນື່ອງຈາກບໍ່ມີ Windows Vista ຕິດຕັ້ງຢູ່ແຖວນີ້.

ຫຼັງຈາກດາວໂຫລດໄຟລ໌ພາສາລາວຂອງ Office 2007 ມາແລ້ວກໍຈັດການຕິດຕັ້ງຮຽບຮ້ອຍ ແລ້ວກໍໄປເລືອກພາສາລາວໃນ Microsoft Office Tools -> Microsoft Office 2007 Language Settings ເລືອກເປັນພາສາລາວ ແລ້ວກໍເຂົ້າໂປຣແກຣມ Word 2007 ເບິ່ງ.

Office 2007 Lao

ກໍຈະເຫັນວ່າ ເມນູຕ່າງໆ ພາຍໃນໂປຣແກຣມນັ້ນ ເປັນພາສາລາວຮຽບຮ້ອຍແລ້ວ ເຊິ່ງຫາກລົງ language pack ຂອງ Windows Vista ກໍຄົງໃຫ້ຜົນຄ້າຍໆ ກັນ.

ສຳລັບຜູ່ທີ່ສົນໃຈສາມາດາວໂຫລດໄດ້ຈາກລິ້ງດ້ານລຸ່ມ.

ສ່ວນການຕິດຕັ້ງນັ້ນ ທ່ານສາມາດເບິ່ງວິດີໂອສອນໄດ້ໃນ 5tutor.net

Yahoo! Messenger 10

Yahoo! ອອກອັບເດດເວີຊັນໃໝ່ສຳລັບໂປຣແກຣມສົນທະນາ Yahoo! Messenger 10 ເຊິ່ງຮອງຮັບທັງ Windows ແລະ Mac ຮວມເຖິງລະບົບມືຖືຕ່າງໆ ອີກນຳ.

ໃນເວີຊັນໃໝ່ຂອງ Y! Messenger 10 ກໍມີຄຸນສົມບັດໃໝ່ໆ ທີ່ຖືກເພີ່ມເຂົ້າມາຫຼາຍຢ່າງເຊັ່ນ ຮອງຮັບ UI ຫຼາຍສາມາດເລືອກພາສາໄດ້ຈາກໜ້າທຳອິດເລີຍ ໂດຍບໍ່ຕ້ອງປິດເປີດໂປຣແກຣມຄືນໃໝ່ ແລະຍັງຮອງຮັບລະບົບ Video call ເຕັມຮູບແບບທັງພາບທັງສຽງ (ບໍ່ແນ່ໃຈວ່າເວີຊັນ 9 ມີຫຼືຍັງ ສ່ວນຕົວບໍ່ໄດ້ໃຊ້) ພ້ອມທັງລະບົບອັບເດດເຫດການໃໝ່ຂອງໝູ່ໃນ flickr, Yahoo! Music, ແລະອື່ນໆ ໃນເຄືອຂ່າຍຂອງ Yahoo! ໄດ້ພ້ອມ.

ຄວາມສາມາດໃໝ່ໆ ອື່ນກໍມີເຊັ່ນ:

  • ສົນທະນາແບບຄົນດຽວ ຫຼືຫຼາຍຄົນ
  • ລະບົບແຈ້ງອັບເດດ Yahoo! Mail, ຂ່າວ, ສະພາບອາກາດ, ຊອກຫາ, ແລະອື່ນໆ
  • ສາມາດສົ່ງ SMS ເຂົ້າມືຖືໄດ້
  • media player ເປີດໜັງເປີດເພງໄດ້ໃນໂປຣແກຣມ Y! Messenger

ສາມາດດາວໂຫລດໄດ້ຈາກເວັບໄຊຂອງ Yahoo! Messenger ເລີຍທີ່ http://messenger.yahoo.com/

ທີ່ມາ – Ghacks.net

Ubuntu 10.04 ມີ Theme ແລະ Logo ໃໝ່

ສຳລັບ Ubuntu 10.04 (ລະຫັດ Lucid Lynx) ທີ່ຈະມີກຳນົດການອອກມາໃນເດືອນໜ້ານັ້ນ ນອກຈາກຈະມີການປັບປຸງດ້ານຕ່າງໆ ບໍ່ວ່າຈະເປັນລະບົບຄວາມປອດໄພ ຫຼື ຄວາມສະຖຽນຂອງລະບົບແລ້ວ ກໍຍັງໄດ້ຮັບການອອກແບບ Logo, theme ແລະ boot splashໃໝ່ອີກນຳ.

Logo ໃໝ່

GTK theme ໃໝ່

ສ່ວນ boot splash ແລະລາຍລະອຽດອື່ນໆ ນັ້ນ ສາມາດເບິ່ງໄດ້ຈາກເວັບໄຊ Wiki ຂອງ Ubuntu

C&C Classic ແຈກຟຣີ!

ຂ່າວເກົ່າແດ່ຈັກໜ່ອຍ ທາງ EA ເປີດໃຫ້ດາວໂຫລດ series ເກມ Command & Conquer ພາກເກົ່າໆ ເຊິ່ງຮວມມີ Tiberian Sun + Firestorm, Tiberian Dawn ແລະ Red Alert ໄດ້ຟຣີ!

ຜູ່ທີ່ສົນໃຈສາມາດເຂົ້າໄປ http://www.commandandconquer.com/classic ເພື່ອເບິ່ງຂໍ້ມູນວິທີການຕິດຕັ້ງ ແລະລິ້ງສຳລັບດາວໂຫລດໄດ້.

ການແຈກເກມພາກເກົ່າໃຫ້ດາວໂຫລດໄດ້ຟຣີນັ້ນ ເປັນເທັກນິກທີ່ບໍລິສັດເກມຕ່າງໆ ໃຊ້ມາດົນແລ້ວ ໂດຍສະເພາະເວລາທີ່ຈະມີພາກໃໝ່ອອກມາ.

Google Chrome 4

ມາແບບງົງໆ ປານຕອນເປີດໂຕໃໝ່ໆ ເພາະ Google Chrome 4.0 ເວີຊັນ Stable ບໍ່ແມ່ນ Beta ນັ້ນອອກມາຮຽບຮ້ອຍແລ້ວ! ຈຸດພິເສດສຳຄັນໃນ Google Chrome 4 ກໍຄືຮອງຮັບລະບົບ Extension ຫຼືທີ່ Firefox ເອີ້ນວ່າ Addon ນັ້ນເອງ ເຊິ່ງນອກຈາກລະບົບ Extension ທີ່ຜູ່ໃຊ້ສາມາດດາວໂຫລດມາເພີ່ມເຕີມໄດ້ຢ່າງຫຼວງຫຼາຍແລ້ວ ກໍຍັງມີ Bookmark Sync ເຊິ່ງກໍຄ້າຍໆ ແບບ Xmarks ແຕ່ເປັນຂອງ Google ເອງ ແລະເຊື່ອມຕໍ່ກັບ account ຂອງ Google ອີກນຳ.

ດ້ານຄວາມໄວນັ້ນ Chrome 4 ທົດສອບໂດຍການໃຊ້ Dromaeo DOM Core ປາກົດວ່າ ໄວກວ່າ Chrome ເວີຊັນທຳອິດທີ່ອອກມາຕັ້ງແຕ່ປີກາຍນີ້ເຖິງ 400%

ແຕ່ມັນຈະໄວແທ້ຫຼືບໍ່ນັ້ນ ເຊີນມາຮ່ວມພິສູດກັນໄດ້ເລີຍ; ທ່ານສາມາດດາວໂຫລດ Google Chrome 4 ໄດ້ຈາກ http://google.com/chrome?brand=CHMP

ທີ່ມາ – Google Chrome Blog

Firefox 3.6

ອອກມາໄດ້ສອງມື້ແລ້ວສຳລັບ Mozilla Firefox 3.6 ເຊິ່ງເປັນໂປຣແກຣມທ່ອງເວັບລຸ້ນຫຼ້າສຸດຈາກ Mozilla ທີ່ຈະມາເພີ່ມປະສິດທິພາບ, ຄວາມສາມາດ ແລະຄວາມໄວໃນການທ່ອງເວັບຂອງທ່ານ.

ໃນ Firefox 3.6 ນັ້ນ ໄດ້ໃຊ້ Gecko 1.9.2 ເປັນ Rendering engine ແລະເປັນເວີຊັນທີ່ໄດ້ຮັບການພັດທະນາມາຕັ້ງແຕ່ຕົ້ນປີ 2009 ກໍຈະມີຄວາມສາມາດຫຼາຍໆ ຢ່າງເພີ່ມຂຶ້ນມາ; ນອກຈາກນັ້ນແລ້ວບັນດາ features ຕ່າງໆ ທີ່ຖືກອັບເດດເຂົ້າມາກໍມີຕັ້ງແຕ່ ລະບົບ theme ແບບໃຫມ່ ທີ່ເອີ້ນກັນວ່າ Personas ທີ່ທ່ານສາມາດເລືອກສີສັນຂອງ Firefox ໄດ້ຫຼາກຫຼາຍບໍ່ຊ້ຳກັນ ແຖມຍັງງ່າຍດາຍບໍ່ຕ້ອງ restart ໂປຣແກຣມອີກຕ່າງຫາກ! ຖັດມາກໍເປັນການຮອງຮັບການເປີດວິດີໂອແບບເຕັມຈໍ, ລະບົບແຈ້ງເຕືອນ plugin ທີ່ເວີຊັນເກົ່າເກີນໄປ, ຮອງຮັບລະບົບ font ແບບໃໝ່, ຮອງຮັບ CSS3 ເຊັ່ນ gradients ແລະ background sizing ເປັນຕົ້ນ ຮວມເຖິງ HTML5 ບາງຢ່າງອີກນຳ.

ດ້ານຄວາມໄວນັ້ນ Mozilla ອ້າງວ່າ Firefox 3.6 ໄວກວ່າເວີຊັນກ່ອນໜ້ານີ້ພໍສົມຄວນ ແລະໂດຍສະເພາະຢ່າງຍິ່ງເມື່ອທຽບກັບ Firefox 3.0 ເຊິ່ງຈະຈິງເທັດປະການໃດຂໍເຊີນພີ່ນ້ອງເຮົາມາຮ່ວມທົດສອບເລີຍ!

ດາວໂຫລດ Firefox 3.6 ໄດ້ຈາກ Mozilla.com

Firmware v40 ສຳລັບ Nokia 5800 ມາແລ້ວ

ມີຂ່າວມາດົນແລ້ວວ່າ Nokia ຈະອອກ Firmware ລຸ້ນ 40 ສຳລັບມືຖື Nokia 5800 ແຕ່ກໍບໍ່ອອກຈັກເທື່ອ ຖ້າແລ້ວຖ້າອີກ ຈົນໃນທີ່ສຸດ ມັນກໍມາແທ້ໆ. Firmware ໂຕໃໝ່ນີ້ ລຸ້ນເຕັມໆ ແມ່ນ v40.0.005 ເຊິ່ງມາພ້ອມກັບອັບເດດທີ່ໜ້າສົນໃຈ (ແຕ່ຄົນອື່ນມີກ່ອນແລ້ວ) ເຊັ່ນການເລື່ອນແບບ Kinetic (ແບບໃນ iPhone) ແລະໜ້າຈໍ Home screen ແບບໃໝ່ (ແຕ່ໃຊ້ໃນ 5530 ດົນແລ້ວ) .. ເວົ້າໄປແລ້ວກໍມີແຕ່ອັບເດດໃໝ່ທີ່ບໍ່ໃໝ່ປານໃດ ແຕ່ກໍດີກວ່າບໍ່ມີ :P

ນອກຈາກສອງຢ່າງທາງເທິງແລ້ວ ກໍຍັງມີຄວາມສາມາດໃນການ rotate ອັດຕະໂນມັດຂອງແປ້ນພິມ, ແກ້ໄຂ bugs ຕ່າງໆ ແລະປັບປຸງປະສິດທິພາບໂດຍຮວມໃຫ້ດີຂຶ້ນ.  ມີການຍ້າຍເອົາໂປຣແກຣມ Download ແລະ Update Application ອອກໄປແລ້ວແທນທີ່ດ້ວຍ Ovi Store ແລະ SW Update ແທນ. ໂປຣແກຣມ Real Player ກໍອັບເດດເປັນລຸ້ນຂອງວັນທີ 12 ຕຸລາ 2009 ຮຽບຮ້ອຍ. ອັນທີ່ແປກໃໝ່ອີກບາງອັນກໍເຊັ່ນ ສາມາດ slide ເພື່ອປົດລັອກເວລາໂທລະສັບຢູ່ໄດ້, ມີ widget ຂອງລາຍການເບີຕ່າງໆ ແລະເພງ ເປັນຕົ້ນ.

ສຳລັບຜູ່ໃຊ້ Nokia 5800 ສາມາດອັບເດດຜ່ານ Nokia PC Suite ໄດ້ເລີຍ ຫຼືກົດ *#0000# ໃນມືຖື ຈາກນັ້ນເຂົ້າໄປອັບເດດຜ່ານມືຖືໄດ້ທັນທີ (ໂດຍຕ້ອງເຊື່ອມຕໍ່ກັບອິນເຕີເນັດກ່ອນ).

ທີ່ມາ – Tube5800.com

ປ່ຽນ DNS ງ່າຍໆ ໂດຍໃຊ້ DNS Jumper

DNS Jumperດັ່ງທີ່ຮູ້ກັນວ່າ ທຸກມື້ນີ້ DNS ບໍ່ມີສະເພາະຂອງ ISP ໃຫ້ມາເທົ່ານັ້ນ ຜູ່ໃຊ້ສາມາດເລືອກໃຊ້ DNS ຈາກຜູ່ໃຫ້ບໍລິການອື່ນໆ ໄດ້ຕາມຄວາມພໍໃຈ ບໍ່ວ່າຈະເປັນ OpenDNS ຫຼື Google DNS ເປັນຕົ້ນ. ຢ່າງໃດກໍຕາມການປ່ຽນ DNS ນັ້ນ ບາງຄັ້ງກໍຮູ້ສຶກວ່າຈະໃຊ້ຫຼາຍຂັ້ນຕອນເຫຼືອເກີນ ມື້ນີ້ຈຶ່ງມີແນະນຳໂປຣແກຣມນ້ອຍໆ ທີ່ຈະຊ່ວຍປ່ຽນ DNS ໃຫ້ເນັດຂອງທ່ານແບບງ່າຍໆ ໂດຍໃຊ້ DNS Jumper.

DNS Jumper ເປັນໂປຣແກຣມ Freeware ທີ່ດາວໂຫລດພ້ອມໃຊ້ທັນທີບໍ່ຕ້ອງຕິດຕັ້ງໃຫ້ຫຍຸ້ງຍາກ; ເມື່ອເປີດໂປຣແກຣມຂຶ້ນມາແລ້ວ ກໍພຽງເລືອກຜູ່ໃຫ້ບໍລິການ DNS ທີ່ຕ້ອງການ ເຊິ່ງກໍມີທີ່ຄຸ້ນໆ ຕາແມ່ນ Google DNS ແລະ OpenDNS ນັ້ນເອງ.

ດາວໂຫລດ DNS Jumper ໄດ້ຈາກ FiberDownload.com

ທີ່ມາ – Ghacks.net

Nexus One ມືຖືຈາກ Google

Nexus Oneໃນທີ່ສຸດ Google ກໍເປີດເຜີຍຂໍ້ມູນ Nexus One ມືຖືທີ່ Google ເຮັດອອກມາຂາຍເອງ ເຊິ່ງກໍສອງປີນັບຈາກທີ່ Google ເປີດໂຕ Android.

ໂດຍຈຸດເດັ່ນຂອງມັນຄື ໜ້າຈໍໃຫຍ່ລະດັບ 3.7 ນິ້ວ ແບບ Widescreen ໃຊ້ເທັກໂນໂລຢີ OLED ໃຫ້ຄວາມສະຫວ່າງໃນອັດຕາສ່ວນເຖິງ 100,000:1 ເຊິ່ງເຮັດໃຫ້ສາມາດເບິ່ງເຫັນໄດ້ໃນບ່ອນທີ່ມີແສງແດດໄດ້ສະບາຍໆ ອີກທັງມີອັດຕາການຕອບສະໜອງທີ່ຕ່ຳພຽງ 1ms (ຕ່ຳກວ່າໜ້າຈໍ LCD ບາງລຸ້ນອີກ). Nexus One ຍັງມາພ້ອມກ້ອງ 5 ລ້ານ pixel ໃຊ້ LED flash ພ້ອມຖ່າຍວິດີໂອໄດ້ທີ່ຄວາມລະອຽດ 720×480 ທີ່ 20fps ຫຼືສູງກວ່ານັ້ນຫາກມີແສງພຽງພໍ. ລະບົບທີ່ຮອງຮັບກໍມີຕັ້ງແຕ່ GSM 850/900/1800/1900 ໄປຈົນຮອດ UMTS 2100/AWS/900 ແລະແນ່ນອນ Wi-Fi 802.11b/g/n ພ້ອມທັງ Bluetooth.

ອີກຄວາມໂດດເດັ່ນຂອງ Nexus One ຄືມັນໃຊ້ CPU Qualcomm QSD 8250 ທີ່ມີຄວາມໄວເຖິງ 1 GHz ມາພ້ອມ RAM 512MB. ສາມາດບັນທຶກຂໍ້ມູນໄວ້ໃນ Micro SD Card ຕັ້ງແຕ່ 4GB ໄປຈົນຮອດສູງສຸດທີ່ 32GB ເອົາແບບບໍ່ໃຫ້ນ້ອຍໜ້າ iPhone 3Gs ເລີຍ. ສ່ວນອື່ນໆ ກໍມີອີກເຊັ່ນ aGPS ແລະ Accelerometer ເປັນຕົ້ນ.

ໃນດ້ານດານຜະລິດນັ້ນ Google ໄດ້ມອບໝາຍໃຫ້ HTC ເປັນຜູ່ຜະລິດຂຶ້ນມາ ແຕ່ຈະຂາຍໂດຍ Google ເອງ. ລາຄາຂາຍແບບ Unlocked ນັ້ນຢູ່ທີ່ $529 ແລະຫາກຊື້ພ້ອມສັນຍາກັບ T-Mobile ລາຄາຈະຢູ່ທີ່ $179. ຕອນນີ້ມີຂາຍສະເພາະໃນອາເມລິກາເທົ່ານັ້ນ ແຕ່ຜູ່ທີ່ສົນໃຈສາມາດສັ່ງຊື້ແລະສົ່ງໄປອັງກິດ, ຮ່ອງກົງ, ແລະສິງກະໂປໄດ້. ປະເທດອື່ນໆ ຈະມີວາງຂາຍໃນພາຍຫຼັງ.

ເບິ່ງວິດີໂອໄດ້ດ້ານໃນ ..

More »

Lao ICT Expo 2010

Lao ICT Expo 2010

ລາຍລະເອຽດເພີ່ມເຕີມ ອ່ານໄດ້ຈາກ http://lica.laopdr.org/ictexpo2010/